ໂຄງການພັດທະນາອາຊີວະສຶກສາ ໄລຍະທີ 2 ໄດ້ຮັບທຶນຊ່ວຍເຫຼືອ 4 ລ້ານເອີໂຣ

81

ລັດຖະບານເຢຍລະມັນ ໄດ້ໃຫ້ທຶນຊ່ວຍເຫຼືອໂຄງການພັດທະນາອາຊີວະສຶກສາໄລຍະ 2 ມູນຄ່າ 4 ລ້ານເອີໂຣ ເຊິ່ງໄດ້ເລີ່ມປະຕິບັດມາແຕ່ຕົ້ນປີ 2019 ຫາ ປີ 2022 ເພື່ອປັບປຸງຄຸນນະພາບໃນຂະແໜງອາຊີວະສຶກສາ.

ວັນທີ 23 ສິງຫາ 2019 ກະຊວງສຶກສາທິການ ແລະ ກີລາ, ກະຊວງແຜນການ ແລະ ການລົງທຶນ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຮ່ວມກັບໂຄງການ GIZ ຈັດພິທີເປີດໂຄງການ ພ້ອມທັງເຊັນສັນຍາຮ່ວມມື ໄລຍະທີ 2 ( VELA ) ຂຶ້ນທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ເຢນ ລຸດເຄນແຮມ ເອກອັກຄະລັດຖະທູດເຢຍລະມັນ ປະຈຳລາວ, ທ່ານ ອາເລັກຊານເດີ ມອນເດິນ ຫົວໜ້າໂຄງການ VELA ພ້ອມດ້ວຍຕົວແທນຈາກບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກິແກ້ວ ຈັນທະບູລີ ກ່າວວ່າ: ໂຄງການ VELA ເປັນໂຄງການຮ່ວມມືດ້ານການພັດທະນາທີ່ເກີດດອກອອກຜົນ ນັບຕັ້ງແຕ່ປີ 1963 ເປັນຕົ້ນມາ, ລັດຖະບານເຢຍລະມັນ ໄດ້ປະກອບສ່ວນໃນຂົງເຂດການພັດທະນາເສດຖະກິດແບບຍືນຍົງຂອງ ສປປ ລາວ, ໃນລະຫວ່າງ 2013 – 2019 ໂຄງການ VELA ໄລຍະທີ 1 ໄດ້ຮັບການສະໜັບສະໜູນປະຕິຮູບຂະແໜງອາຊີວະສຶກສາ ເຊິ່ງເຮັດໃຫ້ມີນັກສຶກສາຫຼາຍກວ່າ 700 ຄົນ ໄດ້ຮັບຜົນປະໂຫຍດຈາກການ ຮຽນ – ການສອນແບບຄວບຄູ່ ແລະ ໄດ້ຮັບປະສົບການຕົວຈິງ ຈາກການເຂົ້າຮ່ວມຂະບວນການຜະລິດຢູ່ໃນສະຖານປະກອບການຄຽງຄູ່ກັບການຮຽນໃນຫ້ອງຮຽນ.

ທ່ານ ເຢນ ລຸດເຄນແຮມ ໄດ້ກ່າວວ່າ: ໂຄງການພັດທະນາອາຊີວະສຶກສາ ສປປ ລາວ ໄລຍະທີ 1 ລະຫວ່າງປີ 2013 – 2019 ຜ່ານມາ ໄດ້ບັນລຸຜົນສຳເລັດທີ່ສຳຄັນໃນການກະຕຸ້ນ ແລະ ການເຮັດໃຫ້ບັນດາບໍລິສັດມີສ່ວນຮ່ວມໃນການທົດລອງປະຕິບັດການຝຶກອົບຮົມແບບຄວບຄູ່. ເຖິງຢ່າງໃດກໍຕາມ, ເພື່ອເປັນການວາງຮາກຖານອາຊີວະສຶກສາແບບຄວບຄູ່ ຢູ່ໃນລະບົບອາຊີວະສຶກສາແຫ່ງຊາດ, ພາກທຸລະກິດຕ້ອງໄດ້ເພີ່ມ ຄວາມເປັນເຈົ້າການ ແລະ ເປັນຄູ່ຮ່ວມງານທີ່ຢູ່ຄຽງຂ້າງລັດຖະບານ ສປປ ລາວ.

ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວວ່າ: ການສະໜັບສະໜູນໂຄງການໃນຄັ້ງນີ້ ວິທະຍາໄລຕົວແບບດ້ານອາຊີວະສຶກສາແບບຄວບຄູ່ ຈະສາມາດເຮັດໃຫ້ແຜນງານຂອງພວກເຂົາມີຄວາມສອດຄ່ອງຫຼາຍຂຶ້ນ ແລະ ສາມາດຕອບສະໜອງ ຄວາມຕ້ອງການຂອງຕະຫຼາດແຮງງານລາວໄດ້ໄວຂຶ້ນ ໂດຍຜ່ານການປັບປຸງຄຸນນະພາບດ້ານການບໍລິການ, ບັນດາວິທະຍາໄລດັ່ງກ່າວຈະກາຍເປັນຕົວແບບໃຫ້ກັບໂຮງຮຽນວິຊາຊີບໃນແຂວງອື່ນໆ.

ໂຄງການ VELA ໄລຍະທີ 2 ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນກຸມພາ 2019 ແລະ ມີໄລຍະຈັດຕັ້ງປະຕິບັດເຖິງເດືອນມັງກອນ 2022 ແລະ ໄດ້ຮັບການຊ່ວຍເຫຼືອຂອງກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ( BMZ ) ຂອງເຢຍລະມັນ ຈຳນວນ 4 ລ້ານເອີໂຣ ອີກດ້ວຍ.

( ຂ່າວ: ກາວຊົ່ງ; ຮູບ: ວິລະສັກ )