ເຮັດແນວໃດດີ ຄົນບໍ່ເຕັມລົງມືຄາດຕະກຳແມ່ຕົນເອງ

133

ກໍລະນີ ທີ່ມີການກະຈາຍຂໍ້ມູນ ແລະ ຮູບພາບຜ່ານໂຊຊ້ຽວ ກ່ຽວກັບການຄະດີຄາດກຳແມ່ຕົວເອງ ທີ່ເກີດຂຶ້ນຢູ່ ແຂວງສະຫວັນນະເຂດ ເມື່ອບໍ່ດົນມານີ້ ເຮັດໃຫ້ສັງຄົມ ແລະ ປະຊາຊົນຕ່າງກໍ່ປະນາມການກະທຳອັນບໍ່ດີຂອງຜູ້ກໍ່ເຫດ ຕອນນີ້ເຈົ້າໜ້າທີ່ໄດ້ຈັບຕົວຜູ້ກະທຳຜິດໄປສອບສວນເປັນທີ່ຮຽບຮ້ອຍແລ້ວ.

 


ອີງຕາມການລາຍງານຂອງທ່ານ ພັນຕີ ພູວຽງ ເສນສະຫວັນ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງຊົນນະບູລີ ແຂວງ ສະຫວັນນະເຂດໃຫ້ຮູ້ວ່າ: ທີ່ຈິງແລ້ວຊາຍຄົນທີ່ກໍ່ເຫດບໍ່ແມ່ນລູກແທ້ໆເປັນພຽງລູກລ້ຽງເທົ່ານັ້ນ ແລະກ່ຽວກັບເຫດການລູກລ້ຽງກໍ່ເຫດຄາດຕະກໍາແມ່ລ້ຽງຂອງຕົນເອງ ໃນຄັ້ງວັນທີ 19 ສິງຫາ 2019 ເວລາປະມານ 13 ໂມງ 30 ນາທີ, ທາງເຈົ້າໜ້າທີ່ ປກສ ເມືອງຊົນນະບູລີ ໄດ້ຮັບລາຍງານຈາກເຈົ້າໜ້າທີ່ ປກສ ກຸ່ມບ້ານທີ 6 ວ່າ: ໄດ້ມີຄົນເສຍຊີວິດ ຢູ່ເຮືອນຂອງນາງ ສຸກ ບ້ານ ວັງໂຄນຄໍາ ເມືອງ ຊົນບູລີ.
ຈາກນັ້ນ, ທາງເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງ ຈິ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງໄປກວດກາສະຖານທີ່ເກີດເຫດ ແລະ ສັນນະສູດສົບ ຈິ່ງຮູ້ວ່າ: ຜູ້ເສຍຊີວິດຊື່ນາງ ສຸກ ອາຍຸ 70 ປີ ປະຊາຊົນບ້ານ ວັງໂຄນຄຳ ເມືອງຊົນນະບູລີ ແຂວງສະຫວັນນະເຂດ, ສະຖານທີ່ບ່ອນເກີດເຫດແມ່ນຢູ່ເຮືອນຂອງນາງ ສຸກ ເອງ.

 

ຜ່ານການສັນນະສູດສົບຂອງເຈົ້າໜ້າທີ່ ໄດ້ພົບເຫັນຮ່ອງຮອຍບາດແຜຢູ່ຈຸດຫູເບື້ອງຂວາ ຍາວປະມານ 5 ຊັງຕີແມັດ ແລະ ກວ້າງປະມານ 5 ຊັງຕີແມັດ ແລະ ລໍາຄໍຂ້າງເບື້ອງຂວາຫູບວມຊໍ້າ ເຊິ່ງຮອຍດັ່ງກ່າວແມ່ນຖືກວັດຖຸມີຄົມກະທົບໃສ່ ເພາະຢູ່ຂ້າງສົບຜູ້ເສຍຊີວິດຫ່າງໄປປະມານ 80 ຊັງຕີແມັດ ພົບເຫັນພ້າຍາວປະມານ 60 ຊັງຕີແມັດ ທີ່ຕິດເລືອດຖີ້ມປະໄວ້ຢູ່ແປ້ນເຮືອນ.

ສ່ວນຜູ້ລົງມືກໍ່ເຫດແມ່ນທ້າວ ກິນ້ອຍ ຫຼື ເງີນ ອາຍຸ 25 ປີ ປະຊາຊົນບ້ານ ວັງໂຄນຄໍາ ເມືອງຊົນນະບູລີ ແຂວງສະຫວັນນະເຂດ, (ເປັນລູກລ້ຽງຂອງນາງ ສຸກ ເອງ) ເຊິ່ງສາເຫດທີ່ເຮັດໃຫ້ທ້າວ ກິນ້ອຍ ລົງມືກໍ່ເຫດຄາດຕະກໍາໃນຄັ້ງນີ້ ທາງອໍານາດການປົກຄອງບ້ານ ແລະ ຍາດພີ່ນ້ອງທີ່ຢູ່ໃກ້ກັບເຮືອນຜູ້ເສຍຊີວິດໄດ້ໃຫ້ຮູ້ວ່າ: ທ້າວ ກິນ້ອຍ ມີອາການຈິດບໍ່ປົກກະຕິຕ່າງຈາກຄົນທົ່ວໄປ ມາແຕ່ຍັງນ້ອຍ ( ບ້າໄບ້ເສຍຈິດ ) ຜ່ານມາທາງຄອບຄົວທ້າວ ກິນ້ອຍໄດ້ຜູກຜູ້ກ່ຽວ ໄວ້ເປັນເວລາ 3 ເດືອນແລ້ວ ເນື່ອງຈາກມີອາການຜິດປົກກະຕິເພາະວ່າຢ້ານຜູ້ກ່ຽວໄປທຳຮ້າຍຄົນອື່ນ. ຫຼັງຈາກຜູ້ກ່ຽວມີອາການດີຂຶ້ນກໍ່ໄດ້ປົດລ໋ອກໂສ້ດ້ວຍຕົນເອງແລ້ວກໍ່ໃຊ້ຊີວິດຢູ່ກັບແມ່ຄືຄົນປົກກະຕິທົ່ວໄປ.

 


ຈາກນັ້ນ, ໃນມື້ເກີດເຫດທ້າວ ກິນ້ອຍ ໄດ້ໄປນອນຕາກແດດໃນເດີ່ນໜ້າເຮືອນ ເມື່ອ ນາງ ສຸກ ຜູ້ເປັນແມ່ເຫັນຈິງໄປບອກໃຫ້ໄປນອນຢູ່ຫົ່ມ ແຕ່ຜູ້ກ່ຽວພັດຢາກຮ້າຍເນື່ອງຈາກອາການປະສາດຫຼອນເສຍຈິດ ກໍາເລີດ ຈິ່ງກໍ່ເຫດຄາດຕະກໍາແມ່ລ້ຽງຂອງຕົນເອງດ້ວຍການໃຊ້ພ້າຟັນບໍລິເວນຫູເບື້ອງຂວາ ແລະ ໃຊ້ສັນພ້າຕີບໍລິເວນລໍາຄໍຂ້າງເບື້ອງຂວາ ເຮັດໃຫ້ຜູ້ເປັນແມ່ເສຍຊີວິດຄາທີ່.

 

ທີ່ມາ: Media Laos