ຮັບຮອງ 5 ບ້ານ ເປັນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ

52

ທ້າຍອາທິດຜ່ານມາ ໄດ້ມີພິທີປະກາດຮັບຮອງເອົາ 5 ບ້ານ ຂອງເມືອງໄຊຍະບູລີ ເປັນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ບຸນແທນ     ທີແກ້ວ ເຈົ້າເມືອງໄຊຍະບູລີ, ມີຮອງຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ພະນັກງານວິຊາການ ພ້ອມດ້ວຍອົງການປົກຄອງບ້ານເຂົ້າຮ່ວມ.

ໃນພິທີໄດ້ຮັບຊົມການສະແດງສິລະປະວັນນະຄະດີບັນດາເຜົ່າ ຈາກບ້ານຈຳນວນ 2 ລາຍການ ຄື: ບົດຟ້ອນເຜົ່າມົ້ງ ຈາກສິລະປະບ້ານດອນໃໝ່ ແລະ ຂັບລຳສ້າງບ້ານພັດທະນາຈາກສິລະປະບ້ານທ່ານາ.

ຈາກນັ້ນ, ທ່ານ ນາງ ປັ່ນໂສພາ ເລຂາໜ່ວຍພັກ ນາຍບ້ານດອນໃໝ່ ໄດ້ຕາງໜ້າອົງການປົກຄອງບ້ານ 5 ບ້ານ ຂຶ້ນຜ່ານບົດລາຍງານການປະເມີນຄອບຄົວ, ສ້າງບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ໃນຈຳນວນ 5 ບ້ານ ມີໜ່ວຍຜະລິດທັງໝົດ 190 ໜ່ວຍ, ມີ 1.993 ຄອບຄົວ, ມີປະຊາກອນທັງໝົດ 10.213 ຄົນ ຍິງ 4.896 ຄົນ. ໃນນີ້, ແຮງງານ ອາຍຸແຕ່ 14 –  60 ປີ ມີ 7.312 ຄົນ ຍິງ 3.668 ຄົນ ເຊິ່ງປະກອບອາຊີບຕາມແຕ່ລະຂົງເຂດ ຄື: ຂົງເຂດກະສິກຳ, ຂົງເຂດອຸດສາຫະກຳ, ຂົງເຂດບໍລິການ ແລະ ເປັນນັກຮຽນ – ນັກສຶກສາ.

ຜ່ານການລົງຕິດຕາມປະເມີນກວດກາຄອບຄົວຕາມ 3 ມາດຖານ ສາມາດປະຕິບັດໄດ້ 99,33%, ປະເມີນບ້ານຕາມ 6 ມາດຖານປະຕິບັດໄດ້ 94,66%. ຫຼັງຈາກນັ້ນ, ຕາງໜ້າໃຫ້ແຕ່ລະຄອບຄົວ ແລະ ບ້ານທັງ 5 ບ້ານກໍຂຶ້ນຮັບໃບຍັ້ງຢືນຄອບຄົວ, ບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ປະກອບມີ: ບ້ານທ່ານາ, ບ້ານປົ່ງ, ບ້ານສີເມືອງ, ບ້ານດອນໃໝ່ ແລະ ບ້ານດອນເງິນ ໃຫ້ກຽດຂຶ້ນມອບໂດຍ ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ. ຈາກນັ້ນ, ຄະນະປະທານ ແລະ ຜູ້ເຂົ້າຮ່ວມ ກໍໄດ້ເຂົ້າຮ່ວມລັ່ນຄ້ອງ 9 ບາດ, ປ່ອຍໝາກປູມເປົ້າ ແລະ ເປີດປ້າຍຢັ້ງຢືນເອົາ 5 ບ້ານ ເປັນບ້ານພັດທະນາທາງດ້ານແຮງງານ ແລະ ສະຫວັດດີການສັງຄົມຢ່າງເປັນທາງການ.