ອາດສະພັງທອງ ໂຍກຍ້າຍພະນັກງານການນຳ ໄປຮັບໜ້າທີ່ໃໝ່ສອງຕໍາແໜ່ງ

111

ໃນວັນທີ 21 ສິງຫາ 2019 ຜ່ານມາ ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງການນໍາຂັ້ນເມືອງຂຶ້ນ ໂດຍການເປັນປະທານຂອງທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງໆສະຫວັນນະເຂດ, ມີການນໍາຂັ້ນແຂວງ, ການນໍາຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງສະຫວັນນະເຂດ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດສະບັບເລກທີ 1297 ວ່າດ້ວຍການໂຍກຍ້າຍພະນັກງານ ໂດຍໄດ້ຕົກລົງໂຍກຍ້າຍທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງໆອາດສະພັງທອງ ໄປປະຈໍາການຢູ່ຄະນະກວດກາພັກ-ລັດ ແຂວງສະຫວັນນະເຂດ.

ຈາກນັ້ນ, ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະຫວັນນະເຂດສະບັບເລກທີ 1364 ວ່າດ້ວຍການແຕ່ງຕັ້ງພະນັກງານ, ໂດຍຕົກລົງແຕ່ງຕັ້ງທ່ານ ອຸໄພວັນ ໄຊຍະວົງ ເປັນເຈົ້າເມືອງ ອາດສະພັງທອງ ແລະ ຍັງໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງສະຫວັນນະເຂດສະບັບເລກທີ 1171 ວ່າດ້ວຍການແຕ່ງຕັ້ງຜູ້ວ່າດ້ານເລຂາພັກເມືອງ ອາດສະພັງທອງ ຄະນະປະຈໍາພັກແຂວງ ຕົກລົງແຕ່ງຕັ້ງ ສະຫາຍ ອຸໄພວັນ ໄຊຍະວົງ ເປັນຜູ້ວ່າການເລຂາພັກເມືອງ ອາດສະພັງທອງ.

ໃນພິທີໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບວຽກງານເລຂາພັກເມືອງ – ເຈົ້າເມືອງລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໃຫ້ກຽດມອບ – ຮັບໂດຍທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງ (ຜູ້ເກົ່າ)  ທ່ານ ອຸໄພວັນ ໄຊຍະວົງ ເຈົ້າເມືອງ (ຜູ້ໃໝ່).

 

ທີ່ມາ: ຖວທ ເມືອງ ອາດສະພັງທອງ