ຫ້ອງອາຫານຂອງໂຮງແຮມ La Seine ຈະເປີດເປັນທາງການໃນມື້ນີ້

36

ໂຮງແຮມ La Seine ເປັນໂຮງແຮມທີ່ຫາກໍເປີດໃໝ່ຕັ້ງຢູ່ບໍລິເວນແຄມຂອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງຈະໄດ້ຈັດງານເປີດໂຕຮ້ານອາຫານຢ່າງເປັນທາງການພາຍໃຕ້ຊື່ Red Rose Jazz Lounge ໃນວັນພຸດທີ 21 ສິງຫາ 2019 .

ທ່ານ ນາງ ດາຣິສາ ຕັນສິຣິ ຜູ້ອຳນວຍການໃຫຍ່ ໂຮງແຮມ La Seine ກ່າວວ່າ: ການເປີດໂຕຫ້ອງອາຫານ Red Rose Jazz lounge ນີ້ ທາງໂຮງແຮມພວກເຮົາຈະນຳເອົາປະສົບການໃໝ່ສຳລັບອາຫານພິເສດທີ່ມາພ້ອມກັບສຽງເພງມ່ວນຊື່ນໃຫ້ກັບແຂກທຸກຄົນ ທາງໂຮງແຮມ ແລະ ຫ້ອງອາຫານຂອງພວກເຮົາມີຄວາມຍິນດີຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດໄດ້ສໍາຜັດປະສົບການໃໝ່ ກໍຫວັງວ່າທຸກທ່ານຈະໄດ້ມີຄວາມສຸກ ແລະ ອົບອຸ່ນໃຈເມື່ອໃຊ້ບໍລິການຂອງພວກເຮົາ.

ພາຍໃນຫ້ອງອາຫານແຕ່ລະມື້ຈະເນັ້ນເສີບອາຫານສົດໃໝ່ຢູ່ຕະຫຼອດເວລາ ຕາມແບບອາຫານຕົ້ນຕຳລັບພື້ນບ້ານແບບລາວໆ ເຊັ່ນ: ຊຸດອາຫານລາວແຊບ ( Lao Saap ) ທີ່ມີໄສ້ອົ່ວ ແລະ ຕຳໝາກຫຸ່ງທີ່ເປັນເອກະລັກ. ນອກນັ້ນ, ຍັງມີລາຍການພິເສດ ໂດຍຄັດສັນປະເພດຊີ້ນສັດລະດັບດີເລີດທີ່ນຳເຂົ້າຈາກຕ່າງປະເທດ ແລະ ຊີສທີ່ດີທີ່ສຸດ ລວມໄປເຖິງປະເພດເຄື່ອງດື່ມວາຍຊັ້ນນຳທີ່ມີຊື່ສຽງຈາກທົ່ວທຸກມຸມໂລກ ສໍາລັບວົງດົນຕີ Trio Jazz Band ຈະມີທຸກວັນພຸດ ຫາ ວັນອາທິດ ນັບແຕ່ເວລາ 19:00 – 22:00 ໂມງ.

[ ຂ່າວ: ສົມສະຫວິນ ]