ທ່ານ ລັດຖະມົນຕີ ຖວທ ຕາງໜ້າລັດຖະບານລາວເຂົ້າຢ້ຽມຢາມຜູ້ຮັບໄດ້ບາດເຈັບເຫດລົດຕົກເຫວ

108

ຈາກເຫດການລົດເມທ່ອງທ່ຽວຕົກເຫວ ຢູ່ເຂດບ້ານທ່າເມືອງ, ເມືອງນານ, ແຂວງຫຼວງພະບາງ ໃນເວລາປະມານ 15:30 ໂມງ ຂອງວັນທີ 19 ສິງຫາ 2019 ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 13 ຄົນ ແລະ ບາດເຈັບອີກ 33 ຄົນ. ເຊິ່ງລົດເມຄັນດັ່ງກ່າວມີຜູ້ໂດຍສານທັງໝົດ 46 ຄົນ, ໃນນັ້ນ ມີຄົນລາວ 2 ຄົນ. ນອກນັ້ນ, ແມ່ນນັກທອ່ງທ່ຽວຊາວຈີນ.

 

 

ຫຼ້າສຸດ, ໃນຕອນແລງຂອງວັນທີ 21 ສິງຫາ 2019 ນີ້, ທ່ານ ບໍ່ແສງຄໍາ ວົງດາຣາ ລັດຖະມົນຕີກະ ຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມຄົນເຈັບ ທີ່ມາປິ່ນປົວ ແລະ ຮັກສາຕົວຢູ່ໂຮງໝໍ 103.

 

ในภาพอาจจะมี 7 คน, ผู้คนกำลังนั่ง และสถานที่ในร่ม

 

ທ່ານ ພັນເອກ ດຣ ຈັນທະພອນ ອຸດົມສຸກ ຜູ້ອຳນວຍການໂຮງໝໍ 103 ໄດ້ລາຍງານຕໍ່ທ່ານລັດຖະມົນຕີວ່າ: ຄົນເຈັບແມ່ນໄດ້ເຂົ້າ ມາປິ່ນປົວໃນໂຮງໝໍ 103 ແຫ່ງນີ້ ໃນຕອນເຊົ້າຂອງວັນທີ 20 ສິງຫາ 2019 ມີທັງໝົດ 22 ຄົນ ແລະ ປັດຈຸບັນ ຍັງເຫຼືອພຽງ 20 ຄົນ, ໃນນັ້ນ: ຢູ່ພະແນກກະດູກ 12 ຄົນ, ພະແນກໂຜ້ງເອິກ 5 ຄົນ, ພະແນກໂຜ້ງທ້ອງ 2 ຄົນ ແລະ ICU 1 ຄົນ.

 

ในภาพอาจจะมี 7 คน

ສ່ວນຄົນເຈັບອີກ 2 ແມ່ນອາການບາດເຈັບບໍ່ຮ້າຍແຮງແມ່ນສາມາດກັບບ້ານໄດ້ ໂດຍໄດ້ຮັບການປິ່ນປົວຈາກທີມງານການແພດກອງທັບປົດປ່ອຍປະຊາຊົນຈີນ ທີ່ກຳລັງຢູ່ ສປປ ລາວ ໃນການເຂົ້າຮ່ວມການຝຶກຊ້ອມຫັດແອບຮ່ວມທາງການແພດເພື່ອມະນຸດສະທຳ “ຂະບວນລົດໄຟສັນຕິພາບ 2019” ໄດ້ຮ່ວມກັບທີມແພດກອງທັບປະຊາຊົນປະຕິວັດລາວ ປິ່ນປົວຄົນເຈັບຢ່າງໃກ້ຊິດ.

 

ในภาพอาจจะมี 2 คน, สถานที่ในร่ม

 

ในภาพอาจจะมี 2 คน, ห้องนอน และสถานที่ในร่ม

 

ໂອກາດນີ້, ທ່ານ ບໍ່ແສງຄຳ ວົງດາຣາ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ຄົນເຈັບ ແລະ ສະແດງຄວາມຊົມເຊີຍທີ່ເອົາໃຈໃສ່ປິ່ນປົວຄົນເຈັບຢ່າງສຸດຂີດ ລວມທັງການກອບກູ້ຄົນເຈັບທີ່ວ່ອງໄວ ແລະ ມີຫຼາຍພາກສ່ວນຮັບຜິດຊອບຮ່ວມກັນ ແລະ ໃຫ້ສືບຕໍ່ເອົາໃຈໃສ່ປິ່ນປົວ ພ້ອມກັບສະແດງຄວາມ ເສຍໃຈຕໍ່ເຫດການດັ່ງກ່າວ.

 

ในภาพอาจจะมี 2 คน, สถานที่ในร่ม

 

ในภาพอาจจะมี 7 คน, ผู้คนกำลังนั่ง และสถานที่ในร่ม

ในภาพอาจจะมี 7 คน, ผู้คนกำลังนั่ง และสถานที่ในร่ม

 

ທ່ານ ພັນໂທ ສົມບູນ ທະນາວັນ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ ຫຼວງພະບາງ ໄດ້ລາຍງານວ່າ: ພາຍຫຼັງທີ່ໄດ້ຮັບຂ່າວເຈົ້າໜ້າທີ່ທະຫານ, ຕຳຫຼວດ ແລະ ໜ່ວຍກູ້ໄພ ໄດ້ເປັນເຈົ້າການໃນການຊ່ວຍເຫຼືອຜູ້ບາດເຈັບ ແລະ ເກັບກູ້ຊາກສົບຜູ້ເສຍຊີວິດໃນຄັ້ງນີ້ ເນື່ອງຈາກວ່າສະພາບພູມລຳເນົາໃນບໍລິເວນທີ່ເກີດເຫດນັ້ນເປັນເຫວຊັນສູງປະມານ 100 ແມັດ. ສະນັ້ນ, ເປັນອຸປະສັກໃນການປະຕິບັດໜ້າທີ່.

ในภาพอาจจะมี 7 คน, สถานที่ในร่ม

 

ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍສາມາດສຳເລັດໃນການເກັບກູ້ສົບຜູ້ເສຍຊີວິດທີ່ຍັງຄາຢູ່ໃນລົດໃນເວລາ 11:00 ໂມງຂອງວັນທີ 20 ສິງຫາ 2019 ແລ້ວນໍາສົ່ງໄປໄວ້ ທີ່ໂຮງໝໍແຂວງເພື່ອລໍຖ້າການຕິດຕໍ່ຫາຍາດຕິພີ່ນ້ອງມາຮັບເອົາ. ສ່ວນຜູ້ບາດເຈັບຈຳນວນໜຶ່ງກໍໄດ້ຮັບການປີ່ນປົວຢູ່ທີ່ໂຮງໝໍດັ່ງກ່າວ ແລະ ຈຳນວນໜຶ່ງກໍສົ່ງມາປີ່ນປົວຢູ່ທີ່ນະຄອນຫຼວງວຽງຈັນ.