ແຮງງານລາວ ທີ່ປະສົບອຸບັດຕິເຫດຢູ່ໄທ ຈະໄດ້ຮັບຄ່າຊົດເຊີຍໄວໆນີ້

49

ສື່ໄທລາຍງານ ໃນວັນທີ 20 ສິງຫາ 2019 ວ່າ:  ບໍລິສັດວິຣິຍະປະກັນໄພ ຈຳກັດ ມະຫາຊົນ ແລະ ບໍລິສັດທະວີສິນໝັ້ນຄົງ ປະກັນໄພ ຈຳກັດ ມະຫາຊົນ ພ້ອມຈ່າຍເງິນຊົດເຊີຍໃຫ້ຜູ້ປະສົບອຸບັດຕິເຫດ ທີ່ແຂວງ ສະແກ້ວ ໃນວັນທີ 18 ສິງຫາ 2019 ຜ່ານມາ ສົ່ງຜົນເຮັດໃຫ້ແຮງງານລາວ ແລະ ຄົນຂັບລົດຕູ້ເສຍຊີວິດ 11 ຄົນ ແລະ ບາດເຈັບອີກ 4 ຄົນ.

ເຊິ່ງຄູ່ກໍລະນີລົດຕູ້ ແລະ ລົດບັນທຸກ 18 ລໍ້ ຍິນດີຈະໃຊ້ເງິນຄ່າຊົດເຊີຍໃຫ້ຜູ້ເສຍຊີວິດ ຄົນລະ 300.000 ບາດ, ຜູ້ໄດ້ຮັບບາດເຈັບ 35.000 ບາດ ແລະ ເຮັດປະກັນໄພສະໝັກໃຈຂອງລົດຕູ້ຄັນເກີດເຫດ ຈະມີການຈ່າຍຄ່າຊົດເຊີຍໃຫ້ຜູ້ເສຍຊີວິດຄົນລະ 400.000 ບາດ ແລະ ຜູ້ບາດເຈັບອີກ 50.000 ບາດ. ສະຫຼຸບແລ້ວ ແຮງງານລາວຜູ້ເສຍຊີວິດຈະໄດ້ຮັບເງິນຜູ້ລະ 700.000 ບາດ ແລະ ຜູ້ໄດ້ຮັບບາດເຈັບ 85.000 ບາດ