ລາວ – ໄທ ສືບຕໍ່ຄົ້ນຄວ້າການສ້າງແຂວງອັດສະລິຍະ

88

ກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ຮ່ວມກັບ ລັດວິສາຫະກິດ ໂທລະຄົມມະນາຄົມ ຈໍາກັດ ( CAT ) ແລະ ບໍລິສັດ ແພກກອນ ຈໍາກັດ ( PAKGON ) ຈາກປະເທດໄທ ຈັດກອງປະຊຸມເຜີຍແຜ່ຄວາມຮູ້ພື້ນຖານ ແລະ ຄວາມເປັນໄປໄດ້ຂອງການຮ່ວມມືໃນໂຄງການພັດທະນາແຂວງ ອັດສະລິຍະ ຫຼື Smart Province. ຈຸດປະສົງກໍເພື່ອສ້າງຕະຫຼາດນະວັດຕະກຳຜະລິດຕະພັນຂອງລາວ ແລະ ສ້າງຖານຂໍ້ມູນດ້ານອື່ນໆໃນຂອບເຂດທົ່ວປະເທດ.

ທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ກ່າວວ່າ: ກອງປະຊຸມໃນເທື່ອນີ້ກໍສືບເນື່ອງມາຈາກເນື້ອໃນບົດບັນທຶກຄວາມເຂົ້າໃຈ ( MOU ) ທີ່ໄດ້ເຊັນກັນໃນວັນທີ 15 ຕຸລາ 2018 ລະຫວ່າງກົມເຕັກໂນໂລຊີ ແລະ ນະວັດຕະກຳ ຮ່ວມກັບ ລັດວິສາຫະກິດ ໂທລະຄົມມະນາຄົມຈໍາກັດ ( CAT ) ແລະ ບໍລິສັດ ແພກກອນ ຈໍາກັດ ( PAKGON ) ປະເທດໄທ ໃນການເຜີຍແຜ່ຄວາມຮູ້ພື້ນຖານ ແລະ ການສ້າງຄວາມເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ ເຊິ່ງຈຸດປະສົງຂອງໂຄງການແມ່ນເພື່ອສ້າງຕະຫຼາດນະວັດຕະກຳຜະລິດຕະພັນຂອງລາວ ໂດຍນໍາໃຊ້ເຕັກໂນໂລຊີດິຈິຕອລ ແລະ ຂໍ້ມູນດ້ານອື່ນໆ ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ເຊື່ອມໂຍງກັບຕະຫຼາດສາກົນ, ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງລັດໃນລະດັບຕ່າງໆ ເຊັ່ນ: ການຄຸ້ມຄອງທາງດ້ານສິ່ງແວດລ້ອມ, ການຄຸ້ມຄອງຕົວເມືອງ, ການຜະລິດ, ທ່ອງທ່ຽວ ແລະ ອື່ນໆ.

ທ່ານ ດຣ. ພາກພູມ ສີທິມາກຸນ ຜູ້ບໍລິຫານໂຄງການພັດທະນາແຂວງອັດສະລິຍະ ບໍລິສັດ ແພກກອນ ຈໍາກັດ ໄດ້ອະທິບາຍເຖິງເນື້ອໃນຈິດໃຈຂອງໂຄງການບາງຕອນສໍາຄັນ ວ່າ: ປັດຈຸບັນການນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີຢ່າງ ກວ້າງຂວາງ ເຊິ່ງເປັນຈຸດສໍາຄັນອັນໜຶ່ງຕໍ່ການຄົ້ນຄວ້າ, ພັດທະນາດ້ານວຽກງານຕ່າງໆເປັນຕົ້ນແມ່ນ: ສິ່ງແວດລ້ອມ, ກະສິກຳ, ການຄຸ້ມຄອງຕົວເມືອງ ແລະ ອື່ນໆ.ໃນການຮ່ວມມືສອງຝ່າຍພວກເຮົາມີ ຄວາມຍິນດີເປັນຢ່າງຍິ່ງທີ່ຈະຊ່ວຍກັນພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີເຂົ້າໃນການສ້າງເສດຖະກິດ – ສັງຄົມໃຫ້ມີຜົນປະໂຫຍດ, ຍືນຍົງ ແລະ ສີຂຽວ.

ໂຄງການພັດທະນາແຂວງອັດສະລິຍະ ຫຼື Smart Province ແມ່ນການນໍາເອົາລະບົບເຕັກໂນໂລຊີຂໍ້ມູນ – ຂ່າວສານຕ່າງໆທີ່ກ່ຽວຂ້ອງລວມໄວ້ບ່ອນດຽວ ເພື່ອສະດວກໃນການບໍລິຫານຈັດການຢ່າງເປັນລະບົບ ອັນເຮັດໃຫ້ການຄຸ້ມຄອງຂອງພາກລັດມີຄວາມສະດວກ ແລະ ປະຊາຊົນກໍສາມາດເຂົ້າເຖິງຂໍ້ມູນໄດ້ງ່າຍ, ຖືກຕ້ອງ ແລະ ຊັດເຈນ.

ເຊິ່ງຫຼັກການຂອງ Smart Province ປະກອບມີ:

1 ການສື່ສານ ( Communication ) ການສື່ສານຕ້ອງໄວ ແລະ ທຸກຄົນສາມາດເຂົ້າເຖິງຂໍ້ມູນດ້ານເສດຖະກິດ ຫຼື ສັງຄົມຕ່າງໆຢ່າງງ່າຍດາຍ ໂດຍຜ່ານເວັບໄຊ ຫຼື ຊ່ອງທາງອື່ນໆ;

2 ຂໍ້ມູນ – ຂ່າວສານ ( Information ) ເປັນບ່ອນເຕົ້າໂຮມຂໍ້ມູນ – ຂ່າວສານຂອງແຕ່ລະຂະແໜງການ ແລະ ມີການອັບເດດເປັນປະຈໍາ;

3 ການບໍລິການ ( Service ) ປະຊາຊົນທົ່ວໄປສາມາດເຂົ້າເຖິງການບໍລິການຂອງພາກລັດຢ່າງສະດວກວ່ອງໄວ;

4 ດ້ານເສດຖະກິດ ( Economic ) ເມື່ອນໍາໃຊ້ລະບົບເຕັກໂນໂລຊີເຂົ້າໃນການຄຸ້ມຄອງກໍເປັນຕົວກະຕຸ້ນໃຫ້ລະບົບເສດຖະກິດໃນຂັ້ນສູນກາງ ແລະ ທ້ອງຖິ່ນ ມີການປະສານງານກັນຢ່າງກົມກຽວ, ເຮັດໃຫ້ ຈີດີພີ ຂະຫຍາຍຕົວໄປຕາມແຜນພັດທະນາເສດຖະກິດ – ສັງຄົມ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນຕອນເຊົ້າວັນທີ 22 ສິງຫາ 2019 ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນແສງ   ພິມມະວົງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ດຣ. ພາກພູມ ສີທິມາກຸນ ຜູ້ບໍລິຫານໂຄງການພັດທະນາແຂວງອັດສະລິຍະ ບໍລິສັດ ແພກກອນ ຈໍາກັດ, ທ່ານ ສຸມານະ ຈຸນລະມະນີ ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ; ມີຜູ້ຕາງໜ້າຈາກກົມ, ສະຖາບັນ, ຫ້ອງການກ່ຽວຂ້ອງເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ, ຮູບ: ວິລະສັກ ]