ເຄັບລັບ 3 ຂັ້ນຕອນງ່າຍໆແກ້ສາຍບືດໍາ

193

ສາຍບື ຄືທໍ່ເຊື່ອມຕໍ່ລະຫວ່າງທາລົກໃນທ້ອງກັບຜູ້ເປັນແມ່ ເຊິ່ງສາຍບືປະກອບດ້ວຍຫຼອດເລືອດແດງ ແລະ ຫຼອດເລືອດດຳ ສາຍສະບືມີໜ້າທີ່ໃຫ້ເລືອດຂອງຂອງຜູ້ເປັນແມ່ ໂດຍນຳອົກຊີແຊນ ແລະ ອາຫານມາລ້ຽງທາລົກໃຫ້ຈະເລີນເຕີໂຕ ແລະ ມີຊີວິດໃນຂະນະທີ່ຢູ່ໃນທ້ອງ, ເຊິ່ງສາຍບື ກໍຄືແຜທີ່ເກີດມາຈາກການຕັດສາຍສະບືນັ້ນເອງ ຖ້າເຮົາບໍ່ເຮັດຄວາມສະອາບໍລິເວນນັ້ນ ຈະເຮັດໃຫ້ມີຂີ້ສາຍບື ຫຼື ຂີ້ໄຄເກີດຂຶ້ນ ແລະ ກາຍແຫຼ່ງສະສົມຂອງແບັກເຕີເລຍ ແລະ ເຊື້ອລາຈຳນວນຫຼາຍໃນຮ່າງກາຍ. ສະນັ້ນ, ມື້ນີ້ ເຮົາຈະມາແນະນໍາວິທີເຮັດຄວາມສະອາດສາຍບື ໃຫ້ຖືກວີທີ ທີ່ສາມາດເຮັດໄດ້ງ່າຍດັ່ງນີ້:

ກະກຽມສຳລີ, ຂີ້ເຜິ້ງ, ວາລະລິນ ປີໂຕຣລຽມເຈວ, ໂລຊັ່ນທາຜິວ,​ນໍ້າມັນໝາກກອກ ຫຼື ເບບີອອຍ ສາມາດເລືອກເອົາອັນໃດອັນໜຶ່ງກໍ່ໄດ້ ແລະ ນໍ້າອຸ່ນ

ວິທີເຮັດ: ໃຊ້ສຳລີຈຸ່ມລົງໃນນໍ້າອຸ່ນ, ແລ້ວນຳຂີ້ເຜິ້ງ ຫຼື ເບບີອອຍ ທາບໍລິເວນສາຍບື ແລ້ວໃຊ້ສຳລີຄ່ອຍໆເຊັດທຳຄວາມສະອາດ; ຫຼັ້ງຈາກນັ້ນ ປ່ຽນສໍາລີອັນໃໝ່ເຮັດຄວາມສະອາດສາຍບືທຸກຊອມທຸກມຸມ ເຮັດໄປເລື້ອຍໆ ແລ້ວປ່ຽນສຳລີໄປຈົນກວ່າສຳລີບໍ່ມີຄາບສົກກະປົກ ແລະ ບໍ່ມີກິ່ນເໝັນ

 

ເມື່ອທຳຄວມສະອາດ ແລະ ບໍ່ມີກິ່ນເໝັນແລ້ວ ໃຊ້ຜ້ານຸ້ມໆເຊັດສາຍບືໃຫ້ສະອາດ ແລ້ວທາໂລຊັ່ນເລັກນ້ອຍ ເພື່ອເຮັດໃຫ້ຜິວຊຸ່ມຊື່ນ.

 

ສຳລັບທ່ານໃດ ທີ່ບໍ່ໄດ້ເຮັດຄວາມສະອາດສາຍບື ຫຼາຍເດືອນ ຫຼື ບໍ່ເຄີຍທໍາຄວາມສະອາດສາຍບືເລີຍ ຈນມີຄາບຂີ້ໄຄຝັງແໜ້ນ ຈົນບໍ່ສາມາດຫຼຸດອອກມາເອງໄດ້ ຈາກການອາບນໍ້າທຳມະດາ ກໍ່ຢ່າລືມເອົາວິທີນີ້ໄປໃຊ້ລອງເບິ່ງ ຮັບຮອງວ່າໄດ້ຜົນດີແນ່ນອນ

 

 

ທີ່ມາ: kaijeaw.com