ຫັນປູກພືດອື່ນທົດແທນຜົນເສຍຫາຍຈາກບົ້ງຝູງສາລີ

35

ບົ້ງຝູງສາລີລະບາດໜັກສ້າງຄວາມເສຍຫາຍໃຫ້ເນື້ອທີ່ປູກສາລີ 40 ພັນກວ່າເຮັກຕາ, ມາຮອດປັດຈຸບັນເລີ່ມເບົາບາງລົງຍ້ອນຝົນຕົກໜັກ, ດ້ານພາກລັດແນະນໍາຫັນປູກພືດອື່ນທົດແທນເຂດທີ່ຖືກກະທົບເພື່ອດຸນດ່ຽງການສົ່ງອອກ ໂດຍສະເພາະພືດຕະກຸນຖົ່ວ ທີ່ຕະຫຼາດຈີນມີ ຄວາມຕ້ອງການຫຼາຍ.

ທ່ານ ສຸລາພອນ ອິນທະວົງ ຮອງຫົວໜ້າກົມປູກຝັງ ທັງເປັນຄະນະກໍາມະການສະເພາະກິດ ແກ້ໄຂບັນຫາການລະບາດຂອງບົ້ງຝູງສາລີ ໃຫ້ຮູ້ວ່າ: ເນື້ອທີ່ປູກສາລີເສຍຫາຍຈາກສັດຕູພືດທໍາລາຍ ໂດຍສະເພາະແມ່ນບົ້ງຝູງສາລີ ຈໍານວນ 40.934 ເຮັກຕາ ເຊິ່ງປັດຈຸບັນຖືວ່າສາມາດຄວບຄຸມ ຫຼື ຢັບຢັ້ງການລະບາດໄດ້ລະດັບໜຶ່ງ ເນື່ອງຈາກມີຝົນຕົກລົງມາຢ່າງໜັກ. ເຖິງຢ່າງໃດກໍຕາມ, ຕໍ່ກັບສະພາບການດັ່ງກ່າວມັນຈະກະທົບເຖິງການຜະລິດກະສິກໍາເປັນສິນຄ້າສົ່ງອອກແນ່ນອນເພາະວ່າສາລີແມ່ນ 1 ໃນ 5 ຂອງຜະລິດຕະພັນທີ່ສົ່ງອອກຫຼາຍທີ່ສຸດຂອງລາວເຮົາ ເຊິ່ງອາດຈະສົ່ງຜົນກະທົບຕໍ່ຄາດໝາຍສົ່ງອອກສາລີຂອງກະຊວງກະສິກໍາ ແລະ ປ່າໄມ້ ( ກປ ) ວາງອອກໃນປີນີ້ ຈໍານວນ 1 ລ້ານໂຕນ ຈະບໍ່ໄດ້ຕາມເປົ້າ. ດັ່ງນັ້ນ, ພາກລັດຈຶ່ງໄດ້ລົງໄປກະຕຸ້ນໃຫ້ປະຊາຊົນ ແລະ ຜູ້ປະກອບການໃນເຂດທີ່ຖືກກະທົບໜັກຫັນປູກພືດອື່ນທົດແທນການສົ່ງອອກເພື່ອດຸນດ່ຽງເສດຖະກິດ ເພາະວ່າລາຍໄດ້ແຫ່ງຊາດ 80% ແມ່ນມາຈາກສິນຄ້າກະສິກໍາ ເຊິ່ງພືດທີ່ແນະນໍາໃຫ້ຫັນປ່ຽນແມ່ນມັນຕົ້ນ, ຖົ່ວດິນ, ຖົ່ວເຫຼືອງ ເວົ້າລວມແມ່ນພືດຕະກຸນຖົ່ວ ເພາະວ່າເປັນພືດອາຍຸສັ້ນ ແລະ ຕ້ອງການນໍ້າໜ້ອຍ ເຊິ່ງໃຊ້ເວລາພຽງ 4 ເດືອນກໍສາມາດເກັບກ່ຽວໄດ້ ໂດຍສຸມໃສ່ເຂດທີ່ເສຍຫາຍໜັກ ເຊັ່ນ: ໄຊຍະບູລີ, ອຸດົມໄຊ, ຫົວພັນ ແລະ ຊຽງຂວາງ ສົ່ງເຂົ້າຕະຫຼາດຈີນ.

ທ່ານ ສຸລາພອນ ກ່າວຕື່ມວ່າ: ສ່ວນ ຄວາມຕ້ອງການຂອງຕະຫຼາດກ່ຽວກັບພືດທີ່ແນະນໍາໃຫ້ຫັນປ່ຽນຕະຫຼາດຕ່າງປະເທດແມ່ນມີຄວາມຕ້ອງການຫຼາຍ ໂດຍສະເພາະແມ່ນ ສປ ຈີນ ເນື່ອງຈາກວ່າພາກລັດ ກໍຄືກະຊວງ ກປ ກໍໄດ້ສົມທົບກັບຕະຫຼາດດັ່ງກ່າວກ່ຽວກັບການສົ່ງອອກພືດຊະນິດນີ້ ໂດຍສາມາດສົ່ງອອກໄດ້ໂດຍບໍ່ຈໍາກັດຈໍານວນ. ເຖິງຢ່າງໃດກໍຕາມ, ນະໂຍບາຍຂອງກະຊວງ ກປ ແມ່ນສົ່ງເສີມປູກທີ່ຕ້ອງຕິດພັນກັບການຕະຫຼາດ, ນັ້ນໝາຍຄວາມວ່າສົ່ງເສີມພືດຊະນິດໃດແມ່ນຈະຕ້ອງມີຕະຫຼາດຮອງຮັບແນ່ນອນ. ພ້ອມດຽວກັນນັ້ນ, ທ່ານຍັງບອກອີກວ່າ ຈາກການວິເຄາະທາງດ້ານເສດຖະສາດແລ້ວ ການປູກພືດທີ່ກ່າວມາຂ້າງເທິງ ແມ່ນຈະສາມາດທົດແທນການຂາດດຸນສົ່ງອອກສາລີໄດ້.

ທ່ານ ພູເຂົາທອງ ສີໄກສອນ ຫົວໜ້າໜ່ວຍງານປ້ອງກັນພືດແບບປະສົມປະສານ ໃຫ້ຮູ້ວ່າ: ສາເຫດທີ່ພາໃຫ້ການລະບາດຂອງບົ້ງຝູງສາລີເລີ່ມເບົາບາງລົງແມ່ນຍ້ອນຝົນຕົກ ເນື່ອງຈາກວ່າບົ້ງດັ່ງກ່າວມັນເຂົ້າໄປທໍາລາຍຢູ່ຍອດສາລີ ແຕ່ເມື່ອຝົນຕົກຈະເຮັດໃຫ້ມີນໍ້າຄ້າງຢູ່ໃນນັ້ນ ຈະເຮັດໃຫ້ມັນໄຕ່ອອກມາ ບໍ່ສາມາດເຂົ້າໄປທໍາລາຍສາລີໄດ້ໄລຍະໜຶ່ງ. ນອກຈາກນີ້, ບາງໂຕກໍຕາຍເພາະວ່າໃນທໍາມະຊາດມີເຊື້ອວິທະຍາ 2 ຊະນິດ ຄື: Metarhizium sp ແລະ Beauveria sp ເມື່ອມີຄວາມຊຸ່ມສູງບົ້ງກໍຈະຖືກເຊື້ອວິທະຍາດັ່ງກ່າວທໍາລາຍໄດ້.

( ຂ່າວ – ຮູບ: ເອຢິບ )