ເປັນຫຍັງ? Nissan TERRA SUV ຈຶ່ງໄດ້ຮັບຄວາມນິຍົມຫຼາຍໃນປະຈຸບັນ? ມາຫາຄຳຕອບກັນເລີຍ

207

ນັບຕັ້ງແຕ່ເປີດໂຕລົດຄອບຄົວ Nissan TERRA ແບບ (SUV), ອອບຊັນເຕັມ ທີ່ມາພ້ອມ 7 ບ່ອນນັ່ງໂດຍ ບໍລິສັດຕັນຈອງມໍເຕີລາວ ຈຳກັດພຽງຜູ້ດຽວ, ຊຶ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈອງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ.

ຕົວຢ່າງ 1: ປັດຈຸບັນໄດ້ເຮັດຍອດຂາຍໄດ້ສູງຫລາຍ ແລະ ພວກເຮົາຈະພາມາເບິ່ງຈຸດຂາຍຂອງນິສສັນເທີລາ

1 ທາງດ້ານໜ້າຂອງ Nissan Terra

  • ສັນຍາລັກອັນໂດດເດັ່ນຂອງນິສສັນ ເຊິ່ງສະແດງອອກເປັນຮູບໂຕ V ຂະໜາດໃຫຍ່

ในภาพอาจจะมี รถยนต์

ໄຟໜ້າແບບ LED ແລະ ເປັນຫລອດ PROJECTOR

  • ໄຟໜ້າແບບ LED ແລະ ເປັນຫລອດ PROJECTOR ແລະ ໄຟເຍືອງທາງຕອນກາງເວັນ
  • ໄຟໜ້າແບບ LED ແລະ ເປັນຫລອດ PROJECTOR ມັນແຈ້ງດີ, ແລະ ຮຸ່ງຂະນະຕອນຝົນຕົກ, ທ່ານສາມາດເຫັນໄດ້ຢ່າງຊັດເຈນ, ມີຄວາມປອດໄພໃນການຂັບຂີ່.
  • ໄຟເຍືອງທາງຕອນກາງເວັນທີ່ເປັນຮູບບູມມາແລງ, ໂດດເດັ່ນທັນສະໄຫມ ແລະ ເຮັດໃຫ້ລົດຈັກເບິ່ງເຫັນລົດເຮົາໄດ້ງ່າຍຂຶ້ນ ເພື່ອຫລີກລຽງອຸບັດເຫດ ແລະ ເປັນລະບົບຄວາມປອດໄພທີ່ເພີ່ມເຕີມ
  • ກະຈົກທີ່ອອກແບບພິເສດ ເພື່ອຫລຸດຜ່ອນສຽງລົມ ແລະ ມີຄວາມເພີດເພີນໃນການຂັບຂີ່

2 ອັອບຊັນດ້ານໃນ

ไม่มีคำอธิบายรูปภาพ

  • ADAD (ຈໍສະແດງຜົນ)
  • ຈໍສະແດງຜົນຊ່ວຍສະແດງຂໍ້ມູນສຳຄັນຂອງຕົວລົດ
  • ຕົວຢ່າງວ່າ: ລະດັບນ້ຳມັນ ສາມາດເດີນທາງໄດ້ອີກຈັກກິໂລແມັດ, ນັ້ນສາມາດບົ່ງບອກໄດ້ວ່າທ່ານສາມາດໄປອີກໄດ້ຈັກກິໂລກ່ອນທີ່ເຮົາຈະເຕີມນ້ຳມັນ,
  • ຫລືອັດຕາການປະຢັດນ້ຳມັນສາມາດສະແດງໃຫ້ເຫັນວ່າອັດຕາສິ້ນເປືອງນ້ຳມັນຫລາຍປານໃດ.
  • ສະແດງຂັບເຄື່ອນ 4 ລໍ້
  • ມັນສະແດງອັດຕາກະຈາຍແຮງບິດຂອງແຕ່ລະລໍ້ທາງຫນ້າ ແລະ ທາງຫລັງ ພ້ອມດຽວກັນກໍຍັງສະແດງອົງສາຂອງພວງມະໄລວ່າເຮົາຫມູນລ້ຽວໄປທາງໃດ
  • ພ້ອມທັງສະແດງອົງສາການອ່ຽງຂອງຕົວລົດວ່າມັນອ່ຽງໄປທາງໃດ.
  • ແອແຍກສ່ວນ

