ພຽງ 2 ວັນ ອັດຕະປື ສາມາດເກັບລາຍຮັບຈາກຄ່າທໍານຽມທາງເກືອບ 40 ລ້ານກີບ

34

ເພື່ອເປັນປຸກລະດົມ ແລະ ອໍານວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງພັກ-ລັດ, ບັນດາຫົວໜ່ວຍທຸລະກິດ ແລະ ປະຊາຊົນບັນດາເຜົ່າ ໄດ້ມາເສຍຄ່າທໍານຽມທາງຜ່ານລະບົບທະນາຄານຢ່າງຖືກຕ້ອງຕາມກຳນົດເວລາ ໃນວັນທີ 21 ສິງຫາ 2019 ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດຈາລະຈອນ ປກສ ແຂວງ ອັດຕະປືຮ່ວມກັບສ່ວຍສາອາກອນ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນໄດ້ລົງເປີດຂະບວນການຊຸກຍູ້ຜູ້ໃຊ້ພາຫະນະເສຍຄ່າທໍານຽມທາງຜ່ານໂດຍຜ່ານລະບົບທະນາຄານ ຢູ່ຈຸດປ້ອມຈະລາຈອນ (ນາພອກ), ເສັ້ນທາງຫຼວງແຫ່ງຊາດ 18B ພຽງ 2 ວັນ ສາມາດເກັບລາຍຮັບໄດ້ 37 ລ້ານກວ່າກີບ.

ການລົງຊຸກຍູ້ເທື່ອນີ້ ສາມາດເລືອກເສຍຊຳລະໄດ້ 05 ຊ່ອງທາງ ຄື: 1) ແອັບພຣີເຄເຊີນມືຖື (Mobile Application), 2) ຕູ້ເອທີເອັມ(ATM), 3) ເຄົາເຕີທະນາຄານ(Counter), 4) ຈຸດໃຫ້ບໍລິການທີ່ໄດ້ຮັບອະນຸຍາດ (BCOME) ແລະ 5) ຕູ້ອັດຕະໂນມັດ (Kiosk). ໃນນັ້ນ ຕາມແຜນການເຄື່ອນໄຫວລົງຊຸກຍູ້ຈຸດທີ່ເຄື່ຶອນໄຫວກວດລົດເສຍຄ່າທຳນຽມທົ່ວແຂວງ ມີ ທັງໝົດຈຳນວນ 08 ຈຸດ, ໃນນັ້ນ: ຂັ້ນແຂວງ ມີ 03 ຈຸດ ແລະ 05 ຈຸດ ຢູ່ບັນດາ 05 ຕົວເມືອງ.

ເວົ້າລວມແລ້ວໃນໄລຍະ 8 ເດືອນຂອງປີ 2019 ນີ້ ການເກັບລາຍຮັບຄ່າທໍານຽມທາງ ປະຕິບັດໄດ້ 500 ລ້ານກວ່າກີບ, ເທົ່າກັບ 70,71 % ຂອງແຜນການປີ, ເມື່ອທຽບໃສ່ຂໍ້ມູນພາຫະນະຕົວຈິງທີ່ພະແນກ ຍທຂ ສະໜອງໃຫ້ເຫັນວ່າຍັງຕໍ່າ.

ດັ່ງນັ້ນ, ການລົງຈັດການຊຸກຍູ້ ຜ່ານມາ ພຽງເວລາ 2 ວັນເທົ່ານັ້ນ ສາມາດຈັດເກັບລາຍຮັບໄດ້ 37 ລ້ານກວ່າກີບ ແລະ ສັງເກດເຫັນໄດ້ວ່າບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີຄວາມຕື່ນຕົວໃນການແຈ້ງ ແລະ ຊຳລະຄ່າທຳນຽມທາງຫຼາຍຂຶ້ນ. ຢ່າງໃດກໍ່ຕາມ ກໍ່ຮຽກຮ້ອງມາຍັງບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ນຳໃຊ້ຍານພາຫະນະພາຍໃນແຂວງອັດຕະປື ຈົ່ງໃຫ້ຮີບຮ້ອນໄປແຈ້ງເສຍຄ່າທຳນຽມທາງ ຕາມຊ່ອງທາງ ແລະ ຈຸດຕ່າງໆຕາມລະບຽບການ.

ທີ່ມາ: Attapeu Media