ສວນສາທາລະນະມິດຕະພາບລາວ – ຍີ່ປຸ່ນ ຈະເປີດເດືອນໜ້າ

156

ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ – ຍີ່ປຸ່ນ ຕັ້ງຢູ່ທິດເໜືອຂອງແຂວງໄຊຍະບູລີ ມູນຄ່າ 27 ຕື້ກວ່າກີບ ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ສົບທົບກັບແຂວງ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ທ້າຍປີ 2017 ເປັນຕົ້ນມາ. ຫຼ້າສຸດ, ໃນວັນທີ 21 ສິງຫາ 2019 ເຈົ້າຂອງໂຄງການ, ບໍລິສັດຜູ້ຮັບເໝົາ ແລະ ຄະນະກໍາມະການຈາກພາກລັດທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມກວດກາປະເມີນຜົນ. ຫຼັງກໍ່ສ້າງໃກ້ສຳເລັດຄາດຈະສາມາດເປີດນຳໃຊ້ໃນເດືອນກັນຍາ ທີ່ຈະມາເຖິງນີ້.

ທ່ານ ຫງວນ ວັນ ບົ້ງ ຮອງຫົວໜ້າ ບໍລິສັດ BM ກໍ່ສ້າງຂົວທາງ, ຊົນລະປະທານ ແລະ ເຄຫາ ຈໍາກັດ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດຜ່ານມາ ໄດ້ດຳເນີນກວດກາຜົນສຳເລັດ, ມາດຕະຖານເຕັກນິກ 2 ຄັ້ງ ຄື: 30% ແລະ 60%.

ໂຄງການກໍ່ສ້າງສວນສາທາລະນະມິດຕະພາບ ລາວ – ຍີ່ປຸ່ນ ເປັນໂຄງການທີ່ມີລັກສະນະການຮ່ວມມືຂອງຊາດ ລາວ – ຍີ່ປຸ່ນ ຕັ້ງຢູ່ບ້ານທ່ານາ ເມືອງໄຊຍະບູລີ ທາງທິດເໜືອຂອງເທສະບານແຂວງ, ໃນເນື້ອທີ່ 2,5 ເຮັກຕາ ເຊິ່ງສະແດງເຖິງສັນຍະລັກ, ເອກະລັກທາງສະຖາປັດ ເຊັ່ນ: ເຮືອນຊົງລາວ ແລະ ຊົງຍີ່ປຸ່ນ ມີສວນເປັນອົງປະກອບຕາມຮູບແບບຂອງໃຜລາວ.

ໂຄງການດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ 16 ຕື້ກວ່າກີບ ແລະ ທຶນສົມທົບຂອງແຂວງ 11 ຕື້ກວ່າກີບ, ລວມມູນຄ່າ 27,62 ຕື້ກວ່າກີບ ໂດຍເລີ່ມຈັດຕັ້ງປະຕິບັດມາແຕ່ທ້າຍປີ 2017 ເປັນຕົ້ນມາ, ຮອດປັດຈຸບັນການກໍ່ສ້າງແມ່ນສໍາເລັດແລ້ວເກືອບ 100% ໂດຍແມ່ນຫ້ອງວ່າການແຂວງໄຊຍະບູລີ ເປັນເຈົ້າຂອງໂຄງການ ແລະ ແມ່ນບໍລິສັດ BM ກໍ່ສ້າງຂົວທາງ, ຊົນລະປະທານ ແລະ ເຄຫາ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ.

( ຂ່າວ: ມະໄລວັນ )