ในภาพอาจจะมี 1 คน, กำลังยิ้ม, กำลังนั่ง

  • ແອແຍກສ່ວນ ເຮັດໃຫ້ຄົນຂັບ ແລະ ຄົນໂດຍສານດ້ານຫ້ນາ ສາມາດປັບອຸນຫະພູມຕາມໃຈ.
  • ຕົວຢ່າງ ທ່ານເປັນຄົນຂັບ ທ່ານປັບ 18 ອົງສາ ແລະ ຜູ້ຢູ່ດ້ານຂ້າງທີ່ເປັນເມຍຂອງທ່ານສາມາດປັບ 24ອົງສາ, ສະນັ້ນ ບໍ່ຕ້ອງຜິດກັນ, ທຸກຄົນກໍ່ມີຄວາມສຸກ.
  • ແອດ້ານຫລັງ ແລະ ປ່ອງແອຢູ່ເທິງເພດານ
  • ພວກເຮົາແມ່ນລົດ SUV ລຸ້ນທຳອິດທີ່ມີປ່ອງແອດ້ານຫລັງສຳລັບຄົນໂດຍສານດ້ານຫລັງ ແລະ ລູກນ້ອຍ ພ້ອມທັງປ່ອງແອດ້ານເທິງເພດານ ເພື່ອເຮັດໃຫ້ຫມັ້ນໃຈວ່າຜູ້ໂດຍສານ ແລະ ຄອບຄົວຂອງທ່ານໄດ້ຮັບຄວາມເຢັນພຽງພໍ ພ້ອມທັງສະດວກສະບາຍໃນການເດີນທາງ

ມີ 7 ບ່ອນນັ່ງແບບໂຮງສາຍຮູບເງົາ

ในภาพอาจจะมี ผู้คนกำลังนั่ง

  • 7 ບ່ອນນັ່ງເຮັດໃຫ້ທຸກຄົນສະດວກສະບາຍໃນການເດີນທາງໄກ
  • ເບາະນັ່ງທີ່ເປັນແບບໂຮງຮູບເງົາເຮັດໃຫ້ການເບິ່ງເຫັນຂອງແຕ່ລະຄົນ ມີປະສິດຕິພາບຫລາຍ
  • ຂະໜາດຂອງຫ້ອງເກັບເຄື່ອງສາມາດປັບເປັນແຜ່ນລຽບໄດ້ ແລະ ເຮັດໃຫ້ມີພື້ນທີ່ກວ້າງຂວາງ ສະດວກສະບາຍໃນການໃຊ້ງານ

ในภาพอาจจะมี รถยนต์

  • ເບາະນັ່ງສູນຍາກາດ
  • (ດ້ານຄົນຂັບ ແລະ ຜູ້ໂດຍສານດ້ານຫນ້າ, & ເພີ່ມເບາະນັ່ງແຖວທີ່ສອງ)
  • ເບາະສູນຍາກາດນີ້ ເຮັດມາເພື່ອຄວາມສະດວກສະບາຍສຳລັບແອວ ແລະ ຫລັງຂອງທ່ານ ເຮັດໃຫ້ທ່ານຮູ້ສຶກສະດວກສະບາຍໃນການເດີນທາງໄກ ທັງຄົນຂັບ ແລະ ຜູ້ໂດຍສານດ້ານຫນ້າ
  • ເບາະໄຟຟ້າປັບໄດ້ 10 ທິດທາງ ສະເພາະຄົນຂັບ
  • ເບາະແຖວທີ 2 ສາມາດພັບໄດ້
  • ເບາະນີ້ສາມາດເຮັດໃຫ້ຄົນທີ່ນັ່ງແຖວ 3 ຂຶ້ນ ແລະ ລົງສະບາຍ

ในภาพอาจจะมี ผู้คนกำลังนั่ง และรถยนต์

ນິສສັນເທີລາບໍ່ທຳມະດາມີຄວາມທັນສະໄໝຕອບໂຈດຄວາມຕ້ອງການຂອງຄົນຍຸກໃໝ່ ແລະ ຍັງມີອີກຫລາຍໆຂໍ້ມູນກຽ່ວກັບນິສສັນເທີລາ. ຕໍ່ຈາກນີ້ຈະມີຫຍັງແດ່ຢ່າລືມຕິດຕາມກັນເດີ.

ຖ້າອົດໃຈບໍ່ໄຫວສາມາດຕິດຕໍ່ໄດ້ຜ່ານທາງ Facebook Page/ Nissan Laos ຫລື ໂທ (020) 76224494

ในภาพอาจจะมี รถยนต์ และสถานที่กลางแจ้ง
ລູກຄ້າທີ່ສົນໃຈສາມາດເລືອກສີໄດ້ ມີ: ສີນ້ຳຕານ, ສີເທົາ, ສີທອງ, ສີແດງ, ສີດຳ, ສີຟ້າແກ່, ສີນໍ້າເງິນ ແລະ ສີຂາວມຸກ ມີຫຼາຍສີໃຫ້ທ່ານເລືອກຈັບຈອງ
ສຳລັບຂໍ້ມູນເພີ່ມຕື່ມລົດລຸ້ນອື່ນໆຂອງ ນິສສັນ ກະລຸນາເຂົ້າມາຢ້ຽມຢາມ website www.nissan-lao.la

ไม่มีคำอธิบายรูปภาพ

ในภาพอาจจะมี รถยนต์