ກຳລັງປັບແຜນພັດທະນາ “ເຂດພູພຽງບໍລະເວນ” ອູ່ເຂົ້າອູ່ນ້ຳຂອງແຂວງພາກໃຕ້

214

ພູພຽງບໍລະເວນ ເປັນເຂດດິນດຳນ້ຳຊຸ່ມທີ່ຂຶ້ນຊື່ເລື່ອງຄວາມອຸດົມສົມບູນຂອງດິນ ທີ່ຜ່ານມາສາມາດສ້າງຊື່ສຽງໃຫ້ກັບບ້ານເຮົາຫຼາຍຢ່າງເລີ່ມຈາກກາເຟທີ່ທຸກຄົນຕ່າງກໍ່ຍອມຮັບໃນລົດຊາດ ຕໍ່ມາກໍ່ແມ່ນແຫຼ່ງທ່ອງທ່ຽວຕ່າງໆ ແລະຕອນນີ້ລັດຖະບານກຳລັງປັບປຸງແຜນພັດທະນາແບບກວມລວມ ເນັ້ນຄວາມເປັນມິດກັບສິ່ງແວດລ້ອມດ້ວຍການເຮັດກະສິກຳແບບນິເວດປອດສານພິດຕິດພັນກັບອຸດສາຫະກຳ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນສິງຫາ 2019 ທີ່ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ແລະ ປິດລົງໃນຕອນເຊົ້າວັນທີ 22 ສິງຫາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີໄດ້ພິຈາລະນາ 9 ເອກະສານສຳຄັນຄັນໃນນັ້ນລວມທັງບົດລາຍງານກ່ຽວກັບການປັບປຸງແຜນພັດທະນາແບບກວມລວມເຂດພູພຽງບໍລະເວນນຳ.

 

 

ຜ່ານການພິຈາລະນາບົດລາຍງານກ່ຽວກັບການປັບປຸງແຜນພັດທະນາແບບກວມລວມເຂດພູພຽງບໍລະເວນ, ກອງປະຊຸມ ໄດ້ເຫັນດີດ້ານຫຼັກການຮັບຮອງເອົາແຜນດັ່ງກ່າວ ແຕ່ເພື່ອຮັບປະກັນເປັນແຜນທີ່ສາມາດຈັດຕັ້ງປະຕິບັດໄດ້ ກອງປະຊຸມ ໄດ້ຊີ້ນໍາໃຫ້ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ປັບປຸງຕື່ມຕາມການປະກອບ ຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ແຜນ ພັດທະນາດັ່ງກ່າວ ຕ້ອງໃຫ້ກົມກືນກັບທຳມະຊາດ ຂອງເຂດພູພຽງບໍລິເວນ ແລະ ຮັບປະກັນບໍ່ໃຫ້ທຳລາຍທຳມະຊາດ.

ການພັດທະນາໃຫ້ເນັ້ນໃສ່ກະສິກຳແບບນິເວດ, ປູກພືດປອດສານພິດ, ອຸດສາຫະປຸງແຕ່ງກະສິກຳປອດສານພິດ, ການທ່ອງທ່ຽວ ທຳມະຊາດ ແລະ ການທ່ອງທ່ຽວ ຕິດພັນກັບການເຮັດກະສິກຳ, ການພັດທະນາອະສັງຫາລິມະຊັບ, ສົ່ງເສີມການປູກກາເຟ.

 

 

ພ້ອມກັນນີ້ ໃຫ້ກວດກາ ໄຈ້ແຍກ ແລະ ກຳນົດດິນຂອງລັດ ທີ່ສາມາດພັດທະນາໄດ້ໂລດ ແລະ ໃຫ້ມີການອອກແບບ ລະອຽດ; ການປຸກສ້າງເຮືອນຊານ ໃຫ້ຮັກຮັກສາລັກສະນະຊາດ, ເຜົ່າ, ໃຫ້ດຶງດູດ ແລະ ສົ່ງເສີມໃຫ້ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນເຂດ ພູພຽງພໍລິເວນ.

 

ກອງປະຊຸມຍັງມີຄຳເຫັນວ່າ ຫ້າມເດັດຂາດ ບໍ່ໃຫ້ຂຸດບໍ່ແຮ່ ຢູ່ເຂດດັ່ງກ່າວ; ສໍາລັບການຈັດຕັ້ງຄຸ້ມຄອງ ໃຫ້ຈັດຕັ້ງກະທັດຮັດ ເຮັດໃຫ້ທ້ອງຖິ່ນທີ່ກ່ຽວຂ້ອງມີສ່ວນຮ່ວມ. ຫຼັງຈາກປັບປຸງແລ້ວ ໃຫ້ນຳມາຜ່ານນາຍົກ-ບັນດາຮອງນາຍົກ ກ່ອນສະເໜີກົມການເມືອງພິຈາລະນາ ອີກເທື່ອໜຶ່ງ.