ລັດຖະມົນຕີ ເນັ້ນໜ່ວຍພັກກົມການນຳເຂົ້າ ແລະ ສົ່ງອອກ ສືບຕໍ່ປັບປຸງ 3 ຂໍ້ຄົງຄ້າງ

110

ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ເປີດກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ IV ຂຶ້ນໃນວັນທີ 23 ສິງຫາ 2019 ໂດຍການເປັນປະທານຂອງ ທ່ານ ສຸລິຍົນ ພິລາວົງ ເລຂາໜ່ວຍພັກກົມການນຳເຂົ້າ ແລະ ສົ່ງອອກ ກະຊວງ ອຄ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ອຄ; ທ່ານ ບຸນມີ   ມະນີວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ອຄ ພ້ອມດ້ວຍແຂກຖືກເຊີນຈາກບັນດາໜ່ວຍພັກກົມ, ສະມາຊິກພາຍໃນໜ່ວຍພັກຂອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສຸລິຍົນ ພິລາວົງ ລາຍງານວ່າ: ໄລຍະຜ່ານມາໜ່ວຍພັກກົມນຳເຂົ້າ ແລະ ສົ່ງອອກ ໄດ້ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະວຽກງານວິຊາສະເພາະ ເຊັ່ນ: ສຳເລັດການຈັດຕັ້ງປະຕິບັດໂຄງການ TDF II ( ໄລຍະປີ 2013 – 2017 ), ການສ້າງແຜນດໍາເນີນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ 2017 – 2022, ການຕັ້ງຄະນະກຳມະການຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ ແລະ ຂັ້ນແຂວງ, ການອອກແຈ້ງການກ່ຽວກັບການຈັດຕັ້ງປະຕິບັດມາດຕະຖານການບໍລິການຂອງກົມການນຳເຂົ້າ ແລະ ສົ່ງອອກ. ພ້ອມດຽວກັນນັ້ນ, ໜ່ວຍພັກຍັງໄດ້ເປັນເຈົ້າການເຮັດໃຫ້ການປັບປຸງ 8 ຕົວຊີ້ວັດ ( ການຄ້າລະຫວ່າງປະເທດ ) ຕາມຄຳສັ່ງຂອງ ທ່ານນາຍົກລັດຖະມົນຕີ ເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ດີຂຶ້ນ 48 ອັນດັບ ( ຈາກອັນດັບທີ 124 ໃນປີ 2018 ມາເປັນອັນດັບທີ 76 ໃນປີ 2019 ຈັດປະເພດມາດຕະການທາງການຄ້າທີ່ບໍ່ແມ່ນພາສີ ( NTMs ) ໄດ້ທັງໝົດ 314 ມາດຕະການ ຈາກຫຼາຍກວ່າ 100 ນິຕິກໍາທີ່ 13 ກະຊວງ ເປັນຜູ້ວາງອອກ.

ນອກຈາກວຽກງານທີ່ກ່າວມາຂ້າງເທິງ, ການຊີ້ນຳວຽກງານການຄ້າຊາຍແດນ, ວຽກງານຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ວຽກງານການບໍລິຫານການນຳເຂົ້າ ແລະ ສົ່ງອອກ ແລະ ອື່ນໆກໍມີຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້ ເປັນຕົ້ນແມ່ນການສ້າງສັນຍາການຄ້າຊາຍແດນ ລະຫວ່າງ ລາວ – ຫວຽດນາມ, ອອກຂໍ້ຕົກລົງວ່າດ້ວຍການຄ້າຊາຍແດນ, ອອກແຈ້ງການກ່ຽວກັບການຢັ້ງຢືນແຫຼ່ງກຳເນີດສິນຄ້າຕາມສັນຍາການຄ້າຊາຍແດນ ລາວ – ຫວຽດນາມ, ສ້າງລະບົບອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ( E – CO ), ຈັດຕັ້ງປະຕິບັດການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ພາຍໃຕ້ການທົດລອງຂອງສະຫະພາບເອີຣົບ ( Registered Exporter System: REX ), ສ້າງເວັບໄຊ ແລະ ລະບົບ E – Document ຂອງກົມ, ຈັດຕັ້ງບັນດາໂຄງການເຂົ້າເຖິງຕະຫຼາດອາຊີຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍການນຳໃຊ້ລະບົບເຕັກໂນໂລຊີ ( E – Commerce ) ແລະ ຜັນຂະຫຍາຍການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 15/ນຍ.

