ລາວສະເໜີ 10 ບັນຫາໃຫ້ຫວຽດນາມ ພິຈາລະນາກ່ຽວກັບການສົ່ງອອກໄຟຟ້າ

104

ປັດຈຸບັນ ລາວ ສົ່ງຂາຍໄຟຟ້າໃຫ້ ຫວຽດນາມ ໄດ້ 320 ເມກາວັດ ໂດຍຕັ້ງເປົ້າຮອດປີ 2030 ໃຫ້ບັນລຸກວ່າ 5 ພັນເມກາວັດ. ຕໍ່ກັບຄາດໝາຍດັ່ງກ່າວທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາວ ໄດ້ສະເໜີ 10 ບັນຫາໃຫ້ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຊ່ວຍພິຈາລະນາ.

ໃນວັນທີ 17 ສິງຫາ 2019 ຜ່ານມາ ທີ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມພົບປະລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ສປປ ລາວ ກັບ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຂອງ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງ ທ່ານ      ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ; ທ່ານ ເຈິ່ນ ຕວັກ ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ສສ ຫວຽດນາມ, ມີບັນດາຮອງລັດຖະມົນຕີ, ຫົວໜ້າ   ກົມ – ຮອງຫົວໜ້າກົມ, ບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳມະນີ ອິນທິລາດ ກ່າວວ່າ: ມາຮອດປັດຈຸບັນ ສປປ ລາວ ໄດ້ມີແຫຼ່ງຜະລິດກະແສໄຟຟ້າແລ້ວ 63 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 7.200 ເມກາວັດ ( MW ), ກໍາລັງກໍ່ສ້າງ 27 ໂຄງການ, ກະກຽມການກໍ່ສ້າງ 37 ໂຄງການ ແລະ ຢູ່ໃນຂັ້ນຕອນສຶກສາຄວາມເປັນໄປໄດ້ 55 ໂຄງການ ເຊິ່ງມີກຳລັງຕິດຕັ້ງລວມທັງໝົດ ປະມານ 25 ພັນເມກາວັດ, ມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕ່ຳ ຍາວທັງໝົດ 63 ພັນກວ່າກິໂລແມັດ ແລະ ມີສະຖານີຈ່າຍໄຟຟ້າ 70 ແຫ່ງ ສາມາດສະໜອງໄຟຟ້າຮັບໃຊ້ພາຍໃນໄດ້ 95% ຂອງຈຳນວນຄອບຄົວໃນທົ່ວປະເທດ. ທັງນີ້, ສຳລັບການເຊື່ອມໂຍງລະບົບສາຍສົ່ງ ແລະ ຊື້ – ຂາຍພະລັງງານໄຟຟ້າກັບບັນດາປະເທດໃກ້ຄຽງ ມາຮອດປັດຈຸບັນໄດ້ຂາຍກະແສໄຟຟ້າໃຫ້ 5 ປະເທດ ຄື: ປະເທດໄທ 4 ພັນເມກາວັດ; ຂາຍໃຫ້ປະເທດກໍາປູເຈຍ ຕາມເຂດຊາຍແດນ; ປະເທດມຽນມາ ຕາມເຂດຊາຍແດນ; ສົ່ງຂາຍໃຫ້ປະເທດມາເລເຊຍ ໂດຍຜ່ານໄທ 100 ເມກາວັດ ແລະ ຂາຍໃຫ້ ສສ ຫວຽດນາມ 320 ເມກາວັດ ແລະ ຄາດວ່າຮອດປີ 2030 ຈະໃຫ້ໄດ້ຫຼາຍກວ່າ 5 ພັນເມກາວັດ. ສະນັ້ນ, ໃຫ້ບັນລຸເປົ້າໝາຍດັ່ງກ່າວ ລັດຖະມົນຕີ ຈຶ່ງຂໍສະເໜີ 10 ຫົວຂໍ້ ເພື່ອປຶກສາຫາລືໃນກອງປະຊຸມຄັ້ງນີ້ ຄື:

1 ກ່ຽວກັບໂຄງການຊື້ – ຂາຍໄຟຟ້າໂຄງການນໍ້າຊໍາ ໃນປັດຈຸບັນນີ້ພວກເຮົາໄດ້ສໍາເລັດການເຊັນ PPA ແລ້ວ ແລະ ຂໍສະເໜີໃຫ້ຝ່າຍຫວຽດນາມ ພ້ອມກັນຊຸກຍູ້ການປະຕິບັດຕົວຈິງ ໂດຍສະເພາະບັນຫາຮີບດ່ວນແມ່ນການກຳນົດຈຸດເຊື່ອມຕໍ່. ພ້ອມນີ້, ໄຟຟ້າລາວ ສະເໜີຂາຍໄຟຟ້າຈາກໂຄງການໄຟຟ້າຄວາມຮ້ອນຂອງໄຟຟ້າລາວ 300 ເມກາວັດ ( MW ) ຜ່ານຈຸດເຊື່ອມຕໍ່ນີ້.

