ອີ – ສະປອດລາວ ສໍາເລັດການຄັດເລືອກ 4 ລາຍການ ລຸຍຊີເກມ 2019 ຕັ້ງເປົ້າ 2 ຫຼຽນ

166

ສະຫະພັນກີລາ ອີ – ສະປອດ ແຫ່ງຊາດລາວ ສາມາດຄັດເລືອກນັກກີລາຕົວແທນທີມຊາດລາວ ໄດ້ເປັນທີ່ຮຽບຮ້ອຍ ແລະ ຈະເຂົ້າສູນຝຶກຊ້ອມຕໍ່ໄປ ເພື່ອກະກຽມເຂົ້າຮ່ວມກີລາ ຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ໃນທ້າຍປີນີ້ ໂດຍຕັ້ງເປົ້າ 2 ຫຼຽນ ຈາກການສົ່ງເຂົ້າຮ່ວມ 4 ລາຍການ.

ສະຫະພັນກີລາ ອີ – ສະປອດ ແຫ່ງຊາດລາວ ເລີ່ມປະກາດຮັບສະໝັກທີມເຂົ້າຮ່ວມຄັດເລືອກມາຕັ້ງແຕ່ວັນທີ 10 – 30 ກໍລະກົດ 2019 ແລະ ໄດ້ມີການແຂ່ງຂັນຄັດເລືອກຮອບອອນລາຍ ( ບໍ່ກໍານົດສະຖານທີ່ ). ຫຼ້າສຸດ, ໃນລະຫວ່າງວັນທີ 17 – 18 ສິງຫາ 2019 ໄດ້ມີການແຂ່ງຂັນຮອບອ໊ອຟລາຍ ທີ່ສູນການຄ້າວຽງຈັນເຊັນເຕີ ເພື່ອຄັດເອົານັກກີລາເຂົ້າສູ່ສູນຝຶກທີມຊາດຢ່າງເຕັມຮູບແບບ ກ່ອນຈະຄັດເອົານັກກີລາອີກຄັ້ງທີ່ດີທີ່ສຸດໄປຊີເກມ.

ທ່ານ ວັນທະນາ ກຸນນະວັນ ຮອງປະທານ ແລະ ເລຂາທິການສະຫະພັນ ອີ – ສະປອດ ແຫ່ງຊາດລາວ ລາຍງານວ່າ: ຕາມແຜນງານພັດທະນາຂອງສະຫະພັນ ອີ – ສະປອດ  ຈົນເຖິງປີ 2020 ທາງສະຫະພັນກີລາ ອີ – ສະປອດເອງ ກໍໄດ້ມີການເປີດກອງປະຊຸມກັບທາງຄະນະບໍລິຫານງານ ເພື່ອປຶກສາຫາລືເລື່ອງແຜນງານທີ່ຈະຮ່ວມການແຂ່ງຂັນໃນມະຫະກຳກີລາຊີເກມ ຄັ້ງທີ 30 ທີ່ຈະມາຮອດໃນໄວໆນີ້ທີ່ປະເທດຟີລິບປິນ ເພື່ອໃຫ້ກົງກັບເປົ້າໝາຍກັບແນວທາງການພັດທະນາໄວໜຸ່ມລາວ ໃຫ້ກ້າວເຂົ້າສູ່ລະດັບສາກົນ ເພື່ອເປັນການສ້າງຂະບວນການກີລາ ອີ – ສະປອດ ໃນ ສປປ ລາວ ໃຫ້ມີການເຄື່ອນໄຫວຝຶກແອບ ແລະ ແຂ່ງຂັນອີກ ທັງເປັນການກະກຽມນັກກີລາເຂົ້າຮ່ວມການແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ.

ສຳລັບລາຍການແຂ່ງຂັນຮອບຄັດເລືອກເອົາຕົວແທນຂອງປະເທດຕົວເອງເຂົ້າຮ່ວມຊີງຫຼຽນ ໃນມະຫະກຳກີລາຊີເກມ  ມີ 4 ລາຍການ ຈາກ 450 ທີມ ສາມາດຄັດເລືອກຕົວແທນທີມຊາດ ຊຸດທຳອິດ ດັ່ງນີ້:

ຜູ້ທີ່ຊະນະເລີດປະເພດ Tekken 7 ເກມ ຕໍ່ສູ້ປະເພດຜູ້ຫຼິ້ນດ່ຽວ ໄດ້ແກ່ Mr Robot.

ຜູ້ທີ່ຊະນະເລີດປະເພດ AOV ເກມ ຕໍ່ສູ້ປະເພດທີມ 5 ຄົນ ໄດ້ແກ່ທີມ Hobby computer.

ຜູ້ທີ່ຊະນະເລີດປະເພດ Mobile legends ຕໍ່ສູ້ວາງແຜນຍຸດທະສາດປະເພດ 5 ຄົນ ໄດ້ແກ່ Udie KH.

ຜູ້ທີ່ຊະນະເລີດປະເພດ Dota 2 ເກມ ຕໍ່ສູ້ວາງແຜນຍຸດທະສາດປະເພດທີມ 5 ຄົນ ໄດ້ແກ່ທີມ AGGRESSIVE SLAYER ( AS ).

ນັກກີລາທີ່ຊະນະເລີດໃນຮອບຄັດເລືອກຈະເຂົ້າຮ່ວມຝຶກຊ້ອມກັບຕົວແທນທີມຊາດຊຸດເກົ່າ ກ່ອນຈະມີການຄັດເລືອກເອົານັກກີລາຕົວແທນທີມຊາດລາວ ລຸຍງານມະຫະກໍາກີລາຊີເກມ ຄັ້ງທີ 30 ທີ່ປະເທດຟີລິບປິນ ໃນທ້າຍປີນີ້.

ສໍາລັບເປົ້າໝາຍໃນຊີເກມ ຄັ້ງທີ 30 ທີ່ຟີລິບປິນ ນັ້ນ ທ່ານ ໂຈນາທານ ສິຣິສັກດາ ປະທານສະຫະພັນກີລາ ອີ – ສະປອດ ແຫ່ງຊາດລາວ ກ່າວລາຍງານວ່າ: ທາງສະຫະພັນກີລາ ອີ – ສະປອດ ແຫ່ງຊາດລາວ ໄດ້ເປີດການແຂ່ງຂັນຄັດເລືອກເອົານັກກີລາຕົວແທນທີມຊາດ ( Road to Sea Game ) ກຽມເຂົ້າຮ່ວມງານຊີເກມ ໃນທ້າຍປີນີ້ ເຊິ່ງໄດ້ຮັບການສະໜັບສະໜູນຈາກ 17 ບໍລິສັດໃນລາວ ແລະ ມີຜູ້ຮ່ວມຄັດເລືອກຫຼາຍກວ່າ 2.000 ຄົນ ໂດຍຈະສົ່ງເຂົ້າຮ່ວມ 4 ລາຍການ ໃນຊີເກມທ້າຍປີນີ້ ພ້ອມຕັ້ງຄວາມຫວັງ 2 ຫຼຽນ.

( ຄໍາສອນ )