ຄຽງຄູ່ກັບຜົນສຳເລັດກໍຍັງມີບາງຂໍ້ຄົງຄ້າງ. ສະນັ້ນ, ໜ່ວຍພັກກົມການນຳເຂົ້າ ແລະ ສົ່ງອອກ ຈະໄດ້ສຸມໃສ່ໃນແຕ່ລະໜ້າວຽກໃນໄລຍະ 5 ປີຂ້າງໜ້າ ດັ່ງນີ້: ເຮັດໃຫ້ ວຽກງານບໍລິຫານລັດດ້ານເອກະສານ ແລະ ຂັ້ນຕອນທີ່ກ່ຽວຂ້ອງກັບການນຳເຂົ້າ ແລະ ສົ່ງອອກສິນຄ້າ ມີຄວາມກະທັດຮັດ, ໂປ່ງໃສ ແລະ ວ່ອງໄວຂຶ້ນກວ່າເກົ່າ ແລະ ຫັນໄປສູ່ການບໍລິຫານທາງເອເລັກໂຕຣນິກເທື່ອລະກ້າວ, ສູ້ຊົນເຮັດໃຫ້ມູນຄ່າຂອງການສົ່ງອອກສິນຄ້າຂະຫຍາຍຕົວສະເລ່ຍໃນແຕ່ລະປີ ໄລຍະ 2020 – 2024 ໃຫ້ຢູ່ໃນລະດັບ 15% ຕໍ່ປີ, ເຮັດໃຫ້ການຂາດດຸນການຄ້າກັບຕ່າງປະເທດໃນແຕ່ລະປີຢູ່ໃນລະດັບທີ່ສາມາດຊຳລະສະສາງໄດ້, ສ່ວນແບ່ງຕະຫຼາດສົ່ງອອກໃນອາຊຽນ ກວມປະມານ 70% ແລະ ຕະຫຼາດອາຊຽນບວກຄູ່ເຈລະຈາ ກວມປະມານ 90%, ສ້າງໃຫ້ພະນັກງານພາຍໃນກົມກາຍເປັນນັກວິຊາການຄຸ້ມຄອງ ແລະ ບໍລິຫານວຽກງານການນໍາເຂົ້າ ແລະ ສົ່ງອອກຢ່າງມີປະສິດທິພາບ, ສຸມໃສ່ໃນການຈັດຕັ້ງປະຕິບັດຕົວຊີ້ວັດທີ 8 ການຄ້າລະຫວ່າງປະເທດໃຫ້ໄດ້ 2 ຕົວເລກ ແລະ ຈັດຕັ້ງໃຫ້ສຳເລັດແຜນດຳເນີນງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ປີ 2017 – 2022.

ໂອກາດດຽວກັນນີ້, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ໂອ້ລົມ ແລະ ຍ້ອງຍໍຊົມເຊີຍບັນດາຜົນສຳເລັດອັນພົ້ນເດັ່ນຂອງວຽກງານທີ່ຄະນະໜ່ວຍພັກກົມການນຳເຂົ້າ ແລະ ສົ່ງອອກ ເຮັດສຳເລັດຫຼາຍໜ້າວຽກໃນ 5 ປີຜ່ານມາ ແລະ ສາມາດບັນລຸຕາມແຜນທີ່ໜ່ວຍພັກໄດ້ວາງໄວ້, ຊ່ວຍເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງປັບປຸງບັນດາຂອດ ແລະ ເວລາໃນການນຳເຂົ້າພ້ອມທັງສ້າງເຄື່ອງມືຕ່າງໆ ເພື່ອສ້າງສິ່ງອຳນວຍຄວາມສະດວກທາງດ້ານການຄ້າໃຫ້ທັງພາກທຸລະກິດໄດ້ເປັນຢ່າງດີ ພ້ອມເນັ້ນບາງຂໍ້ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ ຄື:

1 ເສີມຂະຫຍາຍປະຊາທິປະໄຕພາຍໃນໜ່ວຍພັກ ເພື່ອເຕົ້າໂຮມໄດ້ເຖິງຄວາມສາມັກຄີເປັນແກ່ນກາງ ແລະ ຄວາມເປັນແບບຢ່າງໃນໜ່ວຍພັກ.

2 ສືບຕໍ່ເອົາໃຈໃສ່ກໍ່ສ້າງສະມາຊິກພັກ ແລະ ພະນັກງານຢ່າງມີແບບແຜນວິທະຍາສາດ ແລະ ເປັນລະບົບ.

3 ໃຫ້ຄວາມສຳຄັນກັບວຽກຜັນຂະຫຍາຍແນວທາງນະໂຍບາຍມາເປັນນິຕິກຳ, ໂຄງການ ແລະ ແຜນງານສິ່ງນີ້ແມ່ນຫຼັກການສຳຄັນ ທີ່ຈະຮັບປະກັນໃນການປະຕິບັດໜ້າທີ່ການເມືອງ ແລະ ເສດຖະກິດ ກໍຄືວິຊາສະເພາະທີ່ເປັນບົດບາດຂອງໜ່ວຍພັກກົມການນຳເຂົ້າ ແລະ ສົ່ງອອກ, ຕ້ອງຖືສຳຄັນການປະຕິບັດໜ້າທີ່ວິຊາສະເພາະຕ້ອງຢູ່ໃນຂອບນິຕິກຳທີ່ມີ, ສ້າງ ແລະ ປັບປຸງນິຕິກຳໃຫ້ເໝາະສົມ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ – ລັດ ກໍຄືຂອບສັນຍາ, ສົນທິສັນຍາຕ່າງໆທີ່ ສປປ ລາວ ເປັນພາຄີໃຫ້ເກີດຜົນເປັນຮູບປະທຳ ເພາະວຽກງານການນຳເຂົ້າ ແລະ ສົ່ງອອກ ເປັນວຽກງານໜຶ່ງທີ່ຕິດພັນກັບການໃຫ້ບໍລິການຕໍ່ທຸລະກິດຫຼາຍປະເພດ ເຊິ່ງໜ່ວຍພັກຂອງກົມການນຳເຂົ້າ ແລະ ສົ່ງອອກ ຕ້ອງໄດ້ໝູນໃຊ້ກົນໄກປະສານງານທີ່ລັດຖະບານສ້າງຕັ້ງຂຶ້ນ ເພື່ອປັບປຸງແກ້ໄຂຂັ້ນຂອດ, ບັນຫາ ແລະ ຂໍ້ຄົງຄ້າງຕ່າງໆໃຫ້ທັນ ແລະ ມີປະສິດທິພາບສູງສຸດ ພ້ອມທັງຊຸກຍູ້ສົ່ງເສີມການຫັນເປັນທັນສະໄໝ ໂດຍນຳໃຊ້ລະບົບເຕັກໂນໂລຊີຂໍ້ມູນ – ຂ່າວສານ ( ICT ) ເຂົ້າໃນວຽກງານຂອງຕົນໃຫ້ຫຼາຍຂຶ້ນ.

( ຂ່າວ: ສັນຕິ, ຮູບ: ສຸກສະຫວັນ )