ເຈົ້າໜ້າທີ່ເຝົ້າລະວັງໃກ້ຊິດ! ເສັ້ນທາງກາສີ – ເມືອງນານ

106

ຫຼັງຈາກທີ່ຝົນຕົກລິນຕິດຕໍ່ກັນຫຼາຍວັນໃນໄລຍະແຕ່ວັນທີ 1 – 21 ສິງຫາ ເຮັດໃຫ້ຫຼາຍແຂວງຂອງພາກເໜືອໄດ້ຮັບຜົນກະທົບຢ່າງກວ້າງຂວາງ ເສັ້ນທາງຖືກຕັດຂາດ, ຂົວຫັກເປ່ເພເຮັດໃຫ້ການສັນ ຈອນບາງຈຸດພົບກັບຄວາມຫຍຸ້ງຍາກປະຈຸບັນຂະແໜງການກ່ຽວຂ້ອງກຳລັງເລັ່ງມືສ້ອມແປງໃຫ້ສາມາດໃຊ້ໄດ້ສະເພາະຊົ່ວຄາວເທົ່ານັ້ນ ໜຶ່ງໃນເສັ້ນທາງທີ່ມັກເກີດມີດິນເຈື່ອນແມ່ນເສັ້ນ ກາສີ- ເມືອງນານ (ເມືອງກາສີ ແຂວງວຽງຈັນ – ເມືອງນານ ແຂວງຫຼວງພະບາງ) ໂດຍພາກສ່ວນກ່ຽວຂ້ອງໄດ້ມີການເຝົ້າລະວັງຈຸດທີ່ມີຄວາມສ່ຽງຢ່າງໃກ້ຊິດເພື່ອສາມາດແກ້ໄຂສະພາບໄດ້ທັນ.

 

 

ທ່ານ ຄຳສົດ ເພັດດາວັນ ເຈົ້າເມືອງກາສີ ແຂວງວຽງຈັນ ໃຫ້ສຳພາດໃນວັນທີ 21 ສິງຫາ ຜ່ານມາວ່າ: ການສັນຈອນຕາມເສັ້ນທາງລະຫວ່າງ ກາສີ – ເມືອງນານໃນລະດູຝົນ ແມ່ນພົບກັບຄວາມຫຍຸ້ງຍາກ ເນື່ອງຈາກວ່າເປັນເສັ້ນທາງທີ່ຄົດລ້ຽວ, ເນີນສູງຂອບທາງຕິດກັບດິນແດງ ແລະ ຫີນ ໃນເວລາຝົນຕົກໜັກຕິດຕໍ່ກັນມັກຈະກໍ່ໃຫ້ເກີດມີດິນເຊາະເຈື່ອນ ເຊິ່ງປີນີ້ເກີດຫຼາຍຄັ້ງແລ້ວ ຫຼ້າສຸດແມ່ນດິນໄຫຼລົງມາທັບຂົວນ້ຳປ່ອງນ້ອຍເຮັດໃຫ້ການສັນຈອນຕິດຂັດຊົ່ວຄາວ ແຕ່ພະແນກໂຍທາທິການ ແລະ ຂົນສົ່ງກໍ່ໄດ້ມີການແກ້ໄຂຢ່າງທັນການ.

 

 

ແນວໃດກໍດີເສັ້ນທາງດັ່ງກ່າວແມ່ນເສັ້ນທາງຫຼວງແຫ່ງຊາດທີ່ສຳຄັນອີກສາຍໜື່ງທີ່ຈະອອກໄປແຂວງຫຼວງພະບາງ ແລະ ແຂວງອຶ່ນໆຂອງພາກເໜືອ ແຂວງວຽງຈັນກໍ່ຄື ຍທຂ ແຂວງໄດ້ມີການເຝົ້າລະວັງຢ່າງໃກ້ຊິດໂດຍສະເພາະຈຸດທີ່ມີຄວາມສ່ຽງ ແລະ ມັກເກີດເຫດເປັນປະຈຳເຊັ່ນ: ຈຸດສົ້ນຂົວນ້ຳປ່ອງນ້ອຍ, ຈຸດພູຫຼວງ ແລະ ຈຸດບ່ອນພັກລົດ ຍທຂ ແຂວງໄດ້ປະສານກັບໜ່ວຍງານຕ່າງໆທີ່ກ່ຽວຂ້ອງຕາມຈຸດສຳຄັນທີ່ກ່າວມາ ຫາກເກີດສະພາບດິນເຊາະເຈື່ອນຄືແຕ່ລະປີໃຫ້ສາມາດເຂົ້າຊ່ວຍເຫຼືອ ແລະ ແກ້ໄຂໄດ້ທັນການ ສຳລັບທ່ານໃດທີ່ຈະໃຊ້ທາງເສັ້ນດັ່ງກ່າວຕ້ອງໄດ້ລະມັດລະວັງເປັນພິເສດໂດຍສະເພາະເຂດພູເກົ້າຫຼັກ – ເມືອງນານທີ່ມີສະພາບຄ້ອຍຊັນ, ຄົດລ້ຽວ ແລະມັກເກີດອຸບັດເຫດເປັນປະຈໍາ.