ວິທະຍຸ – ໂທລະພາບ ນະຄອນຫຼວງວຽງຈັນຈັດກິດຈະກໍາບໍລິຈາກເລືອດ

40

ສະຖານີວິທະຍຸ – ໂທລະພາບ ນະຄອນຫຼວງວຽງຈັນ ຮ່ວມກັບ ສູນເລືອດແຫ່ງຊາດ ອົງການກາແດງລາວ ຈັດກິດຈະກໍາບໍລິຈາກເລືອດແບບເປີດກວ້າງ ເພື່ອແກ້ໄຂການຂາດແຄນເລືອດທີ່ມີຢູ່ໃນປັດຈຸບັນ ພາຍໃຕ້ຄໍາຂວັນ: “ ບໍລິຈາກເລືອດແມ່ນຮັກຊາດ ແລະ ການພັດທະນາ ”.

ກິດຈະກໍາດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 21 ສິງຫາ 2019 ທີ່ສະຖານີວິທະຍຸ – ໂທລະພາບ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສົມປະສົງ    ສົມພັກດີ ຜູ້ອຳນວຍການສະຖານີວິທະຍຸ – ໂທລະພາບ ນະຄອນຫຼວງວຽງຈັນ, ທ່ານ ດຣ. ແພງທອງ ບານຈັນທະວົງ ຮອງຫົວໜ້າສູນເລືອດແຫ່ງຊາດ ພ້ອມດ້ວຍບັນດາສື່ມວນຊົນທຸກຂະແໜງການ ແລະ ປະຊາຊົນທົ່ວໄປຮ່ວມບໍລິຈາກເລືອດ.

ທ່ານ ດຣ. ແພງທອງ ບານຈັນທະວົງ ໄດ້ໃຫ້ສໍາພາດວ່າ: 6 ເດືອນຕົ້ນປີ 2019 ທົ່ວປະເທດມີຜູ້ບໍລິຈາກເລືອດ 46% ເພື່ອໃຫ້ບັນລຸເປົ້າໝາຍ 55 ພັນຖົງ ໃນປີ 2019 ແມ່ນໄດ້ມີການປຸກລະດົມທົ່ວປະເທດໃຫ້ຮ່ວມກັນບໍລິຈາກເລືອດຫຼາຍຂຶ້ນ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ປະຊາຊົນທຸກຄົນຮ່ວມກັນບໍລິຈາກເລືອດເນື່ອງຈາກເລືອດເປັນປັດໄຈສໍາຄັນໃນການຊ່ວຍເຫຼືອມະນຸດດ້ວຍກັນ ເຊິ່ງສາມາດຮ່ວມບໍລິຈາກໄດ້ທີ່ສູນເລືອດແຫ່ງຊາດ ຫຼື ຮ່ວມກິດຈະກໍາບໍລິຈາກເລືອດກັບໜ່ວຍເຄື່ອນໄຫວນອກສະຖານທີ່ 4 ໜ່ວຍຕໍ່ມື້ ທັງສູນກາງ ແລະ ຕ່າງແຂວງ ພ້ອມທັງໃຫ້ສື່ມວນຊົນເປັນສູນກາງໃນການໂຄສະນາປະຊາສໍາພັນໃຫ້ມວນຊົນມີສ່ວນຮ່ວມໃນການບໍລິຈາກ.

ທ່ານ ສົມປະສົງ ສົມພັກດີ ໄດ້ໃຫ້ສໍາພາດວ່າ: ກິດຈະກໍາດັ່ງກ່າວເພື່ອຄໍານັບຮັບຕ້ອນວັນສໍາຄັນຂອງຊາດ ເປັນຕົ້ນແມ່ນວັນສື່ມວນຊົນ ( 13 ສິງຫາ ) ຄົບຮອບ 69 ປີ ແລະ ວັນສໍາຄັນອື່ນໆ ພ້ອມທັງເປັນການປຸກລະດົມການບໍລິຈາກເລືອດເພື່ອຊ່ວຍເຫຼືອຄົນເຈັບທີ່ຕ້ອງການໃຊ້ເລືອດ ໂດຍສະເພາະໄລຍະທີ່ມີການລະບາດຂອງພະຍາດໄຂ້ຍຸງລາຍ ເຊິ່ງກິດຈະກໍາດັ່ງກ່າວພວກເຮົາທຸກຄົນເຮັດເພື່ອການກຸສົນໃນນາມທີ່ຕົນເອງກໍເປັນຄົນໜຶ່ງທີ່ຮ່ວມບໍລິຈາກເລືອດກໍຢາກເຊີນຊວນທຸກຄົນ ແລະ ທຸກພາກສ່ວນໃຫ້ມີສ່ວນຮ່ວມໃນການບໍລິຈາກເລືອດ ໂດຍຄາດໝາຍໃນການບໍລິຈາກເລືອດໃນຄັ້ງນີ້ກວ່າ 50 ຖົງ.

ນາງ ທິບພາວັນ ດາລາແສງ ອາຍຸ 37 ປີ ປະຊາຊົນບ້ານໂພນຕ້ອງ ໃຫ້ສໍາພາດວ່າ: ໄດ້ຍິນເພິ່ນປະຊາສໍາພັນກິດຈະກໍາບໍລິຈາກເລືອດຕົນເອງກໍຢາກມີສ່ວນຮ່ວມ ເພາະບໍ່ເຄີຍບໍລິຈາກຈັກເທື່ອ ເຊິ່ງການບໍລິຈາກເລືອດຄືການເຮັດບຸນຢ່າງໜຶ່ງ ແລະ ການບໍລິຈາກເລືອດຄືການໃຫ້ຊີວິດ ເພາະວ່າເລືອດບໍ່ສາມາດສ້າງຂຶ້ນໄດ້ມີແຕ່ຄົນບໍລິຈາກໃຫ້ກັນເທົ່ານັ້ນ. ສະນັ້ນ, ຕົນເອງຈຶ່ງສະຫຼະເວລາມາຮ່ວມບໍລິຈາກເລືອດເພື່ອສຳຮອງໃຫ້ກັບທຸກຄົນໃນຍາມສຸກເສີນ.

( ຂ່າວ: ທິບອຸສາ, ຮູບ: ສຸກສະຫວັນ )