ໝົດຄຳຊິເວົ້າ ໃຊ້ທັ້ງຊີວິດໄປແລກເງິນຂົນຢາ 20 ພັນບາດ ຮັບໂທດປະຫານ

50

ທ້າວ ຫຼຽນ ປະຊາຊົນ ບ້ານ ຫາດຊາຍຄຳ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ໄດ້ຢືນຟັງຄຳ ຕັດສິນຄະດີຈາກຄະນະສານອາຍາ ຂອງແຂວງສະຫວັນນະເຂດ ໃນຄະດີຄ້າຂາຍຢາເສບຕິດ ຕ້ອງໂທດປະຫານຊີວິດໂທດຖານຮັບຂົນສົ່ງຢາບ້າໃນມູນຄ່າ 20.000 ບາດ.

 

ໂດຍສານແຂວງສະຫວັນນະເຂດໄດ້ເປີດປະຊຸມສານຂຶ້ນໃນວັນທີ 08 ສິງຫາ 2019, ເວລາ 9:30 ໂມງມີເນື້ອດັ່ງນີ້: ໃນຄັ້ງວັນທີ 08 ພະຈິກ 2018 ເວລາປະມານ 12 ໂມງ, ມີທ້າວ ພອນສັກ ເຊິ່ງເປັນຄົນບ້ານດຽວກັນໄດ້ໂທລະສັບມາ ຫາ ທ້າວ ຫຼຽນ ແລ້ວບອກວ່າ: ມີວຽກຈະໄປ ຫາຢູ່ເຮືອນ, ຫຼັງຈາກວາງໂທລະສັບແລ້ວ ບໍ່ດົນປານໃດຈຶ່ງເຫັນ ທ້າວ ພອນສັກ ຂັບຂີ່ລົດຍີ່ຫໍ້ວີໂກ້ ແຊ້ມສີຂາວ, ປ້າຍທະບຽນ 9091 ມາຫາແລ້ວເວົ້າວ່າ: ໄປ ສົ່ງເຄື່ອງ (ຢາບ້າ) ໃຫ້ແດ່ ຈະໃຫ້ຄ່າຈ້າງເປັນເງິນຈໍານວນ 20.000 ບາດ. ແລ້ວຜູ້ກ່ຽວ ໄດ້ຖາມທ້າວ ພອນສັກ ວ່າ : ໄປສົ່ງໃຫ້ໃຜ, ຢູ່ໃສ? ແລ້ວທ້າວ ພອນສັກ ໄດ້ຕອບວ່າ: ໄປ ສົ່ງຢູ່ແຂວງຄໍາມ່ວນແຕ່ຍັງບໍ່ຮູ້ຈຸດສົ່ງ.

 

