ກອງບັນຊາການທະຫານແຂວງບໍ່ແກ້ວ ທາບທາມເອົາບຸກຄະລາກອນເຂົ້າພັກຊຸດໃໝ່

67

ການເອົາພະນັກງານບັນຈຸເຂົ້າໃນອົງການຈັດຕັ້ງມະຫາຊົນແມ່ນຄວາມໄຝ່ຝັນຂອງ ທຸກຄົນທີ່ເຮັດວຽກໃນກົງຈັກຂອງພັກ-ລັດ ເພາະນັ້ນແມ່ນສິ່ງທີ່ຢັ້ງຢືນເຖິງຄວາມພະຍາຍາມບຸກບືນສ້າງຜົນງານຂອງຄົນໆນັ້ນ ສະນັ້ນກ່ອນຈະເອົາເຂົ້າເປັນສະມາຊິກໃນອົງການຈັດຕັ້ງໃດໜຶ່ງຈິ່ງຕ້ອງມີການຕິດຕາມການເຄື່ອນໄຫວປະເມີນຜົນ ແລະ ທາບທາມຈາກຜູ້ທີ່ຢູ່ໃກ້ສິດ  ເຊິ່ງກອງບັນຊາການທະຫານແຂວງບໍ່ແກ້ວກໍ່ໄດ້ປະຕິບັດເຊັ່ນດຽວກັນ.

ກອງປະຊຸມທາບທາມບຸກຄະລາກອນ ສະໝັກເຂົ້າຄະນະພັກ ກອງບັນຊາການທະຫານ ແຂວງບໍ່ແກ້ວ ສະໄໝທີ V ຮອບທີ 2 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ສິງຫາ 2019 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງບໍ່ແກ້ວ ເຂົ້າຮ່ວມມີຄະນະປະຈຳພັກແຂວງ, ຄະນະກໍາມະການພັກແຂວງ, ຄະນະພັກກອງບັນຊາການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ພັນໂທ ບຸນມີ ພາມີໄຊ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກ ສະໄໝທີ IV ໃນໄລຍະ 05 ປີທີ່ຜ່ານມາ ເຊິ່ງກອງປະຊຸມຄັ້ງນີ້ ມີເປົ້າໝາຍເຂົ້າຮ່ວມໃຊ້ສິດລົງຄະແນນສຽງທາບທາມບຸກຄະລາກອນເປັນຄະນະພັກກອງບັນຊາການທະຫານແຂວງບໍ່ແກ້ວ ທັງໝົດ 21 ສະຫາຍ ໃນນີ້ ມີຄະນະພັກຊຸດເກົ່າ 05 ສະຫາຍ, ເປົ້າໝາຍທີ່ຈະເຂົ້າມາເປັນຄະນະພັກຊຸດໃໝ່ 16 ສະຫາຍ. ການກະກຽມເນື້ອໃນ ດໍາເນີນກອງປະຊຸມໃຫ່ຍຄັ້ງທີ V ແມ່ນ ມີຄວາມພ້ອມ ແລະ ລະອຽດ ຊັດເຈນຖືກຕ້ອງຕາມລະບຽບຫຼັກການຂອງພັກ.

ສ່ວນການເລືອກເອົາບຸກຄະລາກອນເຂົ້າໃນຄະນະພັກ ຕ້ອງຮັບປະກັນໃຫ້ຖືກຕ້ອງມີຫຼັກການລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະ ສຽງສ່ວນໜ້ອຍປະຕິບັດຕາມສຽງສ່ວນຫຼາຍ ໂດຍໄດ້ມີການແຕ່ງຕັ້ງອະນຸກຳມະການກວດກາຮັບຜິດຊອບຢ່າງລະອຽດ ເພື່ອຊີ້ນຳບາດກ້າວດຳເນີນກອງ ປະຊຸມທາບທາມບຸກຄະລາກອນ ເຂົ້າເປັນຄະນະກອງບັນຊາການໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍດີ ແລະ ໃຫ້ຮັບຜົນສຳເລັດທຸກປະການ.

ໂອກາດນີ້ ທ່ານເຈົ້າແຂວງ ກໍໄດ້ຊີ້ແຈ້ງອະທິບາຍບາດກ້າວການດຳເນີນກອງປະຊຸມໃຫ້ເປົ້າໝາຍທີ່ເຂົ້າຮ່ວມໄດ້ຮັບຮູ້ຢ່າງເລິກເຊິ່ງ ໂດຍໄດ້ເນັ້ນໜັກໃຫ້ພະນັກງານສະມາຊິກພັກແຕ່ລະສະຫາຍທີ່ຈະເຂົ້າມາເປັນຄະນະພັກຊຸດໃໝ່ ຕ້ອງມີສຸຂະພາບແຂງແຮງດີ, ມີຄວາມຮູ້, ຄວາມສາມາດນຳພາ-ບັນຊາ ກົມກອງ, ມີຄວາມກະຕືລືລົ້ນຕໍ່ໜ້າທີ່ການເມືອງຂອງຕົນ ເພື່ອນຳພາກົມກອງເຮັດສຳເລັດ ໜ້າທີ່ ທີ່ການຈັດຕັ້ງພັກ-ລັດກໍຄືປະຊາຊົນມອບໝາຍໃຫ້ດ້ວຍໝາກຜົນທີ່ດີ.

ດັ່ງນັ້ນ, ການຈັດຕັ້ງທາບທາມຄັ້ງທີ 2 ນີ້ ກໍເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຄໍາສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 04/ຄລສພ ລົງວັນທີ 07 ພຶດສະພາ 2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນໃນທົ່ວອົງຄະນະພັກກອງບັນຊາການທະຫານ ແຂວງບໍ່ແກ້ວ ເພື່ອດໍາເນີນໄປໃຫ້ຖືກຕ້ອງຕາມກົດລະບຽບພັກແຕ່ລະຂັ້ນຢ່າງຮອບດ້ານ ກໍຄືກໍານົດທິດທາງຄາດໝາຍສູ້ຊົນແຕ່ລະດ້ານໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິງ ແລະ ສາມາດປະຕິບັດໄດ້ຕາມມາດຖານເງື່ອນໄຂທີ່ກຳນົດໄວ້ ກອງປະຊຸມດັງກ່າວໄດ້ດຳເນີນມາເປັນເວລາ 1 ຕອນ.