ໄດ້ແລ້ວ 20 ສາວງາມເຂົ້າຮອບສຸດທ້າຍMiss world Laos

85

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຮ່ວມກັບ ຮ້ານແພັດຕີ້ເສີມຄວາມງາມ ຈັດງານປະກາດຜູ້ເຂົ້າຮອບຄັດເລືອກ 20 ຄົນ ໃນໂຄງການປະກວດ Miss World Laos 2019 ເພື່ອຄົ້ນຫາສາວງາມທີ່ຈະເປັນຕົວແທນແມ່ຍິງລາວ ໃນການເຜີຍແຜ່ວັດທະນະທໍາ, ຄວາມຮູ້, ຄວາມສາມາດດ້ານພາສາອັງກິດໄປປະກວດ Miss World 2019 ທີ່ປະເທດອັງກິດ.

ງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ 2019 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສາຍແກ້ວ ສີດາວົງ ປະທານໂຄງການປະກວດ Miss World Laos 2019 ພ້ອມດ້ວຍບັນດາຄະນະກໍາມະການ, ຜູ້ໃຫ້ການສະໜັບສະໜູນ, ພາກສ່ວນກ່ຽວຂ້ອງຕະຫຼອດຮອດມວນຊົນ ແລະ ສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

ທ່ານ ສາຍແກ້ວ ສີດາວົງ ໄດ້ໃຫ້ສໍາພາດວ່າ: ບໍລິສັດ Prime Modeling Agency ຜູ້ຖືລິຂະສິດຈັດງານການປະກວດ ມິສ ເວີຣ໌ ລາວ 2019 ຈັດໂຄງການປະກວດ ມິສ ເວີຣ໌ ລາວ 2019 ( Miss World Laos 2019 ) ພາຍໃຕ້ຫົວຂໍ້ “ ງາມຢ່າງມີຄຸນຄ່າ ສູ່ສາຍຕາທີ່ສຳຜັດໄດ້ ” ເຊິ່ງເປີດຮັບສະໝັກໃນທ້າຍເດືອນມິຖຸນາເປັນຕົ້ນມາ ເພື່ອໃຫ້ບັນດາແມ່ຍິງລາວໄດ້ສະແດງຄວາມສາມາດ ແລະ ເຜີຍແຜ່ວັດທະນະທໍາລາວໃນເວທີລະດັບສາກົນ. ໂຄງການປະກວດ Miss World Laos 2019 ຜ່ານການຄັດເລືອກຈາກສາວງາມທົ່ວປະເທດ ຈໍານວນ 30 ຄົນເຂົ້າຮ່ວມຄັດເລືອກ ແລະ ໃນຮອບຄັດເລືອກເອົາ 20 ຄົນສຸດທ້າຍ ແມ່ນຈະຜ່ານການຕອບຄໍາຖາມກ່ຽວກັບວັດທະນະທໍາລາວ, ຮີດຄອງປະເພນີ, ຄວາມຮູ້, ຄວາມສາມາດ, ບຸກຄະລິກກະພາບ, ພາສາອັງກິດ ແລະ ກິດຈະກໍາທີ່ຕົນເອງມັກຈາກບັນດາຄະນະກໍາມະການ.

ສາວງາມຜູ້ທີ່ໄດ້ຜ່ານເຂົ້າຮອບ 20 ຄົນສຸດທ້າຍ ຈະໄດ້ເຂົ້າຮ່ວມກິດຈະກໍາຕ່າງໆ ຈາກກອງປະກວດທີ່ເມືອງວັງວຽງ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ໃນທ້າຍເດືອນສິງຫາ ຫາ ເດືອນກັນຍາ 2019 ເພື່ອພັດທະນາ ຄວາມສາມາດ, ບຸກຄະລິກ, ການຢູ່ໃກ້ຊິດຮ່ວມກັນຂອງແມ່ຍິງລາວ, ຮຽນຮູ້ການພັດທະນາການເຂົ້າສັງຄົມ ແລະ ຝຶກຝົນຕົນເອງໃຫ້ເໝາະສົມສຳລັບເວທີທີ່ຊົງກຽດນີ້. ໃນງານດັ່ງກ່າວຍັງມີການເປີດມົງກຸດຂອງ Miss World Laos 2019 ມູນຄ່າ 150 ລ້ານກີບ ພ້ອມດ້ວຍມົງກຸດຮອງອັນດັບທີ 1 ແລະ 2 ອີກດ້ວຍ. ມົງກຸດ Miss World Laos ປີນີ້ ໄດ້ແຮງບັນດານໃຈມາຈາກນົກຍຸງ ເພາະເປັນສັດທີ່ມີຄວາມສະຫງ່າງາມພາຍນອກ ແລະ ພາຍໃນແຂງແກ່ນບໍ່ເປັນອັນຕະລາຍຕໍ່ຜູ້ໃດ ສ່ວນພອຍສີຟ້າທີ່ປະດັບເທິງຍອດມົງກຸດຈະສາມາດເສີມຄວາມຄິດໃນດ້ານບວກໃຫ້ແກ່ຜູ້ຄອບຄອງ, ມີຄຸນສົມບັດກາຍໃຈ ແລະ ມີຈິດອັນເປັນກຸສົນຕໍ່ສັງຄົມ. ນອກຈາກນີ້, ຍັງປຽບເໝືອຄວາມງາມທີ່ບໍ່ມີວັນສິ້ນສຸດ ແລະ ເຮັດໜ້າທີ່ຕົວແທນປະເທດລາວສົ່ງຕໍ່ຄວາມງາມຢ່າງມີຄຸນຄ່າສູ່ສາຍຕາທົ່ວໂລກ.

ສາມາດຮ່ວມເຊຍ ແລະ ເປັນແຮງໃຈໃຫ້ກັບນ້ອງໆທັງ 20 ຄົນ ໃນຮອບຕັດສິນວັນທີ 19 ກັນຍາ 2019 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ຫຼື ຕິດຕາມໄດ້ທາງແຟນເພຈ໌ເຟສບຸ໊ກ: Miss World Laos ມິສ ເວີຣ໌ ລາວ.

( ຂ່າວ: ທິບອຸສາ, ຮູບ: ສຸກສະຫວັນ )