ນ້ອງໆຈາກເວທີປະກວດ Mister International Laos ເຂົ້າຮ່ວມງານລາວຊຸບເປີໂມເດວ 2019

55

ຫຼັງຈາກຮອບສຸດທ້າຍຂອງໂຄງການປະກວດ ລາວຊຸບເປີໂມເດວ 2019 ໄດ້ຜູ້ຊະນະເປັນທີ່ຮຽບຮ້ອຍໃນທ້າຍອາທິດຜ່ານມາ ງານຄັ້ງນີ້ມີບັນດາສິລະປິນ, ນັກຮ້ອງ, ນັກສະແດງເຂົ້າຮ່ວມຢ່າງຫຼວງຫຼາຍ ລວມທັງບັນດານ້ອງໆ Mister International Laos 2019 ທີ່ໄດ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ກໍໄດ້ມາຮ່ວມງານເພື່ອເປີດຄວາມຄິດໃໝ່ໆເພີ່ມຂຶ້ນ.

ທ່ານ ນາງ ພອນວິໄລ ແສນປະເສີດ ຜູ້ສະໜັບສະໜູນກິດຈະກຳໄວໜຸ່ມໄດ້ໃຫ້ສໍາພາດ ວ່າ: ການທີ່ພາບັນດານ້ອງໆ Mister International Laos 2019 ທີ່ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ໄດ້ແກ່: MR01 ທ້າວ ອາລິນ ສຸລິພອນ, MR02 ທ້າວ     ວຽງແກ້ວ ໃຈທີວົງ, MR16 ທ້າວ ແກ້ວສຸພາ ແກ້ວພິລາ ແລະ MR20 ທ້າວ ຕິ່ງ ລີ ຮ່ວມໃນງານປະກວດ ລາວຊຸບເປີໂມເດວ 2019 ກໍເພື່ອໃຫ້ນ້ອງໆໄດ້ເປີດກວ້າງຄວາມຄິດໃໝ່, ເພີ່ມທັກສະ ແລະ ປັບຕົວໃນການເຂົ້າກັບຄົນໃນສັງຄົນ ພ້ອມທັງເປັນການປັບປ່ຽນມາໃສ່ໃນເວທີປະກວດ Mister International Laos 2019 ອີກດ້ວຍ.

ບໍ່ພຽງແຕ່ສະໜັບສະໜູນໄວໜຸ່ມທັງ 4 ນ້ອງນີ້ ໃນເວທີ Mister International Laos 2019 ກໍຍັງໄດ້ລົງໄປຊ່ວຍເຫຼືອໄວໜຸ່ມ ຫຼື ເດັກນ້ອຍຜູ້ທີ່ດ້ອຍໂອກາດ ໂດຍໃຊ້ເງິນສ່ວນຕົວໃນການສະໜັບສະໜູນ ແລະ ບໍ່ໄດ້ຫວັງຜົນປະໂຫຍດໃດໆພຽງແຕ່ຢາກເຮັດໃຫ້ຜູ້ທີ່ບໍ່ມີໂອກາດໄດ້ສະແດງຄວາມສາມາດອອກມາເຕັມທີ່. ນອກນີ້, ກໍຍັງມີສ່ວນຮ່ວມໃນການຊ່ວຍເຫຼືອ ແລະ ສະໜັບສະໜູນມູນນິທິຊ່ວຍເຫຼືອຄົນທຸກຍາກອີກດ້ວຍ.

ທ້າວ ອາລິນ ສຸລິພອນ MR01 ໃຫ້ສໍາພາດວ່າ: ເປັນໂອກາດທີ່ດີສໍາລັບນ້ອງທີ່ໄດ້ຮ່ວມໃນງານປະກວດ ລາວຊຸບເປີໂມເດວ 2019 ເພາະມັນຈະໃຫ້ປະສົບການໃໝ່ໆໃຫ້ນ້ອງນໍາໄປປັບໃຊ້ໄດ້ ແລະ ຂໍຂອບໃຈນໍາ ທ່ານ ນາງ ພອນວິໄລ ແສນປະເສີດ ຜູ້ສະໜັບສະໜູນພວກນ້ອງນັບແຕ່ຕົ້ນຈົນໄດ້ເຂົ້າຮອບ 20 ຄົນສຸດທ້າຍ ເຊິ່ງພວກນ້ອງເອງຮູ້ສຶກດີໃຈ ແລະ ຈະເຮັດອອກມາໃຫ້ດີທີ່ສຸດເຖິງຈະບໍ່ໄດ້ຊະນະພວກນ້ອງກໍຈະນໍາປະສົບການນີ້ໄປໝູນໃຊ້ວຽກງານໃນຕໍ່ໜ້າ.

ສາມາດຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ນ້ອງໆທັງ 20 ຄົນ ໄດ້ໃນມື້ຮອບຕັດສິນວັນທີ 12 ຕຸລາ 2019 ທີ່ໂຮງແຮມ ຄຣາວ ພລາຊາ ຫຼື ຕິດຕາມໄດ້ທາງເພຈ໌ເຟສບຸ໊ກ Mister International Laos.

( ຂ່າວ + ຮູບ: ນຸ້ມນິ້ມ )