ພາບປະທັບໃຈທີ່ສຸດຂອງ ນັກເຕະເຍົາວະຊົນລາວຄົນທໍາອິດພ້ອມທຸງຊາດລາວ ທີ່ສະໜາມ ບາເຢິນ ມິວນິກ

171

ຄໍາປານ ດວງວິໄລ ນັກເຕະເຍົາວະຊົນລາວຄົນທໍາອິດ ຈາກແຂວງສາລະວັນ ໄດ້ເດີນທາງໃນວັນທີ 20 ສິງຫາ 2019 ໄປປະເທດເຢຍລະມັນ ເພື່ອເຂົ້າຮ່ວມໂຄງການ Allianz Explorer Camp ເຊິ່ງເປັນການຮ່ວມຄ່າຍຝຶກຊ້ອມກັບ ບາເຢິນ ມິວນິກ ສະໂມສອນຊັ້ນນໍາຂອງ ເຢຍລະມັນ ທີ່ປະເທດເຢຍລະມັນ ລະຫວ່າງວັນທີ 22-27 ສິງຫາ 2019 ຫຼັງຈາກເປັນ 1 ໃນ 5 ຄົນທີ່ຊະນະເລີດ ຈາກປະເທດໃນອາຊີ ໄດ້ໄປປະເທດເຢຍລະມັນ.

ນັບຕັ້ງແຕ່ວັນທີ 22 ຈົນມາຮອດວັນທີ 26 ສິງຫາ 2019 ຄໍາປານ ໄດ້ຂຸ້ນຂ້ຽວ ຮ່ວມກິດຈະກໍາຕ່າງໆບໍ່ວ່າຈະເປັນການແລກປ່ຽນວັດທະນະທໍາອິດເດັກນ້ອຍຈາກທົ່ວໂລກ ທີ່ໄດ້ສິດ ທີ່ເຂົ້າມາຮ່ວມໃນງານຄັ້ງນີ້ ອັນທີ່ຫຼັກໆຄືໄດ້ຝຶກຊ້ອມກັບ ຄູຝຶກຂອງສະໂມສອນດັ່ງກ່າວ ແລະ ໄດ້ໄປຢ້ຽມຢາມສະໜາມໃນຝັນຂອງຫຼາຍໆຄົນຢ່າງສະໜາມ Allianz Arena ຂອງສະໂມສອນດັງລະດັບໂລກຢ່າງ ບາເຢິນ ມິວນິກ ( Fc Bayern Munich ) ແນ່ນອນຍັງເຫຼືອອີກ 1 ມື້ກັບເສັ້ນທາງຂອງ ຄໍາປານ ໃນປະເທດດັ່ງກ່າວ ທີມຂ່າວເສດຖະກິດ-ການຄ້າ ຈະເປັນອີກຊ່ອງທາງໃນການລາຍງານຂ່າວເພີ່ມຕື່ມ.

ກ່ອນໜ້ານີ້ ຄໍາປານ ດວງວິໄລ ອາຍຸ 15 ຈາກເມືອງສະໝ້ວຍ ແຂວງສາລະວັນ ແລະ ສຸລິໂຍ ອິນທະວົງ ອາຍຸ 14 ປິ ຈາກ ນະຄອນຫຼວງວຽງຈັນ ສັງກັດສະໂມສອນ ວຽງຈັນ ເອັຟທີ ກາຍເປັນຜູ້ທີ່ມີຄະແນນສູງສຸດອັນດັບ 1 ແລະ ອັນດັບ 2 ຕາມລໍາດັບ ໃນການການຄັດເລືອກນັກກີລາເຍົາວະຊົນ ຮຸ່ນອາຍຸລະຫວ່າງ 14 – 16 ທີ່ສປປ ລາວ ຈາກການຈັດຂອງ ບໍລິສັດ ອາລິອັນສ໌ ປະກັນໄພລາວ ຄວ້າສິດເຂົ້າຮ່ວມຄ້າຍຝືກຊ້ອມກັບຄູຝຶກ ບາເຢິນ ມິກ ໃນໂຄງການ Allianz Explorer Camp 2019 ທີ່ປະເທດສິງກະໂປ.

ໂດຍທັງ 2 ເຍົາວະຊົນຈາກ ສປປ ລາວ ໄດ້ເຂົ້າໂຄງການ Allianz Explorer Camp 2019 ສິງກະໂປ ຮ່ວມກັບຜູ້ຊະນະຈາກບັນດາປະເທດອາຊຽນ ໃນລະຫວ່າງວັນທີ 23-26 ກໍລະກົດ 2019 ໂດຍມີນັກກີລາທັງໝົດ 43 ຄົນຈາກ 8 ປະເທດ ໄດ້ມີການເຮັດກິດຈະກໍາຕ່າງ ແລະ ຝຶກຊ້ອມຮ່ວມກັນຢ່າງເບີກບານມ່ວນຊື່ນ ຕະຫຼອດໄລຍະ 4 ວັນດັ່ງກ່າວປາກົດວ່າ: ຄໍາປານ ຖືກຄັດເລືອກໃຫ້ເປັນ 1 ໃນ 6 ຄົນທີ່ຄວ້າສິດໄປຮ່ວມກິດຈະກໍາ ແລະ ຝຶກຊ້ອມບານເຕະກັບໂຄງການດັ່ງກ່າວຕໍ່ທີ່ປະເທດເຢຍລະມັນ ແລະ ໄດ້ໄປສໍາຜັດກັບບັນດານັກເຕະ ແລະ ຄູຝຶກຂອງສະໂມສອນ ບາເຢິນ ມິວນິກ.

ສໍາລັບ ຄໍາປານ ແລະ ອີກ 5 ຄົນ ກາຍເປັນຜູ້ຊະນະຈາກຄ້າຍຝືກຊ້ອມຢູ່ ສິງກະໂປ ຈະໄດ້ໄປຮ່ວມຄ້າຍຝືກຊ້ອມກັບ ສະໂມສອນ ບາເຢິນ ມິວນິກ ທີ່ເມືອງມິວນິກ ປະເທດເຢຍລະມັນ ກັບຜູ້ຊະນະຈາກທົ່ວໂລກ ໃນວັນທີ 22-27 ສິງຫາ 2019.

ຂ່າວ: ຄໍາສອນ
ຂອບໃຈຮູບຈາກ: Allianz General Laos-AGL