ອຸດົມໄຊ ຍັງພົບອະຫິວາໝູອາຟຣິກາ ລະບາດຢູ່ 5 ເມືອງ

111

ອາທິດຜ່ານມາ ແຂວງອຸດົມໄຊ ຍັງພົບພະຍາດອະຫິວາໝູອາຟຣິກາ ລະບາດ ຢູ່ 5 ເມືອງ ຄື: ເມືອງໄຊ, ເມືອງຫຼາ, ເມືອງງາ, ນາໝໍ້ ແລະ ເມືອງຮຸນ ໝູຕາຍຫຼາຍ 100 ໂຕ.

ອີງຕາມບົດລາຍງານຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ໃນລະ ຫວ່າງວັນທີ 17 – 20 ສິງຫານີ້ ເຫັນວ່າເຊື້ອພະຍາດອະຫິວາໝູອາຟຣິກາ ຍັງພົບຢູ່ໃນຈຳນວນ 5 ເມືອງຄືເກົ່າ ແລະ ຍັງບໍ່ທັນລະບາດໄປສູ່ເມືອງອື່ນທີ່ຍັງເຫຼືອ ໂດຍສະເພາະແມ່ນເມືອງແບ່ງ ແລະ ປາກແບງເທື່ອ. ໃນນັ້ນ, ຢູ່ເມືອງໄຊ ພົບເຫັນເຊື້ອພະຍາດອະຫິວາໝູອາຟຣິກາ ຢູ່ໃນ 2 ບ້ານ ຄື: ບ້ານໂຮມສຸກ ແລະ ບ້ານດອນໄຊ ແລະ ໄດ້ສຳເລັດໃນການທຳລາຍແລ້ວໃນຕົ້ນເດືອນຜ່ານມາ ແລະ ຍັງສືບຕໍ່ເກັບຕົວຢ່າງເລືອດໝູ ເພື່ອສົ່ງເຂົ້າວິໄຈຕື່ມອີກ ຈຳນວນ 6 ຕົວຢ່າງ ໃນຈຳນວນ 2 ບ້ານ ຄື: ບ້ານຫຼັກ 22 ແລະ ບ້ານຫ້ວຍຊາງ.

ສ່ວນເມືອງຫຼາ ພົບການລະບາດຢູ່ໃນ 1 ບ້ານ ຄື: ບ້ານຫ້ວຍທອງ ມີໝູຕາຍ ຈຳນວນ 88 ໂຕ, ຍັງມີຊີວິດ 64 ໂຕ ແຕ່ຍັງຢູ່ໃນຈໍານວນເປົ້າໝາຍຂອງການທຳລາຍ ແລະ ໄດ້ເກັບຕົວຢ່າງໄປວິໄຈແລ້ວ ຈຳນວນ 14 ຕົວຢ່າງ ໃນຈຳນວນ 6 ບ້ານ ຄື: ບ້ານມົກໂຮງ, ບ້ານຕາງເງີຍ, ບ້ານຕາດມ່ວນ, ບ້ານໄໝ່, ບ້ານນາຄອຍ ແລະ ບ້ານວຽງຄຳ ເຊິ່ງບໍ່ພົບເຊື້ອພະຍາດ.

ເມືອງນາໝໍ້ ໄດ້ເກີດຢູ່ 4 ບ້ານ ຄື: ບ້ານປາງທອງ, ບ້ານຫ້ວຍຊາງ, ບ້ານນາຂາມ ແລະ ບ້ານຫົວນໍ້າຂາມ ເຊິ່ງມີໝູຕາຍແລ້ວ ຈໍານວນ 311 ໂຕ. ໃນນັ້ນ, ຢູ່ບ້ານຫ້ວຍຊາງ ຕາຍຈໍານວນ 223 ໂຕ ແລະ ໝູທີ່ຍັງມີຊີວິດຈຳນວນ 345 ໂຕ.

ເມືອງງາ ລະບາດຢູ່ 2 ບ້ານ ຄື: ບ້ານຫ້ວຍເລີ່ມ ແລະ ບ້ານດອນແອ່ນ ມີໝູຕາຍແລ້ວຈຳນວນ 125 ໂຕ ແລະ ຍັງມີຊີິວິດ ຈຳນວນ 170 ໂຕ.

ເມືອງຮຸນ ແມ່ນຢູ່ໃນລະຫວ່າງການວິໄຈຫາເຊື້ອພະຍາດ ຈຳນວນ 3 ຕົວຢ່າງ ໃນ 1 ບ້ານ ຄື: ບ້ານພູເລົາ.

ໃນແຕ່ລະຈຸດທີ່ເກີດມີການລະບາດຂອງເຊື້ອພະຍາດອະຫິວາໝູອາຟຣິກາ ທາງພະນັກງານວິຊາການຂັ້ນເມືອງ ໂດຍສົມທົບກັບແຂວງໄດ້ຄວບຄຸມ, ເຝົ້າລະວັງ, ສີດພົ່ນ, ຂ້າເຊື້ອພະຍາດໃນແຕ່ລະຈຸດດັ່ງກ່າວ ແລະ ອອກມາດຕະການຫ້າມເດັດຂາດໃນການຂ້າ ແລະ ເຄື່ອນຍ້າຍໝູ ພ້ອມທັງສືບຕໍ່ໃນການປະສານກັບປະຊາຊົນ ແລະ ທຸກພາກສ່ວນໃນການທຳລາຍໝູທີ່ນອນຢູ່ໃນເປົ້າໝາຍຕິດເຊື້ອພະຍາດ.

[ ຂ່າວ: ຄານມະນີ ຮຽນດໍຈັນ ]