ຢູ 14 ລ໋ອບ ສະເຕດ້ຽມ 1 ດຽວຈາກລາວ ຮ່ວມຊີງໄຊກັບອີກ 31 ທີມ ລາຍການນານາຊາດ ທີ່ປະເທດໄທ

52

ການແຂ່ງຂັນບານເຕະນານາຊາດລາຍການ CP – Meiji CUP U – 14 International Champions 2019 ໃນຮອບຄັດເລືອກ ຮອບທໍາອິດ ທີ່ສະໜາມບຸຣີຣໍາ ຢູໄນເຕັດ ຟຸດບອລແຄ້ມ ບາງບໍ່ ຈັງຫວັດສະໝຸດປຣາການ ປະເທດໄທ ລະ ຫວ່າງວັນທີ 5 – 6 ກັນຍາ 2019 ໂດຍມີເຖິງ 32 ທີມ ແບ່ງເປັນ 8 ກຸ່ມ. ໃນນັ້ນມີ ຢູ 14 ລ໋ອບ ສະເຕດ້ຽມ 1 ດຽວຈາກ ສປປ ລາວ ຮ່ວມຊີງໄຊ.

ການແຂ່ງຂັນລາຍການນີ້ ເປັນລາຍການໃຫຍ່ ເພາະສະໂມສອນທີ່ເຂົ້າຮ່ວມຕ້ອງເປັນທີມທີ່ສ້າງຂຶ້ນມາຫຼາຍປີຂອງສະໂມສອນໃນລີກ ຫຼື ຂອງໂຮງຮຽນ ແລະ ມີໂຄງສ້າງຖືກຕ້ອງຕາມລະບຽບການຂອງຝ່າຍຈັດການແຂ່ງຂັນ ໂດຍຄວາມເຄື່ອນໄຫວຫຼ້າສຸດ ເມື່ອຕອນແລງຂອງວັນທີ 21 ສິງຫາທີ່ຜ່ານມາ ໄດ້ມີພິທີຈັບສະຫຼາກແບ່ງສາຍຢ່າງເປັນທາງການ ໂດຍແບ່ງອອກເປັນ 8 ກຸ່ມໆລະ 4 ທີມ ປາກົດວ່າ:

ກຸ່ມ A: ການທ່າເຮືອ ເອັຟຊີ ( ຮອງແຊັມເກົ່າຮອບຄັດເລືອກໃນປີ 2018 ), SAIMIT KABIN UNITED, ລ໋ອບ ສະເຕດ້ຽມ ( ສປປ ລາວ ) ແລະ ໜອງບົວພິຊາຍາ ເອັຟຊີ ( Nong Bua Pitchaya ).

ກຸ່ມ B: SEP SRISAMAN, ສຸຣິນ ເອັຟຊີ, ລູກເຈົ້າຕາກ ເອັຟຊີ ແລະ AC ACADEMY.

ກຸ່ມ C: ຊົນບຸຣີ ເອັຟຊີ ຮອງແຊັມເກົ່າ, ຈະກົງວິທະຍາ ອະຄາເດມີ, ໂຮງຮຽນການຈະນານຸເຄາະ ແລະ ໂຮງຮຽນສາມພຣານວິທະຍາ.

ກຸ່ມ D: CHAN SRI SUKSAWAD, POLICE TERO ACADEMY, KASEMBUNDIT ACADEMY ແລະ ປິຍະມິດ ເອັຟຊີ.

ກຸ່ມ E: ໂຮງຮຽນບ້ານນາດີ, ໂຮງຮຽນເທສະບານປລາຍບາງວັດສຸນທອນມິກາຣາມ, ໂຮງຮຽນສວນກຸຫຼາບວິທະຍາໄລ ປະທຸມທານີ ແລະ ພີທີທີ ຣະຍອງ.