2 ສະເໜີໃຫ້ຝ່າຍຫວຽດນາມ ໄດ້ກໍານົດຈຸດເຊື່ອມຕໍ່ຈາກກຸ່ມໂຄງການນໍ້າໂມ້ 2 ໃນກໍາລັງຕິດຕັ້ງປະມານ 500 ເມກາວັດ ຈາກກຸ່ມໂຄງການໄຟຟ້ານໍ້າໂມ້ 2 ເຊິ່ງປັດຈຸບັນກຳລັງປຶກສາຫາລືນຳຝ່າຍຫວຽດນາມ.

3 ໂຄງການພະລັງງານໄຟຟ້າພາກໃຕ້ ເຊິ່ງປະກອບດ້ວຍ 8 ໂຄງການ ຄື: ນໍ້າກົງ 2, ນໍ້າກົງ 3, ນໍ້າອີ່ມູນ, ນ້ຳອ່າງ, ນ້ຳງອນ 2, ຫ້ວຍສະອວຍ ແລະ ຫ້ວຍລະແງ ເຊິ່ງມີກຳລັງຕິດຕັ້ງປະມານ 465 ເມກາວັດ ເຊິ່ງສາມາດນຳໃຊ້ສາຍສົ່ງຂອງໂຄງການເຊກະໝານ 1 ແລະ ເຊກະໝານ 3 ທີ່ມີຢູ່ແລ້ວໃນປັດຈຸບັນ.

4 ໂຄງການນໍ້າອູ 5, 6, 7 ມີກໍາລັງຕິດຕັ້ງ 630 ເມກາວັດ ເຊິ່ງມີແຜນທີ່ຈະຂາຍໄຟຟ້າໃຫ້ຫວຽດນາມ ໂດຍເລີ່ມແຕ່ປີ 2021 ເປັນຕົ້ນໄປ ດ້ວຍລາຄາທີ່ເຫັນດີນຳກັນຄື 6,59 ເຊັນຕໍ່ກິໂລວັດ. ສະນັ້ນ, ສະເໜີໃຫ້ຝ່າຍຫຼວຽດນາມ ຊຸກຍູ້ການກໍ່ສ້າງສາຍສົ່ງເບື້ອງຫວຽດນາມ ໃຫ້ສຳເລັດ ເພື່ອໃຫ້ທັນການຊື້ – ຂາຍໄຟຟ້າໃນປີ 2021.

5 ໂຄງການໄຟຟ້າຄວາມຮ້ອນຢູ່ເມືອງບົວລະພາ ແຂວງຄໍາມ່ວນ ເຊິ່ງມີກໍາລັງຕິດຕັ້ງ 1.800 ເມກາວັດ ເຊິ່ງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ກັບ ສະຫະບໍລິສັດໄຟຟ້າຫວຽດນາມ ໂດຍຊ່ອງໜ້າ ທ່ານນາຍົກລັດຖະມົນຕີຂອງສອງປະເທດໃນປີ 2018 ຜ່ານມາ ກ່ຽວກັບບັນຫານີ້ ສະເໜີໃຫ້ຝ່າຍຫວຽດນາມຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງໃຫ້ຄຳຕອບກ່ຽວກັບທິດທາງລະອຽດໃນການຊື້ໄຟຟ້າ ຫຼື ຈະຮ່ວມກັນພັດທະນາໃນແບບໃດ.

6 ກ່ຽວກັບພະລັງງານລົມຢູ່ແຂວງເຊກອງ ເຊິ່ງມີກໍາລັງຕິດຕັ້ງ 600 ເມກາວັດ ແລະ ໄຟຟ້າແສງຕາເວັນ ສະເໜີຝ່າຍຫວຽດນາມ ໃຫ້້ຄຳຕອບທີ່ຈະແຈ້ງວ່າຈະຮັບຊື້ໃນເງື່ອນໄຂໃດ ຫຼື ບໍ່ຮັບຊື້ເລີຍ.

