ປກສ ອຸດົມໄຊ ໂຍກຍ້າຍນາຍຕຳຫຼວດສອງຕຳແໜ່ງ

157

ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ທັງເປັນການປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ແລະ ວຽກງານວິຊາສະເພາະໃນແຕ່ລະໄລຍະ ກອງບັນຊາການ ປກສ ແຂວງອຸດົມໄຊກໍ່ໄດ້ມີການປັບປ່ຽນ ໂຍກຍ້າຍພະນັກງານຫຼັກແຫຼ່ງສອງຕຳແໜ່ງງານ.

ໃນວັນທີ 22 ສິງຫາ 2019 ນີ້ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າຮ່ວມພິທີປະກາດການໂຍກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນນໍາພາ-ບັນຊາ ກອງບັນຊາການ ປກສ ແຂວງອຸດົມໄຊ ມີທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງໆອຸດົມໄຊ, ບັນດາທ່ານການນໍາພັກ-ລັດ, ອົງການຈັດຕັ້ງຂັ້ນແຂວງ, ມີຄະນະພັກ ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ທົ່ວກໍາລັງ ປກສ ແຂວງອຸດົມໄຊ ເຂົ້າຮ່ວມ.

ພັນໂທ ຄອນສະຫວັນ ສົມພະໄຊ ຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງ ປກສ ເລກທີ 1685/ປກສ ລົງວັນທີ 19 ສິງຫາ 2019 ວ່າດ້ວຍການໂຍກຍ້າຍນາຍຕຳຫຼວດ ກອງບັນຊາການ ປກສ ແຂວງອຸດົມໄຊ ເຊິ່ງໄດ້ຕົກລົງໂຍກຍ້າຍ ພົນຈັດຕະວາ ນິລະວົງ ເຈືອງຕະວະລາດ ຈາກກອງບັນຊາການ ປກສ ແຂວງອຸດົມໄຊ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນຄວາມສະຫງົບ.

ຂໍ້ຕົກລົງເລກທີ 1687/ປກສ ລົງວັນທີ 19 ສິງຫາ 2019 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງອຸດົມໄຊ ໃນນັ້ນ: ຕົກລົງແຕ່ງຕັ້ງ ພັນໂທ ສີວອນ ໄຊຍະວົງ ຈາກຮອງຫົວໜ້າ ຂຶ້ນເປັນຮັກສາການຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ໃນໂອກາດນີ້ ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ມີຄຳເຫັນໂອ້ລົມຕໍ່ນາຍຕຳຫຼວດທີ່ໄດ້ຮັບການແຕ່ງຕັ້ງ ແລະ ໂຍກຍ້າຍໃນຄັ້ງນີ້ ແມ່ນຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ແລະ ເປັນກົດເກນພາວະວິໄສ ແມ່ນລະບຽບຫຼັກການຂອງພັກ ເພື່ອປັບປຸງການຈັດຕັ້ງໃຫ້ມີຄວາມໜັກ   ແໜ້ນ ເຕີບໃຫຍ່ເຂັ້ມແຂງສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າການເມືອງ ແລະ ວຽກງານວິຊາສະເພາະໃນແຕ່ລະໄລຍະ.

 

ພ້ອມນີ້, ທ່ານ ຍັງເນັ້ນໜັກໃຫ້ນາຍຕໍາຫຼວດທີ່ໄດ້ຮັບການແຕ່ງຕັ້ງ ແລະ ໂຍກຍ້າຍ ຈົ່ງເພີ່ມທະວີ-ຍົກສູງສະຕິຄວາມຮັບຜິດຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງຂອງພັກ ການຊີ້ນຳຂອງຂັ້ນເທິງ ເອົາໃຈໃສ່ກໍ່ສ້າງ-ປັບປຸງກຳລັງຕາມຄວາມຮັບຜິດຊອບໃຫ້ມີແບບແຜນ ມີຄຸນນະພາບ ເປັນທີ່ໄວ້ເນື້ອເຊື່ອໃຈຂອງປະຊົນ. ເອົາໃຈໃສ່ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ສິ່ງສຳຄັນແມ່ນເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ເພື່ອເປັນຈິດໜຶ່ງໃຈດຽວໃນການປະຕິບັດຕາມແນວທາງຂອງພັກ ມະຕິຄຳສັ່ງຂອງຂັ້ນເທິງ ເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.