ລາວໂຕໂຢຕ້າ ຈະໄປຕາມນັດໄດ້ບໍແລງນີ້ວັດຄົມ ເຄພີເອັສ ບານເຕະຊີງຂັນ ສຕລ ຄອມມານໂດ 2019

94

ລາວໂຕໂຢຕ້າ ເອັຟຊີ ແຊັມ ເປບຊີ ລາວພຣີເມຍລີກ 2019 ຈະໄປຕາມນັດໄດ້ບໍເພາະແລງມື້ນີ້ວັນທີ 21 ສິງຫາ 2019 ຕ້ອງວັດຄົມກັບ ເຄພີເອັສ ເອັຟຊີ ທີມຈາກບານເຕະ ສາຍ ກ ໃນການແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2019 ( Commando LFF CUP 2019 ) ຮອບ 8 ທີມສຸດທ້າຍ ຖ້າຈະຊະນະຜ່ານເຂົ້າຮອບຮອງຊະນະເລີດໄປພົບກັບ ປກສ ເອັຟຊີ ທີ່ຢືນລໍຖ້າຢູ່ກ່ອນໜ້ານີ້.

ກ່ອນໜ້ານີ້ ປກສ ເອັຟຊີ ເອົາຊະນະ ເຄວສ ຢູໄນເຕັດ ໄປຂາດລອຍ 7 – 0 ໃນການແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2019 ເມື່ອອາທິດກ່ອນ, ສ່ວນຄູ່ຂອງ ລາວໂຕໂຢຕ້າ ເອັຟຊີ ພົບກັບ ເຄພີເອັສ ເອັຟຊີ ຕ້ອງເລື່ອນການແຂ່ງຂັນໄປວັນທີ 21 ສິງຫາ 2019 ເນື່ອງຈາກສະພາບຝົກຕົກໜັກບໍ່ສາມາດແຂ່ງຂັນໄດ້.

ເຄພີເອັສ ເອັຟຊີ ຈະຕ້ອງພົບກັບ ລາວໂຕໂຢຕ້າ ເອັຟຊີ ໃນແລງມື້ນີ້ວັນທີ 21 ສິງຫາ 2019 ເວລາ 16:00 ໂມງ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ ) ໂດຍທີມຊະນະຈະເຂົ້າຮອບຮອງຊະນະເລີດ ພົບ ປກສ ເອັຟຊີ ໃນວັນທີ 24 ສິງຫາ 2019, ສ່ວນອີກຄູ່  ອີໂວ ຢູໄນເຕັດ ທະລຸເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບ ຊ້າງນ້ອຍ ເອັຟຊີ.

ສໍາລັບບານເຕະລາຍການຊີງຂັນ ສຕລ ຄອມມານໂດ 2019 ມີສະໂມສອນໃນ ເປບຊີ ລາວພຣີເມຍລີກ ກັບ ສະໂມສອນໃນ ສາຍ ກ 2019 ( COMMANDO LAO DIVISION 1 ) ມີ 14 ທີມເຂົ້າຮ່ວມແບ່ງເປັນທີມຈາກ ລາວພຣີເມຍລີກ 6 ທີມ ແລະ ທີມຈາກ ສາຍ ກ 8 ທີມ, ສ່ວນຮູບແບບການແຂ່ງຂັນແມ່ນຈັບສະຫຼາກປະກົບຄູ່ແຂ່ງຂັນ, ແຂ່ງຂັນແບບນ໊ອກເອົ້າເສຍຕົກຮອບທັນທີ, ຂະນະທີ່ 2 ສະໂມສອນ ຄື: ເຄພີເອັສ ເອັຟຊີ ແລະ ທຣີນີ້ຕີ ເອັຟຊີ ໂຊກດີໃນການຈັບສະຫຼາກໄດ້ສິດຢືນຖ້າໃນຮອບ 8 ທີມສຸດທ້າຍແບບອັດຕະໂນມັດ.

( ຄໍາສອນ; ຮູບຈາກ: ສຕລ )