7 ກ່ຽວກັບໂຄງການກໍ່ສ້າງສາຍສົ່ງ 500 ກິໂລໂວນ HVDC ຈາກພາກເໜືອຂອງລາວໄປຫາພາກໃຕ້ຂອງຫວຽດນາມ ຄວນຈະສືບຕໍ່ຈັດຕັ້ງປະຕິບັດແນວໃດ.

8 ກ່ຽວກັບຄວາມຄືບໜ້າຂອງໂຄງການການເຊື່ອມຕໍ່ຈາກສະຖານີຫາດຊັນຂອງລາວ ຫາ ສະຖານີເບີອີ້ຂອງຫວຽດນາມ ເຊິ່ງແມ່ນການເຊື່ອມໂຍງດ້ວຍແຮງດັນ 500 ກິໂລໂວນ ສະເໜີວ່າປັດຈຸບັນຝ່າຍລາວໄດ້ໃຫ້ IFC ສຶກສາຄວາມເປັນໄປໄດ້ຂອງການເຊື່ອມຕໍ່. ສະນັ້ນ, ສະເໜີໃຫ້ຝ່າຍຫວຽດນາມ ສືບຕໍ່ຊຸກຍູ້ ແລະ ສືບຕໍ່ໃຫ້ການສະໜັບສະໜູນ.

9 ກ່ຽວກັບການກໍານົດລາຄາໄຟຟ້າ ຂໍສະເໜີວ່າຝ່າຍລາວເຫັນດີສະເໜີໃຫ້ມີການສຶກສາຮ່ວມກັນຄືນໃໝ່ ໂດຍການຮັບຮູ້ຈາກລັດຖະບານສອງປະເທດ ພາຍໃນໄລຍະເວລາອັນໃກ້ນີ້. ສຳລັບໂຄງການທີ່ເຈລະຈາຢູ່ໃນປັດຈຸບັນແມ່ນເຫັນດີສະເໜີໃຫ້ຮັບຮອງເອົາລາຄາຕາມທີ່ລັດຖະບານຫວຽດນາມ ໄດ້ຕົກລົງຮັບຮອງເອົາແລ້ວໄປຈົນກວ່າຈະມີຜົນການສຶກສາຮ່ວມກັນ ແລະ ໄດ້ຖືກຮັບຮອງເອົາຢ່າງເປັນທາງການ ຈຶ່ງພ້ອມກັນນຳໃຊ້ລາຄາໃໝ່.

10 ກ່ຽວກັບໂຄງການນໍ້າຂອງຫຼວງພະບາງ ສະເໜີໃຫ້ຝ່າຍຫວຽດນາມ ສະໜັບສະໜູນຕໍ່ຜົນການສຶກສາໂຄງການ ເພື່ອເຮັດໃຫ້ໂຄງການໄດ້ສືບຕໍ່ດຳເນີນການຈັດຕັ້ງປະຕິບັດ.

ໃນໂອກາດນີ້, ທ່ານ ເຈິ່ນ ຕວັກ ແອັງ ກ່າວວ່າ: ຊົມເຊີຍຕໍ່ຂະແໜງພະລັງງານໄຟຟ້າທີ່ເຫັນວ່າໄດ້ມີການຂະຫຍາຍຕົວຕໍ່ເນື່ອງ ສາມາດສົ່ງອອກໄຟຟ້າໃຫ້ແກ່ບັນດາປະເທດໃກ້ຄຽງ ແລະ ໄດ້ຕີລາຄາສູງເຖິງການພົວພັນຮ່ວມມືລະຫວ່າງ 2 ກະຊວງ ກໍຄື 2 ປະເທດໃນໄລຍະຜ່ານມາ ແລະ ເປັນເອກະພາບນໍາການຕີລາຄາຂໍ້ຄົງຄ້າງທີ່ຝ່າຍລາວຍົກຂຶ້ນມາຫາລື ພ້ອມທັງໄດ້ສະເໜີວິທີການ, ມາດຕະການໃນການແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆທີ່ໄດ້ຍົກຂຶ້ນ ເພື່ອເຮັດໃຫ້ການພົວພັນຮ່ວມມືມີປະສິດທິພາບ, ແໜ້ນແຟ້ນຍິ່ງຂຶ້ນ.

( ຂ່າວ: ສັນຕິ, ຮູບ: ສຸກສະຫວັນ