ທັອບ ສຕາຣ໌ ລາວ ຈະເປັນເວທີແຫ່ງການຄົ້ນຫານັກຮ້ອງດາວດວງໃໝ່

40

ບໍລິສັດ ລາວອາຣ໌ທມີເດຍ ຈຳກັດ ຮ່ວມກັບ Freedom Creation, Top Star Thailand, ໂທລະພາບລາວສຕາຣ໌ ແລະ ບໍລິສັດ ອິນຟິນິຕີ້ ຈຳກັດ ຈັດໂຄງການປະກວດຮ້ອງເພງ “ Top Star Laos ” ເຊິ່ງເປັນລາຍການປະກວດຮ້ອງເພງປະເພດເພງບ້ານນາ ແລະ ເປັນການຄົ້ນຫາສິລະປິນໜ້າໃໝ່ທີ່ມີພອນສະຫວັນດ້ານການຮ້ອງເພງເຂົ້າມາເປັນສ່ວນໜຶ່ງໃນວົງການບັນເທີງລາວ.

ພິທີຖະແຫຼງຂ່າວເປີດໂຕລາຍການ “ Top Star Laos ” ໄດ້ຈັດຂຶ້ນວັນທີ 19 ສິງຫາ ຜ່ານມາທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄຳພວງ ອິນທະວົງສີ ຫົວໜ້າກົມສິລະປະການສະແດງ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ອານຸສອນ ສິລິສັກດາ ປະທານໂຄງການ Top star Laos, ທ່ານ ບໍລິພັນ ໄຊຍະພູມ ຜູ້ບໍລິຫານຊ່ອງ 7 ສີ ( ປະເທດໄທ ) ພ້ອມດ້ວຍບັນດາສິລະປິນນັກຮ້ອງທີ່ມີຊື່ສຽງລະດັບປະເທດຂອງລາວ ແລະ ໄທ ເຂົ້າຮ່ວມ.

ທ່ານ ອານຸສອນ ສິລິສັກດາ ກ່າວວ່າ: ລາຍການ Top star laos ຈະເປັນເວທີແຫ່ງການຄົ້ນຫາສິລະປິນນັກຮ້ອງໜ້າໃໝ່ປະເພດລູກທົ່ງ ເພື່ອຄັດເລືອກເອົາດາວດວງໃໝ່ມາປະດັບວົງການບັນເທີງລາວ Top star Laos. ພ້ອມນັ້ນ, ຍັງມີອາຈານສິລະປິນນັກຮ້ອງ ແລະ ນັກສະແດງລະດັບປະເທດລາວ – ໄທ ທີ່ໄດ້ສົ່ງເສີມ ແລະ ຄັດເລືອກເອົາຜູ້ມີພອນສະຫວັນ, ຄວາມຮູ້ ແລະ ຄວາມສາມາດເຂົ້າມາປະກວດຮ້ອງເພງໃນຮູບແບບການແຂ່ງຂັນເພື່ອຊີງເງິນລາງວັນ ລວມມູນຄ່າ 145 ລ້ານກີບ.

ນາງ ສຸພະຣະດາ ຣິນຣະດາມະນີ ຜູ້ຜະລິດລາຍການ Top Star Laos ໄດ້ກ່າວວ່າ: ຂອບໃຈທຸກພາກສ່ວນທີ່ໃຫ້ໂອກາດຄົນໄທ ໄດ້ມາສະແດງສັກກະຍະພາບໃນປະເທດລາວ ແລະ ສັນຍາວ່າຈະຜະລິດລາຍການໃຫ້ຢູ່ຕາມຮີດຄອງປະເພນີດ້ວຍຄວາມລະມັດລະວັງ ເຊິ່ງຂັນລາງວັນໄດ້ເຮັດມາສໍາລັບຄົນລາວໂດຍສະເພາະ ແລະ ຈຸດເດັ່ນຂອງຂັນລາງວັນຄືມີດອກຈໍາປາ. ສຳລັບຜູ້ທີ່ຊະນະເລີດແມ່ນຈະໄດ້ຮັບລາງວັນເງິນສົດ 14.500.000 ກີບ ພ້ອມດ້ວຍລົດຈັກໜຶ່ງຄັນ ແລະ ອອກເພງດ່ຽວເປັນຂອງຕົນເອງ, ຮອງຊະນະເລີດຈະໄດ້ຮັບເງິນສົດ 8.700.000 ກີບ ພ້ອມຂອງລາງວັນອື່ນໆ. ນອກນີ້, ຍັງມີລາງວັນພິເສດຈາກໜຸ່ມ ເພັດ ສະຫະລັດ ແລະ ຄຣີນິກ White B ນຳອີກດ້ວຍ.

ໂຄງການດັ່ງກ່າວ ໄດ້ຮັບກຽດເປັນຄະນະກຳມະການຕັດສິນໂດຍ ທ່ານ ນາງ ພັນໂທ ໄກສີ ວັງເວີນໂຂງ ຫົວໜ້າຮັບຜິດຊອບການລຳ ກົມສິລະປະກອງທັບ ແລະ ໜຸ່ມ ຕີ໋ ອຸດາໄລ ນັກຮ້ອງ ພ້ອມທັງມີອາຈານ ແລະ ນັກສະແດງທີ່ມາຈາກປະເທດໄທ ຮ່ວມເປັນກໍາມະການ ຄື: ນາງ ສຸພະຣະດາ ຣິນຣະດາມະນີ, ໜຸ່ມ ແຊັດ ຊຸມແພ, ໜຸ່ມ ອາຣ໌ ນັດຖະພົນ ສິຣິຊຸມແສງ ແລະ ໜຸ່ມ ເພັດ ສະຫະລັດ ເຊິ່ງນີ້ເປັນເວທີປະກວດຄັ້ງທຳອິດທີ່ໃຫຍ່ສຸດໃນລາວ.

ໂຄງການດັ່ງກ່າວໄດ້ເປີດຮັບສະໝັັກນັບແຕ່ເດືອນກໍລະກົດຜ່ານມາ ຈົນຮອດວັນທີ 31 ສິງຫາ ໂດຍອໍດີຊັນໄດ້ 3 ແຂວງ ຄື: ແຂວງສະຫວັນນະເຂດ ເລີ່ມອໍດີຊັນວັນທີ 31 ສິງຫາ ທີ່ສູນການຄ້າສະຫວັນໄອເຕັກ, ແຂວງຈໍາປາສັກ ເລີ່ມອໍດີຊັນວັນທີ 1 ກັນຍາທີ່ສູນການຄ້າເຟຣນຊິບມໍ ແລະ ນະຄອນຫຼວງວຽງຈັນ ເລີ່ມອໍດີຊັນວັນທີ 7 ກັນຍາ ທີ່ສູນການຄ້າວຽງຈັນເຊັນເຕີ ສາມາດຕິດຕາມລາຍລະອຽດເພີ່ມຕື່ມຂອງການສະໝັກໄດ້ທີ່ແຟນເພຈ໌ເຟສບຸ໊ກ: Top Star Laos.

( ຂ່າວ: ທິບອຸສາ, ຮູບ: ສອນໄຊ )