ຊົມເຊີຍ! ກໍາມະການຈາກລາວ ຖືກເລືອກຮ່ວມຕັດສິນນັດຊີງຊະນະເລີດ ບານເຕະຊີງແຊັມອາຊຽນ ຢູ 18

0
98

ກິຫຼ້າ ລາດສະວົງ ກຳມະການຕັດສິນລະດັບຟີຟາຈາກ ສປປ ລາວ ໄດ້ຖືກເລືອກໃຫ້ເປັນຜູ້ຊ່ວຍຜູ້ຕັດສິນ ( ກຳກັບເສັ້ນ ) ໃນຮອບຊິງຊະນະເລີດ ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 18 ປີ ຊີງແຊັມອາຊຽນ 2019 ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ ໃນວັນທີ 19 ສິງຫາຜ່ານມາ ທີ່ອົດສະຕຣາລີ ສາມາເອົາຊະນະ ມາເລເຊຍ ແຊັມເກົ່າ 1-0 ຄວ້າແຊັມເປັນສະໄໝທີ 5 ຕໍ່ຈາກປີ 2015 ສູງສຸດເທົ່າກັບ ໄທ.

ໃນນັດຊີງນັດດັ່ງກ່າວ ກິຫຼ້າ ລາດສະວົງ ສາມາດຊ່ວຍຜູ້ຕັດສິນກາງສະໜາມຊາວຫວຽດນາມ ໄດ້ດີຫຼາຍຈັງຫວະ, ມີຄວາມແມ້ນຢຳ, ຖືກຕ້ອງ, ເດັດຂາດ ແລະ ທ່ຽງທຳ ຈົນໄດ້ຮັບຄຳຍ້ອງຍໍຊົມເຊີຍຈາກຄະນະຈັດການແຂ່ງຂັນ ແລະ ຜູ້ຊົມ ນັ້ນເປັນສາເຫດໃຫ້ຄະນະກຳມະການຕັດສິນເລືອກ ກິຫຼ້າ ເປັນ 1 ໃນ 3 ກໍາມະການໄດ້ຕັດສິນໃນນັດຊີງຊະນະເລີດ ເພາະມີຜົນງານດີໃນຫຼາຍນັດຜ່ານມາ ທັງຮອບແບ່ງກຸ່ມ ແລະ ຮອບ 4 ທິມສຸດທ້າຍ.

ສໍາລັບ ກິຫຼ້າ ທີ່ຮ່ວມຕັດສິນໃນການແຂ່ງຂັນຄັ້ງນີ້ 7 ນັດ, ໃນນີ້ຮອບແບ່ງກຸ່ມ 5 ນັດ, ຮອບຮອງຊະນະເລີດ 1 ນັດ ແລະ ຮອບຊີງຊະນະເລີດ 1 ນັດ. ຂະນະທີ່ ປັດຈຸບັນ ສປປ ລາວ ມີກຳມະການຕັດສິນກິລາບານເຕະລະດັບຟີຟາ 8 ຄົນ ໃນນີ້ເປັນຍິງ 1 ຄົນ.

ກິຫຼ້າ ເກີດທີ່ບ້ານໂພໄຊຄູນ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ເປັນກຳມະການຕັດສິນລະດັບຟີຟາມາແຕ່ປີ 2015 ເຄີຍໄປຮ່ວມຕັດສິນຫຼາຍລາຍການໃນລະດັບພາກພື້ນອາຊຽນ ທັງຊຸດນ້ອຍ ແລະ ໃຫຍ່, ປັດຈຸບັນຮ່ວມຕັດສິນຕັດສິນທີ່ລາຍການ ເປບຊີ ລາວພຣີເມຍລີກ 2019. ນອກນັ້ນ, ກິຫຼ້າ ລາດຊະວົງ ຍັງເຄີຍໄດ້ຮ່ວມຕັດສິນ ເຕະບານຊາຍຊິງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 16 ປີ ທີ່ປະເທດອິນໂດເນເຊຍ ໃນປີ 2018 ອີກດ້ວຍ.

(ຂ່າວ: ຄໍາສອນ, ບຸນເຊິນ)

LEAVE A REPLY

Please enter your comment!
Please enter your name here