ພິທີມອບ – ຮັບຕຳແໜ່ງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 16 ສິງຫາ 2019 ຢູ່ທີ່ຫ້ອງປະຊຸມພະແນກດັ່ງກ່າວ. ລະຫວ່າງ ທ່ານ ປະສົງສິນ ຈະເລີນສຸກ ຫົວໜ້າພະແນກ ຍທຂ ຜູ້ເກົ່າ ແລະ ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກ ຍທຂ ຜູ້ໃໝ່ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ທອງທ່ຽງ ສີດາວົງ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີພະແນກພາຍໃນແຂວງ, ກວດກາພັກ – ລັດແຂວງ ພ້ອມດ້ວຍບັນດາຂະແໜງວິຊາການທີ່ຂຶ້ນກັບພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມ.
ການມອບ – ຮັບໜ້າທີ່, ຕຳແໜ່ງຫົວໜ້າພະແນກໃນຄັ້ງນີ້ ແມ່ນເພື່ອແນໃສ່ການສືບຕໍ່ຊີ້ນຳ – ນຳພາວຽກງານໃນຕໍ່ໜ້າໃຫ້ມີ ຄວາມຕໍ່ເນື່ອງ, ຮັບປະກັນການຄຸ້ມຄອງ, ບໍລິຫານໃຫ້ມີປະສິດທິພາບ, ປະສິດທິຜົນ, ໂປ່ງໃສ, ຖືກຕ້ອງ, ສອດຄ່ອງກັບລະບຽບການ, ຖ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນຕໍ່ໜ້າ.
ໃນການມອບ – ຮັບໜ້າທີ່ຫົວໜ້າພະແນກໃນຄັ້ງນີ້ ທ່ານ ປະສົງສິນ ຈະເລີນສຸກ ກໍໄດ້ມອບໝາຍທຸກໜ້າວຽກ ບໍ່ວ່າຈະເປັນວຽກການຊີ້ນຳ – ນຳພາ, ວຽກຄຸ້ມຄອງ – ບໍລິຫານລັດໃນທົ່ວແຂວງ ທີ່ຂຶ້ນກັບຂະແໜງ ຍທຂ ແລະ ບັນດາໜ້າວຽກທີ່ຈະຕ້ອງໄດ້ສືບຕໍ່ປະສານສົມທົບກັບບັນດາໂຄງການລົງທຶນຂອງລັດ ທີ່ກຳລັງດຳເນີນການຢູ່ ກໍຄືບັນດາໂຄງການທີ່ກໍ່ສ້າງສຳເລັດ ທີ່ຢູ່ໃນໄລຍະຕິດຕາມ ຄ້ຳປະກັນເຕັກນິກ ແລະ ການຊີ້ນຳ, ຄຸ້ມຄອງບັນດາລັດວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງພະແນກ ເພື່ອໃຫ້ພວກເຂົາດຳເນີນທຸລະກິດຢ່າງມີຜົນສຳເລັດ ( ບັນດາໜ້າວຽກຕ່າງໆແມ່ນມີເອກະສານຕິດຂັດພ້ອມ ).
ໂອກາດດັ່ງກ່າວ, ທ່ານ ທອງທ່ຽງ ສີດາວົງ ກໍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານອັນ ໃຫຍ່ຫຼວງຂອງຫົວໜ້າພະແນກຜູ້ເກົ່າ ທີ່ໄດ້ຊີ້ນຳ – ນຳພາ ແລະ ພ້ອມກັນຈັດຕັ້ງປະຕິບັດຈົນມີຜົນສຳເລັດ. ຈາກນັ້ນ, ກໍໄດ້ຝາກເຖິງຫົວໜ້າພະແນກຄົນໃໝ່ ຈົ່ງນຳເອົາບົດຮຽນ ກໍຄືຜົນສຳເລັດໃນທີ່ຜ່ານມາ ເພື່ອຜັນຂະຫຍາຍເຂົ້າໃສ່ໜ້າວຽກທີ່ຕົນເອງໄດ້ຮັບຜິດຊອບໃຫ້ເກີດດອກອອກຜົນ ແລະ ມີຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ.