ນະຄອນຫຼວງ ສະຫງວນ 70 ພັນກວ່າເຮັກຕາໃນ 7 ເມືອງ ໃຫ້ເປັນດິນກະສິກຳ

287

  ນະຄອນຫຼວງວຽງຈັນເຖິງຈະເປັນນະຄອນຫຼວງຂອງປະເທດລາວ ເຊິ່ງມີເຮືອນຊານທີ່ຢູ່ອາໄສ, ສິ່ງກໍ່ສ້າງຕ່າງຢ່າງໜາແໜ້ນກໍ່ຕາມ ແຕ່ເພື່ອໃຫ້ນະຄອນຫຼວງສາມາດກຸ້ມຕົນເອງດ້ານສະບຽງອາຫານ ຫຼື ໃຫ້ໄດ້ນຳເຂົ້າຈາກປະເທດໃກ້ຄຽງໜ້ອຍລົງນັ້ນ ມີຄວາມຈຳເປັນຕ້ອງສະຫງວນເຂດດິນກະສິກຳໄວ້ສຳລັບປູກພືດພັນທັນຍາຫານໃຫ້ຫຼາຍ ໂດຍຕອນນີ້ໄດ້ຈົ່ງໄວ້ 70.000 ກວ່າເຮັກຕາສະເພາະໃຊ້ສອຍໃນວຽກງານກະສິກຳ.

ເພື່ອຮັບປະກັນໃຫ້ການກຳນົດ, ຈັດສັນແບ່ງເຂດ ແລະ ແບ່ງຄວາມຮັບຜິດຊອບ ໃຫ້ພາກສ່ວນກ່ຽວຂ້ອງໃນການຄຸ້ມຄອງຢ່າງລະອຽດ, ແນໃສ່ໃຫ້ມີການປົກປັກຮັກສາ, ຄຸ້ມຄອງ, ພັດທະນາ ແລະ ການຫັນປ່ຽນປະເພດທີ່ດິນ ໃຫ້ສອດຄ່ອງກັບລະບຽບກົດໝາຍ ແລະ ຮັບປະກັນຕາມທິດຍືນຍົງ, ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍ່ຄືນະຄອນຫຼວງວຽງຈັນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສິວິໄລ.

 

 

ນະຄອນຫຼວງວຽງຈັນ ໄດ້ຈັດເຂດພື້ນທີ່ສະຫງວນສຳລັບທີ່ດິນກະສິກໍາ ເຊິ່ງເຂດສະຫງວນການກະສິກຳ ໝາຍເຖິງ: ຂອບເຂດທີ່ກໍານົດໄວ້ໃຫ້ມີການນໍາໃຊ້ເພື່ອການຜະລິດກະສິກໍາ (ປູກຝັງ ແລະ ລ້ຽງສັດ) ແລະ ບໍ່ອະນຸຍາດໃຫ້ນໍາໃຊ້ເຂົ້າໃນເປົ້າໝາຍອື່ນ. ສໍາລັບຫຼັກໝາຍ ແມ່ນມີຂະໜາດ 12x12x120 ຊັງຕີແມັດ, ທາດ້ວຍສີເຫຼືອງ ແລະ ສີແດງເລືອດນົກ ເຊິ່ງໄດ້ໄດ້ຖືກນໍາໃຊ້ເປັນເທື່ອທໍາອິດໃນປີ 2017 ຢູ່ເຂດໂຄງການຊົນລະປະທານນໍ້າຫຸມ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ.

 

ในภาพอาจจะมี เมฆ, ท้องฟ้า, สถานที่กลางแจ้ง, ธรรมชาติ และน้ำ

 

ສະນັ້ນ, ເພື່ອປົກປັກຮັກສາເນື້ອທີ່ ທີ່ດິນກະສິກຳໄວ້ສໍາລັບການຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການບໍລິໂພກໃນປັດຈຸບັນ ແລະ ອະນາຄົດ, ນະຄອນຫຼວງວຽງຈັນ ຈຶ່ງໄດ້ກໍານົດຕົວເລກເນື້ອທີ່ສະຫງວນທີ່ດິນກະສິກໍາໄວ້ ໂດຍອີງຕາມຂໍ້ຕົກລົງ ວ່າດ້ວຍ ການກໍານົດ ແລະ ການຄຸ້ມຄອງທີ່ດິນກະສິກໍາ ແລະ ປ່າໄມ້ ຢູ່ ນະຄອນຫຼວງວຽງຈັນ, ສະບັບເລກທີ 0250/ຈນວ, ລົງວັນທີ 29 ມີນາ 2017. ເຊິ່ງຄາດໝາຍໃຫ້ໄດ້ເນື້ອທີ່ທັງໝົດ 73.089,45 ເຮັກຕາ ໃນຂອບເຂດ 7 ເມືອງດັ່ງນີ້:

1) ເມືອງ ສີໂຄດຕະບອງ ມີ 852.00 ເຮັກຕາ ກວມເອົາ 4 ກຸ່ມບ້ານ ລວມມີ 10 ບ້ານຄື: ບ້ານ ໜອງດາ, ຫ້ວຍຫ້ອມ, ໂພນສົມບູນ, ຕາດທອງ, ອ່າງໃຫຍ່, ບ້ານ ໃໝ່, ດອນຊິງຊູ້, ວຽງຄຳ, ບ້ານ ຈຳປາ ແລະ ບ້ານ ປາກທ້າງ.

