ຮູບເງົາສັ້ນເລື່ອງ “ ບ້ານເກີດ” ໄດ້ລາງວັນທີ 1ງານແຂ່ງຂັນຮູບເງົາເພື່ອຄວາມຮັກແພງ ລາວ – ຈີນ

78

ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ຮ່ວມກັບວິທະຍຸສາກົນແຫ່ງປະເທດຈີນ ປະຈຳລາວ CRI ຈັດພິທີມອບລາງວັນງານແຂ່ງຂັນຮູບເງົາສາລະຄະດີ ແລະ ຮູບເງົາສັ້ນພາຍໃຕ້ຫົວຂໍ້ “ ເລື່ອງເລົ່າເຈົ້າ ແລະ ຂ້ອຍ ” ຂຶ້ນທີ່ໂຮງແຮມ ຄຣາວ ພລາຊາ ເມື່ອວັນທີ 19 ສິງຫາຜ່ານມາ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ວິທູນ ສູນດາຣາ ຫົວໜ້າກົມຮູບເງົາ ກະຊວງ ຖວທ ແລະ ທ່ານ ນາງ ສຸດທິດາ ( ວູອິ່ຊິງ ) ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ ປະຈຳລາວ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງ ແລະ ບັນດານັກສ້າງຮູບເງົາທັງຫຼາຍເຂົ້າຮ່ວມ.

ທ່ານ ວິທູນ ສູນດາຣາ ກ່າວວ່າ: ການຈັດງານແຂ່ງຂັນຮູບເງົາສາລະຄະດີ ແລະ ຮູບເງົາສັ້ນໃນຄັ້ງນີ້ ແມ່ນເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ຄວາມຮັກແພງລະຫວ່າງສອງຊາດ ລາວ – ຈີນ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໃນຂະແໜງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊິ່ງເປັນການແຂ່ງຂັນທີ່ມີຄວາມໝາຍຄວາມສຳຄັນໃນການສ້າງຂະບວນການສະເຫຼີມສະຫຼອງປີທ່ອງທ່ຽວ ລາວ – ຈີນ 2019. ນອກນັ້ນ, ຍັງເປັນເວທີໃຫ້ແກ່ນັກສ້າງຮູບເງົາລາວ ໄດ້ມີໂອກາດສະແດງຄວາມສາມາດ ແລະ ຜົນງານຂອງຕົນອອກສູ່ສາຍຕາສັງຄົມ ເຊິ່ງເປັນການປະກອບສ່ວນທີ່ສຳຄັນໃນການຊຸກຍູ້ ແລະ ສົ່ງເສີມການຜະລິດຮູບເງົາລາວ.

ທ່ານ ນາງ ສຸດທິດາ ໄດ້ກ່າວວ່າ: ການແຂ່ງຂັນຮູບເງົາພາຍໃຕ້ຫົວຂໍ້ “ ເລື່ອງເລົ່າເຈົ້າ ແລະ ຂ້ອຍ ” ໃນຄັ້ງນີ້ແມ່ນໄດ້ເລີ່ມມາຕັ້ງແຕ່ເດືອນມິຖຸນາ 2019 ເຊິ່ງມີຜົນງານທີ່ເຂົ້າແຂ່ງຂັນທັງໝົດ 28 ເລື່ອງ, ແບ່ງເປັນ 2 ປະເພດ. ໃນນັ້ນ, ມີຮູບເງົາເລື່ອງສັ້ນ 21 ເລື່ອງ ແລະ ຮູບເງົາສາລະຄະດີ 7 ເລື່ອງ, ຜົນງານສ່ວນຫຼາຍແມ່ນຖ່າຍທຳຢູ່ຕາມສະຖານທີ່ຕ່າງໆ, ພາບມີສີສັນ, ຕົວລະຄອນຫຼາກຫຼາຍທີ່ສາມາດສຳຜັດເຖິງ ຄວາມຕັ້ງໃຈ ແລະ ທຸ່ມເທຂອງຜູ້ເຂົ້າແຂ່ງຂັນ ເຊິ່ງເນື້ອໃນຂອງຜົນງານຕ່າງໆໄດ້ຖ່າຍທອດໃຫ້ເຫັນເຖິງການທ່ອງທ່ຽວ, ວັດທະນະທຳ, ການສຶກສາ, ການໄປ – ມາຫາສູ່ກັນຢ່າງມີໄມຕີຈິດລະຫວ່າງສອງປະເທດ ລາວ – ຈີນ ທີ່ມີຄວາມຫຼາກຫຼາຍດ້ານເນື້ອໃນ ແລະ ມີເອກະລັກພິເສດຂອງຕົນ ທີ່ສະແດງເຖິງຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງນັກສ້າງຮູບເງົາລາວຮຸ່ນໃໝ່.

ຜົນການແຂ່ງຂັນໃນຄັ້ງນີ້:

ລາງວັນຊົມເຊີຍຮູບເງົາສາລະຄະດີໄດ້ແກ່ເລື່ອງ “ ເລື່ອງເລົ່າຈາກນ້ອງສາຍຝົນ ” ຂອງ ທ່ານ ອິນທະນົງສັກ ຂ່ຽມຄຳ ແລະ ເລື່ອງ “ ເມືອງກວັນວັນນີ້ ” ຂອງ ທ່ານ        ວົງເພັດ ໄໝທະວີເພັດ.

ລາງວັນທີ 3 ປະເພດຮູບເງົາສາລະຄະດີໄດ້ແກ່ເລື່ອງ “ ອຸດົມການ ” ຂອງ ທ່ານ ນາງ ຈັນທະຈອນ ນາກມົງຄົນ; ລາງວັນທີ 2 ໄດ້ແກ່ເລື່ອງ “ ພວກເຮົາ ” ຂອງ ທ່ານ      ຟອງສະໝຸດ ພັນທະນຸວົງ; ສ່ວນລາງວັນທີ 1 ແມ່ນບໍ່ມີເນື່ອງຈາກບໍ່ໄດ້ຕາມເກນຄະແນນທີ່ວາງໄວ້.

ລາງວັນຊົມເຊີຍຮູບເງົາສັ້ນໄດ້ແກ່ເລື່ອງ “ ວັນແຫ່ງຄວາມເສົ້າ ” ຂອງ ທ່ານ ອານຸລັກ ສຸກແຮງເພັດ ແລະ ເລື່ອງ “ ໃຜຄືຄົນຈີນ ” ຂອງ ທ່ານ ນາງ ລັດສະໝີ          ຈັນທະລັງສີ, ລາງວັນທີ 3 ເລື່ອງ “ ກັງຟູລ້ານຊ້າງ ” ຂອງ ທ່ານ ພິລາວັນ ຈັນທະກາລີ; ລາງວັນທີ 2 ເລື່ອງ “ ນິຮາວ ” ຂອງ ທ່ານ ສອນປະສິດ ພັນພິລາ, ລາງວັນທີ 1 ໄດ້ແກ່ເລື່ອງ “ ບ້ານເກີດ ” ຂອງ ທ່ານ ກ່າຊົ່ງ.

( ຂ່າວ: ກາວຊົ່ງ; ຮູບ: ວິລະສັກ )