ຫາລືກຽມເປີດດ່ານປະເພນີລະຫວ່າງ ເມືອງໄຊພູທອງ ກັບ ອໍາເພີດອນຕານ

97

ວັນທີ 21 ສິງຫາ 2019 ຜ່ານມານີ້ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ເປີດກອງປະຊຸມປຶກສາຫາລືວຽກພົວພັນຕ່າງປະ ເທດ ໂດຍສະເພາະແມ່ນການຄົ້ນຄວ້າ ຄວາມເປັນໄປໄດ້ໃນການເປີດດ່ານປະເພນີ ກັບອຳເພີດອນຕານ.

ທ່ານ ນາລີພັນທະວົງ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ກໍໄດ້ຂຶ້ນຜ່ານບົດລາຍງານ. ຈາກນັ້ນ, ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເປັນຕົ້ນແມ່ນບັນຫາການຈະເປີດດ່ານປະເພນີລະຫວ່າງ ເມືອງໄຊພູທອງ ກັບ ອໍາເພີດອນຕານ ຈັງຫວັດມຸກດາຫານ ຣາຊະອານາຈັກໄທ, ກອງປະຊຸມແມ່ນໄດ້ທົບທວນຄືນບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ – ໄທ ເວົ້າລວມແມ່ນການພົວພັນຮ່ວມມືລະຫວ່າງເມືອງໄຊພູທອງ ກັບ 2 ອໍາເພີ 2 ຈັງຫວັດຂອງໄທ ຄື: ອໍາເພີດອນຕານ ຈັງຫວັດມຸກດາຫານ ແລະ ອໍາເພີຊານຸມານ ຈັງຫວັດອໍານາດຈະເລີນ ເຫັນໄດ້ວ່າການຈັດຕັ້ງປະຕິບັດການຮ່ວມມືໄລຍະຜ່ານມາແມ່ນມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ໂດຍສະເພາະການຮ່ວມມືປ້ອງກັນ ແລະ ປາບປາມຢາເສບຕິດຕາມຊາຍແດນ ແລະ ຄ້າຂາຍເຖື່ອນຂອງປະຊາຊົນຍັງມີປາກົດການລັກຊື້ – ຂາຍສິນຄ້າ.

ພ້ອມນັ້ນ, ກໍໄດ້ປຶກສາຫາລືການປົກປັກຮັກສາ ແລະ ປ້ອງກັນຕາຝັ່ງເຈື່ອນ ແລະ ແກ້ໄຂບັນຫາການຂຸດຄົ້ນຫີນ – ແຮ່ຊາຍຕາມລໍາແມ່ນໍ້າຂອງ ກໍພົບບັນຫາຈາກໄທ ທີ່ມີການກໍ່ສ້າງຂຶ້ນມາແລ້ວເຮັດໃຫ້ເກີດມີການເຊາະເຈື່ອນຫົວດອນຕ່າງໆຂອງພວກເຮົາ ໂດຍສະເພາະຫົວດອນຕານ ໄດ້ຖືກມ້າງເພ, ເຊາະເຈື່ອນໜັກໜ່ວງສົມຄວນ, ສໍາລັບການຂຸດຄົ້ນແຮ່ – ຊາຍຂອງຝ່າຍໄທ ກໍມີບັນຫາລະຫວ່າງໄລຍະຫາງດອນຖໍ້າເງິນ ດູດໃກ້ເຂົ້າມາຝ່າຍພວກເຮົາໃນບາງຄັ້ງ.

ຈາກນັ້ນ, ທາງຄະນະນໍາຂອງເມືອງ ກໍໄດ້ລົງສໍາຫຼວດເບິ່ງສະຖານທີ່ຈະເປີດດ່ານປະເພນີລະຫວ່າງ ເມືອງໄຊພູທອງ ກັບ ອໍາເພີດອນຕານ ຈັງຫວັດມຸກດາຫານຣາຊະອານາຈັກໄທ ເພື່ອໃຫ້ແທດເໝາະກັບ ຄວາມເປັນຈິງ. ພ້ອມນັ້ນ, ທາງຄະນະນໍາເມືອງກໍໄດ້ລົງໄປເບິ່ງດ່ານເຫຼົາໝາກຫູດ ທີ່ເປັນດ່ານລະຫວ່າງ ເມືອງໄຊພູທອງ ກັບອໍາເພີຊານຸມານ ຈັງຫວັດອໍານາດຈະເລີນຣາຊະອານາຈັກໄທ.

ທ່ານ ເພັດດາວອນ ປັດທໍາມະວົງ ຫົວໜ້າດ່ານພາສີດ່ານເຫຼົ່າໝາກຫູດ ໄດ້ລາຍງານໃຫ້ຮູ້ວ່າ: ເຫັນໄດ້ວ່າຍັງມີບັນຫາຂອງການເຂົ້າ – ອອກຕາມດ່ານຂອງພໍ່ແມ່ປະຊາຊົນຍັງໜ້ອຍ ສ່ວນຫຼາຍແມ່ນໄປ – ມາແບບຊະຊາຍຊື່ບ້ານໃດກໍຂ້າມໄປໂລດ ເຊິ່ງໄດ້ເຮັດໃຫ້ຄົນເຂົ້າ – ອອກດ່ານບໍ່ເປັນລະບຽບ ໂດຍສະເລ່ຍເດືອນໜຶ່ງຄົນເຂົ້າ – ອອກຕາມດ່ານມີພຽງ 80 – 100 ຄົນຕໍ່ເດືອນ ສະເລ່ຍປີໜຶ່ງຄົນເຂົ້າ – ອອກເມືອງຕາມດ່ານ ພຽງແຕ່ 1 ພັນກວ່າຄົນ. ສະນັ້ນ, ຈຶ່ງເຮັດໃຫ້ການຈັດເກັບລາຍຮັບສະເພາະດ່ານພາສີຂອງເມືອງ ໄດ້ພຽງ 90 ລ້ານກີບ ເທົ່າກັບ 70% .