2) ເມືອງ ໄຊເສດຖາ ມີ 1.461 ເຮັກຕາ ກວມເອົາ 3 ກຸ່ມບ້ານ ລວມມີ 12 ບ້ານຄື: ບ້ານ ຊຽງດາ, ເມືອງນ້ອຍ, ໂນນຫວາຍ, ນາຄວາຍໃຕ້, ນາຄວາຍກາງ, ໄຮ່ຄຳ, ໂຊກນ້ອຍ, ໂຊກໃຫຍ່, ໂພນທອງ, ນາບຽນ, ນາໂນ ແລະ ບ້ານ ຈອມສີ.

 

ในภาพอาจจะมี ท้องฟ้า, เมฆ, ต้นไม้, พื้นหญ้า, ต้นพืช, สถานที่กลางแจ้ง และธรรมชาติ

 

3) ເມືອງ ນາຊາຍທອງ ມີ 11.733,45 ເຮັກຕາ ກວມເອົາເຂດໂຄງການຊົນລະປະທານນໍ້າຫຸມ (ກຸ່ມບ້ານ ອີ່ໄລ+ນາຂ່າ) ມີ 21 ບ້ານ, ໂຄງການນໍ້າຊວງ (ກຸ່ມບ້ານ ໂພນທອງ) ມີ 10 ບ້ານ. ໂຄງການຊົນລະປະທານຫ້ວຍຊອນ-ຫ້ວຍຊົ້ວ (ກຸ່ມບ້ານ ນໍ້າກ້ຽງ) ມີ 8 ບ້ານ ແລະ ກຸ່ມບ້ານ ນາຊາຍ ມີ 3 ບ້ານ.

4) ເມືອງ ໄຊທານີ ມີ 8.142,00 ເຮັກຕາ ກວມເອົາ 6 ກຸ່ມບ້ານຄື: ກຸ່ມບ້ານ ຫ້ວຍຈຽມ, ກຸ່ມບ້ານດົງບັງ, ກຸ່ມບ້ານ ທ່າງ່ອນ, ກຸ່ມບ້ານ ເວີນຄຳ, ກຸ່ມບ້ານ ຫາດກ້ຽງ ແລະ ກຸ່ມບ້ານຊ້າງ.

5) ເມືອງ ຫາດຊາຍຟອງ ມີ 4.900 ເຮັກຕາ ກວມເອົາ 3 ກຸ່ມບ້ານຄື: ກຸ່ມ ( ໂຄກຊາຍ ແລະ ບ້ານ ສີຖານໃຕ້), ກຸ່ມ 6 (ບ້ານທ່າພະ, ໜອງພົງ, ປາກເປັ່ງ ແລະ ບ້ານຖິນແທ່ນ) ກຸ່ມ 7 (ບ້ານ ສິມມະໂນເໜືອ, ສິມມະໂນໃຕ້່, ຄວາຍແດງ ແລະ ບ້ານ ນາລ້ອງ)

 

ในภาพอาจจะมี ท้องฟ้า, พื้นหญ้า, เมฆ, ต้นไม้, ต้นพืช, สถานที่กลางแจ้ง และธรรมชาติ

 

6) ເມືອງ ສັງທອງ ມີ 28.517 ເຮັກຕາ ກວມເອົາຂອບເຂດບ້ານ ສຳພັນນາ, ແກ້ງໝໍ້, ໂຄກເພີງ, ສະໄກ, ອ່າງນ້ອຍ, ເພຍລາດ, ວັງມ້າ, ນາສາວນາງ, ໃຫຍ່ຈະເລີນ, ເຕົາໄຫ, ໂຄກແຮ່ ແລະ ບ້ານ ທ່ານາສາ.

7) ເມືອງ ປາກງື່ມ ມີ 17.484,00 ເຮັກຕາ ກວມເອົາ 6 ກຸ່ມບ້ານຄື: ກຸ່ມບ້ານ ປາກງື່ມ, ກຸ່ມບ້ານໂດນ, ກຸ່ມບ້ານ ດົງກະລືມ, ກຸ່ມບ້ານນາຝາຍ, ກຸ່ມບ້ານ ນາຊອນ ແລະ ກຸ່ມບ້ານ ສິນໄຊ.

ในภาพอาจจะมี ท้องฟ้า, ต้นไม้, พื้นหญ้า, เมฆ, ต้นพืช, สถานที่กลางแจ้ง และธรรมชาติ

 

ສ່ວນເມືອງ ຈັນທະບູລີ ແລະ ເມືອງ ສີສັດຕະນາກ ແມ່ນບໍ່ໄດ້ກຳນົດເນື້ອທີ່ດິນກະສິກຳ ແລະ ປ່າໄມ້ທີ່ສະຫງວນໄວ້ ເນື່ອງຈາກສອງເມືອງດັ່ງກ່າວ ເປັນທີ່ຕັ້ງຂອງການພັດທະນາພື້ນຖານໂຄງລ່າງຂອງນະຄອນຫຼວງວຽງຈັນ.