ເລືອກກິນໝາກໄມ້ໃນລະດູຝົນແນວໃດ ເພື່ອບຳລຸງຮ່າງກາຍ

192

ໃນລະດູຝົນໂດຍສ່ວນໃຫຍ່ໃຫ້ເລືອກກິນໝາກໄມ້ທີ່ມີລົດສົ້ມ ເນື່ອງຈາກວ່າມີວິຕາມິນ ຊີ ຫຼາຍ ແລະ ເປັນໂຕຊ່ວຍໃນການສ້າງພູມຕ້ານທານໃຫ້ຮ່າງກາຍ ເພື່ອປ້ອງກັນພະຍາດຕ່າງໆທີ່ມາກັບລະດູຝົນ ແຕ່ກ່ອນອື່ນຕ້ອງຮູ້ຈັກການເລືອກໝາກໄມ້ແນວໃນລະດູຝົນ.

ໝາກໄມ້ທີ່ບໍ່ຫວານຫຼາຍເກີນໄປ ເພາະໃນລະດູຝົນແມ່ນຈະມີໂອກາດເຈັບຄໍ ແລະ ບໍ່ສະບາຍໄດ້ງ່າຍຢູ່ແລ້ວ ຖ້າກິນໝາກໄມ້ທີ່ຫວານ ກໍອາດຈະກັດຄໍເຮັດໃຫ້ບໍ່ສະບາຍຫຼາຍຂຶ້ນກວ່າເກົ່າ.

ໝາກໄມ້ທີ່ມີນ້ຳຫຼາຍ ເພາະນ້ຳໃນໝາກໄມ້ບາງຊະນິດແມ່ນສາມາດຊ່ວຍຫຼຸດອາການອັກເສບໃນຮ່າງກາຍ ແລະ ປ້ອງກັນພະຍາດໄຂ້ຫວັດໄດ້ນຳ.

ໝາກໄມ້ທີ່ບໍ່ເນົ່າງ່າຍຄວນເລືອກໝາກໄມ້ທີ່ສາມາດເກັບໄວ້ດົນໄດ້ ຫຼື ບໍ່ຊ້ຳງ່າຍ ເພາະວ່າຄວານຊຸ່ມຈາກຝົນຈະເຮັດໃຫ້ໝາກໄມ້ເນົ່າໄດ້ງ່າຍຂຶ້ນ.

ໝາກໄມ້ທີ່ຊ່ວຍບຳລຸງສຸຂະພາບ ແລະ ປ້ອງກັນພະຍາດໃນລະດູຝົນ ມີດັ່ງນີ້:

1 ໝາກຂ້າມປ້ອມ: ມີວິຕາມິນ ຊີ ເຮັດໜ້າທີ່ຊ່ວຍໃຫ້ຫຼອດເລືອດແຂງແຮງໜຽວແໜ້ນ ແລະ ຊ່ວຍໃຫ້ສຸຂະພາບໂດຍລວມດີຂຶ້ນ ເພາະມີຫຼອດເລືອດໄປຫຼໍ່ລ້ຽງໄດ້ທົ່ວທຸກສ່ວນຂອງຮ່າງກາຍ.

2 ໝາກກ້ວຍນ້ຳ: ນອກຈາກຈະກິນແຊບແລ້ວຍັງໃຫ້ຄວາມສົດຊື່ນ ພ້ອມມີສານທີ່ຊ່ວຍປັບສົມດຸນໃນຮ່າງກາຍໄດ້ນຳ ເພາະມີທາດໂພແທສຊຽມທີ່ຊ່ວຍກະຕຸ້ນເສັ້ນປະສາດ ແລະ ມີຄວາມເປັນດ່າງສູງ.

3 ໝາກສີດາ: ເປັນໝາກໄມ້ທີ່ຊ່ວຍປ້ອງກັນໄຂ້ຫວັດ ເໝາະກັບຄົນທີ່ເຈັບຄໍງ່າຍ ຫຼື ເດັກນ້ອຍທີ່ເປັນຫວັດຕະຫຼອດ ແລະ ສຳລັບຜູ້ທີ່ເປັນພູມແພ້ໃຫ້ກິນໝາກສີດາ ມື້ລະ 2 ໜ່ວຍ. ສ່ວນນ້ຳໝາກສີດາກໍໃຊ້ແທນໄດ້ ແຕ່ກິນເປັນໝາກສົດຈະດີ ກວ່າ ເຊິ່ງຈະຊ່ວຍເລື່ອງຫຼອດເລືອດຝອຍ ແລະ ຜິວພັນໃຫ້ມີສຸຂະພາບດີຂຶ້ນ.

4 ໝາກຫຸ່ງ: ສາມາດກິນໄດ້ທັງສຸກ ແລະ ດິບ ຂໍ້ດີຂອງມັນຄືມີວິຕາມິນ A, ເບຕ້າແຄໂຣທີນທີ່ສູງ ເພື່ອຊ່ວຍບຳລຸງຕັບ ແລະ ບຳລຸງສາຍຕາ ສ່ວນເອັນໄຊສ ຈາກໝາກຫຸ່ງຍັງຊ່ວຍໃຫ້ລຳໄສ້ເຮັດວຽກບໍ່ໜັກ ແລະ ເປັນຢາລະບາຍອ່ອນໆ.

5 ນ້ຳໝາກພ້າວ: ໃນລະດູຝົນນ້ຳໝາກພ້າວອາດຈະບໍ່ຫວານເທົ່າຍາມແລ້ງ ແຕ່ເປັນນ້ຳຈາກທຳມະຊາດທີ່ມີຄຸນປະໂຫຍດຫຼາຍ ເໝາະສົມກັບລະດູຝົນທີ່ມີການເຈັບປ່ວຍ, ບໍ່ສະບາຍ ແລະ ເບື່ອອາຫານ ການໄດ້ດື່ມນ້ຳໝາກພ້າວຈະຊ່ວຍໃຫ້ສົດຊື່ນຈາກ ກຣູໂຄສ ແລະ ແຮ່ທາດຈາກນ້ຳໝາກພ້າວ. ນອກຈາກນັ້ນ, ຍັງຊ່ວຍໃຫ້ລະບົບຂັບຖ່າຍບໍ່ເກີດອາການອັກເສບ.

ໝາກໄມ້ທັງໝົດແມ່ນສາມາດຊອກກິນໄດ້ງ່າຍ ແລະ ມີຫຼາຍຊະນິດໃນລະດູຝົນ ເຊິ່ງເປັນຢາບຳບັດພະຍາດ ແລະ ຊ່ວຍໃຫ້ສຸຂະພາບດີ ແຕ່ໝາກໄມ້ທີ່ບໍ່ຄວນກິນຄືໝາກໄມ້ນອກລະດູການ ເພາະອາດຈະມີ ຄວາມສ່ຽງຕໍ່ຢາຂ້າແມງໄມ້ ແລະ ສານເລັ່ງ.

ຂໍ້ມູນຈາກ: health.com; ຮຽບຮຽງ: ນຸ້ມນິ້ມ