ເປີດໂຕ ມີສ ຢູນິເວີສ ລາວ 2019 ໃນຊຸດປະຈໍາຊາດລາວ

66

ບໍລິສັດ Miss Lao ຜູ້ໄດ້ຮັບລິດຂະສິດ Miss Universe Laos ແຕ່ພຽງຜູ້ດຽວ ພາຍໃຕ້ຫົວຂໍ້: “ສະເໜ່ຂອງຄວາມເປັນລາວສູ່ຄວາມເປັນດາວແຫ່ງຈັກກະວານ” ຈັດງານເປີດໂຕທັງ 30 ຄົນ Miss Universe Laos 2019 ໃນຮອບ Preview Day ຍ່າງໂຊໃນຮູບແບບຊຸດຜ້າໄໝລາວທີ່ສະແດງເຖິງເອກະລັກຄວາມເປັນລາວ ແລະ ເພື່ອເປັນການສະແດງຄວາມພ້ອມຂອງບັນດານ້ອງໆຫຼັງຈາກໄດ້ຜ່ານການຝຶກແອບ.

*

*

ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 22 ສິງຫາ 2019 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິຍາ ແກ້ວພິລາວົງ ຫົວໜ້າກົມຂະບວນການຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ຈັນທະສອນ ພິມມະສອນ ປະທານໂຄງການປະກວດ Miss Universe Laos ພ້ອມດ້ວຍບັນດາສື່ມວນຊົນທຸກຂະແໜ່ງການ ແລະ ມວນຊົນເຂົ້າຮ່ວມຊົມຄວາມພ້ອມກ່ອນມື້ຊິງຊະນະເລີດໃນວັນທີ 24 ສິງຫາ ທີ່ຜ່ານມາ.

*

*

*

ທ່ານ ຈັນທະສອນ ພິມມະສອນ ໄດ້ໃຫ້ສໍາພາດວ່າ: ກາງຈັດງານໃນມື້ນີ້ແມ່ນເປັນການສະແດງຄວາມພ້ອມຂອງບັນດານ້ອງໆທັງ 30 ຄົນໃຫ້ບັນດາສື່ມວນຊົນໄດ້ເຫັນຫຼັງຈາກຜ່ານການຝຶກແອບທັງຄວາມຮູ້ຄວາມສາດ, ທັດສະນະຄະຕິ, ບຸກຄະລິກກະພາບ ແລະ ທັກສະທີ່ຈໍາເປັນຕໍ່ເວທີການປະກວດພ້ອມທັງເປັນການກະກຽມຂັ້ນພື້ນຖານທີ່ຈະກ້າວສູ່ເວທີລະດັບສາກົນ. ເຊິ່ງນ້ອງໆທັງ 30 ຄົນ ຈະໄດ້ຍ່າງອວດຮູບໂສມດ້ວຍຊຸດປະຈໍາຊາດທີ່ເປັນເອກະລັກເປັນຄວາມພາກພູມໃຈຂອງປະຊາຊົນລາວທັງຊາດ ລວມທັງເປັນການປະຊາສໍາພັນໃຫ້ແກ່ທົ່ວໂລກໄດ້ເຫັນເຖິງຄວາມງາມ, ຄວາມສາມາດຂອງແມ່ຍິງລາວ ແລະ ຄຽງຄູ່ຄວາມເປັນຊາດລາວ.

*

*

*

ນາງ ສຸກດາວັນ ສີລິວັດ MUL06 ຫຼື ຜິງ ໃຫ້ສໍາພາດວ່າ: ເວທີນີ້ໄດ້ໃຫ້ຫຼາຍຢ່າງແກ່ນ້ອງເອງເຊິ່ງບໍ່ພຽງແຕ່ການປ່ຽນບຸກຄະລິກທີ່ມີຄວາມເປັນແມ່ຍິງລາວ ລວມທັງສອນດ້ານຄວາມຄິດ, ທັກສະນະຄະຕິ ແລະ ຄວາມໝັ້ນໃຈໃນຕົນເອງໂດຍສາມາດນຳໄປໃຊ້ໃນການເຮັດວຽກ ຫຼື ການຢູ່ໃນສັງຄົມ. ນ້ອງເອງບໍ່ເຄີຍມີປະສົບການມາກ່ອນ ແລະ ໄດ້ກຽມພ້ອມຫຼາຍຢ່າງກ່ອນຮອດມື້ຊິງຊະນະເລີດບໍ່ວ່າຈະເປັນການອອກກຳລັງກາຍຟິດຮູບຮ່າງ, ການຊ້ອມຍ່າງເທິງເວທີດ້ວຍເກີບສົ້ນສູງໃຫ້ມີຄວາມຄ່ອງແຄ່ວສະຫງ່າງາມ, ຝຶກການເວົ້າຕອບຄຳຖາມ ແລະ ຝຶກໄຫວພິບລວມທັງການຟັງທຳເພື່ອໃຫ້ເປັນຄົນຄິດບວກຍິ່ງຂຶ້ນນໍາ.

*

*

ນາງ ຈັນທະດາ ພົມດວງດີ MUL11 ຫຼື ປູແປ້ງ ໄດ້ໃຫ້ສໍາພາດວ່າ: ເວທີນີ້ໄດ້ສ້າງນ້ອງມີຄວາມໝັ້ນໃຈຫຼາຍຂຶ້ນ ເພາະເວທີນີ້ເປັນເວທີໆ 2 ແລະ ກ່ອນຊິງຊະນະເລີດນ້ອງກໍໄດ້ກະກຽມຮ່າງກາຍ ແລະ ເຝິກຊ້ອມຢ່າງໜັກເພື່ອເວທີນີ້ໂດຍສະເພາະ. ສ່ວນຈຸດເດັ່ນຂອງນ້ອງທີ່ໄດ້ຜ່ານເຂົ້າຮອບ 30 ຄົນ ແມ່ນຄວາມໝັ້ນໃຈຂອງຕົນເອງ, ສາຍຕາທີ່ມີຄວາມມຸ້ງໝັ້ນ ແລະ ສັກກະຍາພາບທີ່ນ້ອງມີ.

*

*

ຂ່າວ: ທິບອຸສາ.

ຮູບ: ສຸກສະຫວັນ.