ໜຸ່ມ ບີ້ ເຜີຍເວທີປະກວດຕ່າງໆ ຊ່ວຍເພີ່ມປະສົບການສູ່ສາກົນ

62

ເມື່ອບໍ່ດົນມານີ້ທີມຂ່າວໜັງສືພິມເສດຖະກິດ – ການຄ້າ ໄດ້ພົບ ໜຸ່ມ ບີ້ Mister National Universe 2019 ທີ່ງານປະກວດ ລາວຊຸບເປີໂມເດວ 2019 ເຊິ່ງໄດ້ສໍາພາບກ່ຽວກັບປະສົບການຂອງໜຸ່ມ ບີ້ ໃນການເຂົ້າຮ່ວມງານປະກວດແຕ່ລະເວທີ.

ທ້າວ ໄຊຍະສິດ ສຸລິຍະເຕັນ ຫຼື ບີ້ ໃຫ້ສໍາພາດວ່າ: ຫຼັງຈາກການປະກວດ Mister National Universe 2019 ທີ່ປະເທດໄທ ໃນເດືອນກໍລະກົດຜ່ານມາ ເຊິ່ງຕົນເອງໄດ້ເປັນຕົວແທນປະເທດລາວກໍໄດ້ສະແດງຄວາມສາມາດເຕັມທີ່ໃນການເຜີຍແຜ່ວັດທະນະທໍາລາວ ເຖິງຈະບໍ່ໄດ້ລາງວັນກໍຕາມ ແຕ່ກໍໄດ້ປະສົບການຫຼາຍຢ່າງເພື່ອນໍາມາພັດທະນາຕົນເອງຕໍ່ໄປ.

ນອກນັ້ນກໍໄດ້ເກັບກ່ຽວປະສົບການ ແລະ ຄວາມຮູ້ເພີ່ມຕື່ມອີກຈາກຫຼາຍເວທີທີ່ໄດ້ໄປຮ່ວມງານ. ພ້ອມກັນນັ້ນ, ກໍຍັງໄດ້ເຮັດວຽກໃນສາຍບັນເທີງຫຼາຍຂຶ້ນທັງການເດີນແບບ, ຖ່າຍແບບ ຫຼື ຮ່ວມງານອີເວັ້ນຕ່າງໆ ມັນໄດ້ເປັນການສ້າງສິ່ງໃໝ່ໆໃຫ້ກັບຕົນເອງຫຼາຍຢ່າງຍິ່ງຂຶ້ນ. ຫຼ້າສຸດ, ກໍໄດ້ຮ່ວມງານປະກວດ ລາວຊຸບເປີໂມເດວ 2019 ທີ່ໂຮງແຮມແລນມາກ ຕົນເອງກໍຄິດວ່າເວທີນີ້ມັນໄດ້ສອນໃຫ້ເດັກນ້ອຍ ແລະ ໄວໜຸ່ມລາວໄດ້ສ້າງສັກກະຍະພາບໃນການສະແດງຄວາມສາມາດຢູ່ເທິງເວທີຫຼາຍຂຶ້ນໃຫ້ທົ່ວໂລກໄດ້ເຫັນ ພ້ອມທັງການໃຊ້ເວລາວ່າງໃຫ້ເປັນປະໂຫຍດຫຼາຍຂຶ້ນ ແລະ ເວທີນີ້ຈະຊ່ວຍໃຫ້ນ້ອງໆໄດ້ກາຍເປັນນາງແບບ ຫຼື ຊາຍແບບທີ່ເກັ່ງໃນອະນາຄົດ.

ຈາກການໄດ້ຮ່ວມງານຕົນເອງກໍຍັງໄດ້ເພີ່ມຄວາມຮູ້ຂຶ້ນມາຕື່ມອີກ ບໍ່ວ່າຈະເປັນທັກສະການຍ່າງ, ການສ້າງຄວາມໝັ້ນໃຈໃຫ້ກັບຕົນເອງ ແລະ ການວາງຕົວໃນການພົບປະກັບຄົນໃນສັງຄົມ. ນອກຈາກນີ້, ເມື່ອຕົນເອງຮັບໂອກາດທີ່ດີກໍຈະປະຕິບັດຕົນເອງໃນວຽກງານບັນເທີງລາວໃຫ້ດີ ແລະ ເປັນແບບຢ່າງທີ່ດີໃຫ້ກັບນ້ອງຮຸ່ນຕໍ່ໄປ.

ສຸດທ້າຍ ຂໍຝາກຕິດຕາມຜົນງານຂອງ ໜຸ່ມ ບີ້ ບໍ່ວ່າຈະເປັນການເດີນແບບ ແລະ ການເຂົ້າປະກວດ Mr & Ms. Fitness ທີ່ຈະມາເຖິງນີ້ ສາມາດຕິດຕາມຂໍ້ມູນ – ຂ່າວສານເພີ່ມຕື່ມໄດ້ທີ່ເຟສບຸ໊ກ: Mekmekha Xaysavanh.

ຂ່າວ: ນຸ້ມນິ້ມ; ຮູບ: ໄຊຍະສິດ ສຸລິຍະເຕັນ