ພັນເອກ ອິນສົມ ທຳລະສິນ ໄດ້ຕໍາແໜ່ງໃໝ່ເປັນຫົວໜ້າ ປກສ ແຂວງບໍ່ແກ້ວ

121

ໂດຍປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 1684/ປກສ ວ່າດ້ວຍການໂຍກຍ້າຍນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຫຼວງນໍ້າທາ ແລະ ອີງຕາມກົດໝາຍ ວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນສະບັບປັບປຸງເລກທີ 20/ສພຊ ແລະ ດຳລັດຂອງນາຍົກລັດທະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງປ້ອງກັນຄວາມສະຫງົບເລກທີ 306/ນຍ ແລະ ອີງຕາມການຕົກລົງເຫັນດີເປັນເອກະພາບຂອງຄະນະປະຈໍາພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງວັນທີ 19 ສິງຫາ 2019.

 

ທັງເປັນການປັບປຸງກົງຈັກການຈັດຕັ້ງກະຊວງປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຜ່ານການຄົ້ນຄວ້ານຳສະເໜີຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຕົກລົງໂຍກຍ້າຍທ່ານ ພັນເອກ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວເພື່ອຊີ້ນໍາໆພາວຽກງານຢູ່ກອງບັນຊາການ ປກສ ແຂວງບໍ່ແກ້ວຕໍ່ໄປ.

 

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 21 ສິງຫາ 2019 ນີ້, ຢູ່ທີ່ສະໂມສອນແຂວງຫຼວງນໍ້າທາ ໂດຍການເຂົ້າຮ່ວມຂອງທ່ານ ພົນໂທ ວີໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະພັກກອງບັນຊາການ ປກສ ແຂວງ, ເມືອງເຂົ້າຮ່ວມ.