ໄລຍະນີ້ເດີນທາງຂຶ້ນເໜືອ ຄວນເວັ້ນເສັ້ນທາງ ກາສີ – ເມືອງນານ

106

ຫຼັງຈາກທີ່ຝົນຕົກລິນຕິດຕໍ່ກັນຫຼາຍວັນໃນໄລຍະແຕ່ວັນທີ 1 – 21 ສິງຫາ ເຮັດໃຫ້ສະພາບເສັ້ນທາງສາຍຫຼັກຢູ່ແຂວງພາກເໜືອ ໄດ້ຮັບຜົນກະທົບໂດຍສະເພາະເສັ້ນທາງເຊື່ອມຕໍ່ລະຫວ່າງ ເມືອງກາສີ ແຂວງວຽງຈັນ – ເມືອງນານ ແຂວງຫຼວງພະບາງ ເກີດດິນເຈື່ອນຢູ່ເປັນປະຈຳຫາກໃຜທີ່ຈະເດີນທາງຂຶ້ນແຂວງພາກເໜືອກໍຄວນລະມັດລະວັງໃນການເດີນທາງຜ່ານຈຸດດັ່ງກ່າວ ຫາກບໍ່ມີຄວາມຈຳເປັນກໍຄວນເວັ້ນໄປໃຊ້ເສັ້ນທາງພູຄູນແທນ. ຂະນະທີ່ເສັ້ນທາງຫຼາຍຈຸດແຂວງຫົວພັນ ແມ່ນສາມາດນຳໃຊ້ໄດ້ແລ້ວເປັນສ່ວນໃຫຍ່.

ທ່ານ ຄຳສົດ ເພັດດາວັນ ເຈົ້າເມືອງກາສີ ແຂວງວຽງຈັນ ໃຫ້ພາດໃນວັນທີ 21 ສິງຫາຜ່ານມາ ວ່າ: ການໄປ – ມາໄລຍະລະດູຝົນເສັ້ນທາງລະຫວ່າງ ກາສີ – ເມືອງນານ ແມ່ນພົບກັບຄວາມຫຍຸ້ງຍາກ ເນື່ອງຈາກວ່າເປັນເສັ້ນທາງທີ່ຄົດລ້ຽວ, ເນີນສູງຂອບທາງຕິດກັບດິນແດງ ແລະ ຫີນ ໃນເວລາຝົນຕົກໜັກຕິດຕໍ່ກັນມັກຈະກໍ່ໃຫ້ເກີດມີດິນເຊາະເຈື່ອນ ເຊິ່ງປີນີ້ເກີດຫຼາຍຄັ້ງແລ້ວ ຫຼ້າສຸດແມ່ນດິນໄຫຼລົງມາທັບຂົວນ້ຳປ່ອງນ້ອຍ ເຮັດໃຫ້ການສັນຈອນຕິດຂັດຊົ່ວຄາວ ແຕ່ພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ກໍໄດ້ມີການແກ້ໄຂຢ່າງທັນການ.

ແນວໃດກໍດີ, ເສັ້ນທາງດັ່ງກ່າວແມ່ນເສັ້ນທາງຫຼວງແຫ່ງຊາດທີ່ສຳຄັນອີກສາຍໜຶ່ງທີ່ຈະອອກໄປແຂວງຫຼວງພະບາງ ແລະ ແຂວງ ອື່ນໆຂອງພາກເໜືອ, ແຂວງວຽງຈັນ ກໍຄື ຍທຂ ແຂວງໄດ້ມີການເຝົ້າລະວັງຢ່າງໃກ້ຊິດ ໂດຍສະເພາະຈຸດທີ່ມີຄວາມສ່ຽງ ແລະ ມັກເກີດອຸບັດເຫດ ເຊັ່ນ: ຈຸດສົ້ນຂົວນ້ຳປ່ອງນ້ອຍ, ຈຸດພູຫຼວງ ແລະ ຈຸດບ່ອນພັກລົດ ໂດຍໄດ້ປະສານກັບໜ່ວຍງານຕ່າງໆທີ່ກ່ຽວຂ້ອງຕາມຈຸດສຳຄັນທີ່ກ່າວມາ ເພື່ອດິນເຊາະເຈື່ອນທີ່ມັກເກີດປະຈຳໃນລະດູນີ້ຈະສາມາດເຂົ້າຊ່ວຍເຫຼືອ ແລະ ແກ້ໄຂສະພາບການໄປ – ມາຂອງລົດປະຈຳທາງຢ່າງທັນການ ສຳລັບທ່ານໃດທີ່ຈະໃຊ້ທາງເສັ້ນດັ່ງກ່າວຕ້ອງໄດ້ລະມັດລະວັງເປັນພິເສດ ໂດຍສະເພາະເຂດພູເກົ້າຫຼັກ – ເມືອງນານ ເພາະມີສະພາບຄ້ອຍຊັນ, ຄົດລ້ຽວ ຫາກບໍ່ມີຄວາມຈຳເປັນກໍຄວນເວັ້ນໄປໃຊ້ເສັ້ນທາງພູຄູນແທນ,​ ທ່ານ ເຈົ້າເມືອງກາສີກ່າວ.

ສ່ວນທີ່ແຂວງຫົວພັນ, ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ລາຍງານຫຼ້າສຸດວ່າ: ຫົວພັນ ກຳລັງເລັ່ງຕິດຕາມ ຄວາມເສຍຫາຍ ແລະ ຟື້ນຟູພາກສະໜາມຕາມເມືອງຕ່າງໆທີ່ໄດ້ຮັບຜົນກະທົບ ເຊັ່ນ: ເມືອງວຽງໄຊ, ເມືອງຊໍາໃຕ້, ເມືອງຊໍາເໜືອ ແລະ ເມືອງຫົວເມືອງ ການຊ່ວຍເຫຼືອຂອງແຂວງເບື້ອງຕົ້ນແມ່ນໄດ້ຮ່ວມກັບອຳນາດການປົກຄອງແຂວງ ແລະ ທ້ອງຖິ່ນ ໃນການສ້ອມແປງເສັ້ນທາງ, ຂົວຂ້າມນ້ຳຂະໜາດນ້ອຍທີ່ເປ່ເພ. ສ່ວນບັນດາຂົວຂະໜາດໃຫຍ່ ແລະ ເສັ້ນທາງຕ່າງໆກໍໄດ້ສ້ອມແປງໃຫ້ສາມາດໄປ – ມາຫາຈຸດທີ່ເສຍຫາຍໜັກ ເຊິ່ງສາມາດທຽວໄດ້ແລ້ວປະມານ 90% ແຕ່ຄວາມເສຍຫາຍຂະແໜງ ຍທຂ ເບື້ອງຕົ້ນມີທັງໝົດ 66 ເສັ້ນທາງ ຍາວ 2.055 ກິໂລແມັດ ລວມມີທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ມູນຄ່າເສຍຫາຍ 39 ຕື້ກວ່າກີບ ແຕ່ຈະມີການຟື້ນຟູແບບຖາວອນອີກຄັ້ງພາຍຫຼັງລະດູຝົນຜ່ານພົ້ນ.

( ຂ່າວ: ສຸລິນ )