ຫຼາຍພື້ນທີ່ໃນນະຄອນຫຼວງມີນໍ້າຖ້ວມຂັງ ຫຼັງຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ

74

ໃນຄືນວັນທີ 20 ສິງຫາຝົນຕົກແຮງຕະຫຼອດຄືນ ເຊິ່ງກົມອຸຕຸນິຍົມ ແລະ ອຸທົກກະສາດວັກແທກປະລິມານນໍ້າຝົນໃນ24ຊົ່ວໂມງ ມີຫຼາຍເຖິງ 137 ມິລິແມັດ ເຮັດໃຫ້ຕອນເຊົ້າວັນທີ 21 ສິງຫາ 2019 ຫຼາຍພື້ນທີ່ໃນນະຄອນຫຼວງວຽງຈັນເກີດນ້ຳຖ້ວມຂັງ ໂດຍສະເພາະບ່ອນຕໍ່າ ແລະ ເສັ້ນທາງທີ່ລະບົບລະບາຍນໍ້າລະບາຍບໍທັນ.

 

ในภาพอาจจะมี รถยนต์, สถานที่กลางแจ้ง และธรรมชาติ

 

ในภาพอาจจะมี น้ำ

 

ในภาพอาจจะมี 1 คน, สถานที่กลางแจ้ง

 

ในภาพอาจจะมี ท้องฟ้า, ต้นไม้ และสถานที่กลางแจ้ง

 

ในภาพอาจจะมี ต้นไม้, ท้องฟ้า และสถานที่กลางแจ้ง

 

ທ່ານ ທະວີໄຊ ໄຊປະເສີດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊເສດຖາ ໃຫ້ຮູ້ວ່າ: ບັນຫານ້ຳອັ່ງອໍໃນຕົວເມືອງ ໂດຍສະເພາະເຂດທີ່ຢູ່ຕ່ຳເຊັ່ນ: ຖະໜົນເຕ 4 ເວລາຝົນຕົກຕິດຕໍ່ກັນຫຼາຍຊົ່ວໂມງຈະເຮັດໃຫ້ນ້ຳທີ່ໄຫຼລົງມາຈາກເຂດສູງທາດຫຼວງ, ນາໄຊ, ໂພນສີນວນ ແລະ ໂພນທັນ ທີ່ລະບາຍລົງທໍ່ບໍ່ທັນກໍຈະໄຫຼມາຕາມເສັ້ນທາງ ຜ່ານມາຈະເຫັນວ່າບ່ອນທີ່ມີນ້ຳອັ່ງຫຼາຍກວ່າໝູ່ແມ່ນໄຟແດງທາດຫຼວງ, ໄຟແດງໂພນທັນເປັນຕົ້ນ ເມື່ອນ້ຳມາຫຼາຍເກີນໄປໃນເວລາດຽວກັນຈະເຮັດໃຫ້ນ້ຳໄຫຼລົງທໍ່ລະບາຍນ້ຳບໍ່ທັນຈຶ່ງມັກພົບເຫັນຢູ່ເຂດໄຟແດງທາດຫຼວງເປັນປະຈຳ. ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງກໍໄດ້ລົງແກ້ໄຂຢ່າງຕໍ່ເນື່ອງແຕ່ກໍຍັງບໍ່ໄດ້ຮັບຜົນເທົ່າທີ່ຄວນ.

 

ในภาพอาจจะมี รองเท้า, สถานที่กลางแจ้ง และน้ำ

 

ในภาพอาจจะมี ต้นไม้, ท้องฟ้า และสถานที่กลางแจ้ง

 

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, เด็ก, รองเท้า, ต้นไม้, สถานที่กลางแจ้ง และน้ำ

 

ພະຍາກອນອາກາດເວລາ 7: 00 ໂມງຂອງວັນທີ 21 ສິງຫາ 2019 ຈາກກົມອຸຕຸນິຍົມແລະອຸທົກກະສາດລາຍງາຍວ່າ: ຮ່ອງຄວາມກົດດັນອາກາດຕ່ຳຍັງພາດຜ່ານຢູ່ພາກເໜືອຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງປານກາງຍັງພັດປົກຄຸມເປັນສ່ວນໃຫຍ່. ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ. ສຳຫຼັບ ລະດັບນໍ້າຢູ່ເຂດຂົວເຊບັ້ງໄຟ ແຂວງ ຄຳມ່ວນ, ໃນເວລາ 7 ໂມງ ຂອງວັນທີ 21 ສິງຫາ 2019 ແທກໄດ້ 17 ແມັດ 52 ຊັງຕີແມັດ ຍັງຢູ່ໃນເຂດລະວັງໄພ (ເຂດລະວັງໄພ: 17 ແມັດ 50 ຊັງຕີແມັດ) ແລະ ທ່າອ່ຽງລະດັບນໍ້າເຊບັ້ງໄຟຍັງຈະສືບຕໍ່ຂຶ້ນສູງຕື່ມອີກ, ດັ່ງນັ້ນຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທີ່ອາໄສຢູ່ແລບຕາມ ນໍ້າເຊບັ້ງໄຟ ແລະ ເຂດ ນໍ້າເຊຈຳພອນ ໃຫ້ມີສະຕິເຝົ້າລະວັງສະພາບລະດັບນໍ້າ ແລະ ໃຫ້ເກັບມ້ຽນວັດຖຸສິ່ງຂອງພ້ອມສັດລຽ້ງໄປໄວ້ບ່ອນທີ່ປອດໄພ.

 

ในภาพอาจจะมี รถยนต์, ท้องฟ้า, ต้นไม้ และสถานที่กลางแจ้ง

 

ในภาพอาจจะมี ต้นไม้, ต้นพืช, ท้องฟ้า, บ้าน, ตาราง และสถานที่กลางแจ้ง

 

ในภาพอาจจะมี ท้องฟ้า, รถยนต์, ต้นไม้, เมฆ, ต้นพืช และสถานที่กลางแจ้ง

 

ในภาพอาจจะมี 1 คน, สถานที่กลางแจ้ง และน้ำ

ในภาพอาจจะมี สนามบาสเก็ตบอล และสถานที่กลางแจ้ง

 

ในภาพอาจจะมี สถานที่กลางแจ้ง, น้ำ และธรรมชาติ

 

ในภาพอาจจะมี หนึ่งคนขึ้นไป

 
ສ່ວນປະລິມານນໍ້າຝົນ24 ຊົ່ວໂມງ ຂອງວັນທີ 20 ສິງຫາ 2019 ຕົກແຮງສຸດແມ່ນນະຄອນຫຼວງວຽງຈັນແທກໄດ້137 ມິລິແມັດ , ຮອງມາແມ່ນປາກຊ່ອງແທກໄດ້78,4 ມິລິແມັດ, ເຊໂນ52,9 ມິລິແມັດ.