ຈາກນັ້ນ, ທ້າວຫຼຽນ ຈຶ່ງໄດ້ຂຶ້ນລົດນໍາທ້າວ ພອນສັກ ແລ້ວເຫັນຖົງຢາບ້າສີດໍາ ທີ່ວາງໄວ້ດ້ານຫຼັງ, ແລ້ວພວກກ່ຽວທັງສອງຄົນຈຶ່ງໄດ້ລົງມາແຂວງຄໍາມ່ວນ ມາຫາໝູ່ຂອງທ້າວ ພອນສັກ ຊື່ທ້າວ ໂລ (ບໍ່ຮູ້ບ້ານ), ມາຮອດເວລາປະມານ 18:00 ໂມງຂອງວັນດຽວກັນ ຈຶ່ງໄດ້ເອົາຖົງຢາບ້າຈໍານວນ 10 ແພັກ ເທົ່າກັບ 60.000 ເມັດ(5,7 ກິໂລ) ໄປໄວ້ຢູ່ທີ່ເຮືອນຂອງທ້າວ ໂລ ແລະ ຜູ້ກ່ຽວໄດ້ນອນຄ້າງຄືນຢູ່ທີ່ນັ້ນເລີຍ.
ສ່ວນທ້າວ ພອນສັກ ແມ່ນໄດ້ກັບເມືອຄືນ, ຕົກມາຮອດວັນທີ 09 ພະຈິກ 2018 ເວລາປະມານ 7:00 ໂມງ, ທ້າວ ພອນສັກ ໄດ້ໂທລະສັບມາຫາທ້າວ ໂລ ແລ້ວບອກໃຫ້ເອົາຢາບ້າໄປສົ່ງໃຫ້ລູກຄ້າຢູ່ແຂວງ ສະຫວັນນະເຂດ ແຖວເມືອງໄຊບູລີ ໂດຍແມ່ນທ້າວຫຼຽນເປັນຄົນຖືຖົງຢາບ້າ, ສ່ວນທ້າວ ໂລ ແມ່ນ ເປັນຄົນໂທລະສັບພົວພັນກັບ ທ້າວ ພອນສັກ ແລະ ໂທລະສັບຫາລູກຄ້າຜູ້ທີ່ຈະມາຊື້ຢາບ້າ, ພໍມາຮອດເມືອງໄຊບູລີ ແຖວແຄມທາງເຂົ້າບ້ານເຄືອເຂົາກາດ ໃນເວລາທີ່ກໍາລັງກະກຽມ ຈະສົ່ງຢາບ້າໃຫ້ແກ່ລູກຄ້າ, ທ້າວ ຫຼຽນ ຈຶ່ງໄດ້ຖືກເຈົ້າໜ້າທີ່ກັກຕົວພ້ອມດ້ວຍຂອງກາງ (ຢາບ້າ) ຈໍານວນ 10 ແພັກ ເທົ່າກັບ 60.000 ເມັດ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

 

 

ສ່ວນທ້າວ ໂລ ແມ່ນ ໄດ້ເອົາຕົວຫຼົບໜີ ຕາມຄໍາໃຫ້ການຮັບສາລະພາບຂອງຈໍາເລີຍ ສະບັບລົງວັນທີ 09, 21 ພະຈິກ 2018, ບົດສະຫຼຸບຄະດີຂອງເຈົ້າໜ້າທີ່ຕໍາຫຼວດສະບັບເລກທີ 344/ປກສ.ສຂ, ລົງວັນທີ 08 ເມສາ 2019 ແລະ ຄໍາໃຫ້ການຮັບສາລະພາບຂອງຈໍາເລີຍໃນທີ່ປະຊຸມສານ.
ການກະທຳດັ່ງກ່າວຂອງ ຈຳເລີຍ ແມ່ນເປັນການກະທຳ ທີ່ແຕະຕ້ອງເຖິງຄວາມເສຍຫາຍຕໍ່ລະບອບເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ ເປັນການເບື່ອເມົາຊາວໝຸ່ມເຍົາວະຊົນ ແລະ ທັງເປັນການກະທຳຜິດຕໍ່ກົດໝາຍອາຍາໃນຂໍ້ຫາ: ຂົນສົ່ງຢາເສບຕິດ (ຢາບ້າ), ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 146 ຂໍ້ 2 ວັກທີ 4 ຂອງກົດ ໝາຍວ່າດ້ວຍການປັບປຸງມາດ ຕາ 146 ຂອງກົດໝາຍອາຍາ ສະບັບປັບປຸງປີ 2012 ເຊິ່ງໄດ້ລະບຸໄວ້ວ່າ: ບຸກຄົນຜູ້ໃດຫາກໄດ້ຜະລິດ, ປຸ່ງແຕ່ງ ຫຼື ມີໄວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ (ice) ຫຼືວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສປປ ລາວ ເກີນກວ່າ ສາມ (3) ກິໂລກຣາມຂຶ້ນໄປ ຈະຖືກລົງໂທດປະຫານຊີວິດ ແລະ ຖືກຮິບຊັບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ຂອງກົດໝາຍອາຍາສະບັບປັບປຸງ ປີ 2005. ດັ່ງນັ້ນ, ສານຈຶ່ງເຫັນຄວນລົງໂທດທ້າວ ຫຼຽນ (ຈໍາເລີຍ) ດ້ວຍການປະຫານຊີວິດ.

 

 

ທີ່ມາ: ສະຫວັນພັດທະນາ ຂ່າວ / Savanhphuttana News