ເຮືອບິນຕຳກັນໃນປະເທດແອັດສະປາຍ ເສຍຊີວິດ 7 ຄົນ

36

ມີຜູ້ເສຍຊີວິດ 7 ຄົນ ຈາກອຸບັດຕິເຫດເຮລິຄັອບເຕີນັກທ່ອງທ່ຽວ ຕໍາກັບ ເຮືອບິນລໍານ້ອຍເທິງກາງອາກາດ ເຂດເກາະມາຢໍກ້າ ປະເທດແອັດສະປາຍ.

ສຳນັກຂ່າວເອພີ ລາຍງານຈາກນະຄອນຫຼວງມາດຣິດ ປະເທດແອັດສະປາຍ ເມື່ອວັນອາທິດ ທີ 25 ສິງຫາ ວ່າ ອໍານາດການປົກຄອງທ້ອງຖິ່ນຂອງເກາະແບລີແອຣິກ ປະເທດແອັດສະປາຍ ທີ່ມີເກາະມາຢໍກ້າລວມຢູ່ນໍາ ຖະແຫຼງການວ່າ ເກີດອຸບັດຕິເຫດເຮລິຄັອບເຕີນໍານັກທ່ອງທ່ຽວບິນຊົມທິວທັດ ຕໍາກັບເຮືອບິນລໍານ້ອຍ ເທິງກາງອາກາດ ທີ່ເກາະມາຢໍກ້າ ປະເທດແອັດສະປາຍ ເມື່ອວັນອາທິດ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 7 ຄົນ ແບ່ງເປັນ 5 ຄົນ ເທິງເຮືອບິນເຮລິຄັອບເຕີ ເຊິ່ງມີຜູ້ໃຫຍ່ 3 ຄົນ ແລະ ເດັກນ້ອຍ 2 ຄົນ ສ່ວນເຮືອບິນລໍານ້ອຍເປັນຊາຍຄົນທ້ອງຖິ່ນທັງສອງ.

ในภาพอาจจะมี หนึ่งคนขึ้นไป, ต้นไม้ และสถานที่กลางแจ้ง

ສື່ທ້ອງຖິ່ນລາຍງານວ່າ ເຮລິຄັອບເຕີລໍາທີ່ປະສົບເຫດ ກຳລັງນຳນັກທ່ອງທ່ຽວບິນທ່ຽວຊົມທິວທັດທາງອາກາດ ແລະ ໜຶ່ງໃນຜູ້ທີ່ເສຍຊີວິດເປັນຄົນປະເທດອິຕາລີ ແລະ ບາງສ່ວນຂອງຊາກເຮືອບິນຕົກຢູ່ໃກ້ຊຸມຊົນໃນເຂດຊົນນະບົດ ທາງເຈົ້າໜ້າເລັ່ງສືບສວນຫາສາເຫດເສົ້າສະຫຼົດໃນຄັ້ງນີ້.

ສ່ວນທ່ານເປໂດຣ ຊານເຊສ ຮັກສາການນາຍົກລັດຖະມົນຕີຂອງສະເປນ ກ່າວສະແດງຄວາມເສຍໃຈຕໍ່ເຫດການເສົ້າສະຫຼົດແກ່ຄອບຄົວຜູ້ທີ່ສູນເສຍໃນອຸບັດຕິເຫດ.