ກຸ່ມ F: ສະໂມສອນບານເຕະເຍົາວະຊົນບາງຈາກ, ສະມາຄົມກີລາຈັງຫວັດເລີຍ, ແປດຣິ້ວ ຢູໄນເຕັດ ແລະ ໂຮງຮຽນກີລາກຣຸງເທບມະຫານະຄອນ.

ກຸ່ມ G: T.K.S ACADEMY, ສະໂມສອນອຸບັນຄິດສ໌ ຊິຕີ້, ຍຊ.ທອ. ( ໂຮງຮຽນ ດອນເມືອງຈາຕຸຣຈິນດາ ) ແລະ KHLONG KHON ACADEMY.

ກຸ່ມ H: ໂຮງຮຽນນົວມິນທຣາຊິນູທິກ ບໍດິນທອນເດຊາ, ສໍານາຣາຍ ຢູໄນເຕັດ, ໂຮງຮຽນກີລານະນຄອນນົນວິທະຍາ 6 ແລະ ໂຮງຮຽນສວນປ່າ ເຂົາຊະອາງ.

ສໍາລັບຮູບແບບການແຂ່ງຂັນແມ່ນທັງ 8 ກຸ່ມ ຈະແຂ່ງຂັນພົບກັນໝົດຄັດເອົາແຊັມຂອງແຕ່ລະກຸ່ມເຂົ້າຮອບ 8 ທີມສຸດທ້າຍ. ຈາກນັ້ນ, ຈະແຂ່ງຂັນແບບນ໊ອກເອົ້າ ຈົນຈົບການແຂ່ງຂັນລະຫວ່າງວັນທີ 5 – 6 ກັນຍາ 2019 ໂດຍທີມແຊັມ ແລະ ຮອງແຊັມ ຈະຄວ້າສິດເຂົ້າໄປແຂ່ງຂັນຮອບສຸດທ້າຍລະຫວ່າງວັນທີ 19 – 23 ຕຸລາ 2019 ທີ່ສະໜາມຊ້າງອາຣີນາ ແລະ ສະໜາມຊ້າງ ເທຣນນິງກຣາວ ທີ່ຈັງຫວັດບຸຣີຣໍາ.

ສ່ວນທີມທີ່ຜ່ານເຂົ້າຮອບສຸດທ້າຍແບບອັດຕະໂນມັດປະກອບມີ 6 ທີມ ຈາກ 3 ປະເທດ ນໍາໂດຍ ທຣູ ແບງຄ໊ອກ ຢູໄນເຕັດ ຈາກໄທ ແຊັມເກົ່າ 2018, ບຸຣີຣໍາ ຢູໄນເຕັດ ຈາກໄທ ຮັບກຽດເປັນເຈົ້າພາບ ແລະ ຮອງແຊັມເກົ່າ 2018, NFDP Malaysia – PPBN ຈາກມາເລເຊຍ ອັນດັບ 3 ເມື່ອປີ 2018, ຈູບິໂລ ອິວາຕະ ຈາກຍີ່ປຸ່ນ ແຊັມ 2 ສະໄໝ ( 2016 ກັບ 2017 ), ASSUMPTION UNITED ຈາກໄທ ໃນຖານະແຊັມບານເຕະລີກເຍົາວະຊົນແຫ່ງຊາດ ຮຸ່ນອາຍຸບໍ່ເກີນ 13 ປີ ແລະ Ho Chi Minh City F.C. ຈາກຫວຽດນາມ ຖືເປັນທີມນ້ອງໃໝ່ໃນລາຍການນີ້ ແຕ່ເປັນສະໂມສອນທີ່ປະສົບຄວາມສໍາເລັດສູງຄືເປັນແຊັມ ວີ – ລີກ ໄດ້ເຖິງ 4 ສະໄໝ ຈຶ່ງໄດ້ຮັບກຽດມາແຂ່ງຂັນໃນຮອບສຸດທ້າຍ.

( ຄໍາສອນ )