ເປີດນຳໃຊ້ເສັ້ນທາງຢູ່ເມືອງສະໝ້ວຍ

50

ວັນທີ 19 ສິງຫານີ້ ຢູ່ທີ່ບ້ານພິນເບ ເມືອງສະໝ້ວຍ ແຂວງສາລະວັນ ໄດ້ມີພິທີເປີດນຳໃຊ້ເສັ້ນທາງປູຢາງ ຍາວ 42,4 ກິໂລແມັດ, ທຶນຊ່ວຍເຫຼືອຂອງໂຄງການກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດ ໄລຍະ 6 ຫຼື KFW ໂດຍການເຂົ້າຮ່ວມຂອງ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ, ມີ ທ່ານ       ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ເຢນສ ລຸກເຄີນເຮມ ເອກອັກຄະລັດຖະທູດ ແຫ່ງ ສສ ເຢຍລະມັນ ປະຈຳລາວ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ແຂວງ, ເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

ເສັ້ນທາງດັ່ງກ່າວມີຄວາມຍາວທັງໝົດ 42,4 ກິໂລແມັດ ແຕ່ແຍກເສັ້ນທາງ 15B ຫາບ້ານອາສົກຊາຍແດນ ລາວ – ຫວຽດນາມ ເປັນເສັ້ນທາງປູຢາງມີຄວາມກວ້າງ 4,8 ແມັດ. ໃນນັ້ນ, ກໍ່ສ້າງຂົວ 7 ແຫ່ງ, ທໍ່ຫຼ່ຽມ 28 ແຫ່ງ, ທໍ່ກົມ 103 ແຫ່ງ ມີມູນຄ່າການກໍ່ສ້າງທັງໝົດ 55 ຕື້ກວ່າກີບ ເທົ່າກັບ 7 ລ້ານກວ່າເອີໂຣ ໂດຍແມ່ນ ບໍລິສັດ ສົມໄຊ ຈະເລີນການກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ເຊິ່ງໄດ້ຈັດຕັ້ງປະຕິບັດດຳເນີນການກໍ່ສ້າງເປັນເວລາປີເຄິ່ງຈຶ່ງສຳເລັດ ໂດຍມີ ບໍລິສັດ ຈີເຕັກ – ອີກີບ ຈຳກັດ ປະເທດເຢຍລະມັນ ເປັນທີ່ປຶກສາ.

ໂຄງການກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດ ໄລຍະ 6, ແມ່ນແນໃສ່ພັດທະນາເຂດຊົນນະບົດຫ່າງໄກສອກຫຼີກ ໂດຍໄດ້ຂະຫຍາຍ ແລະ ຍົກລະດັບພື້ນຖານໂຄງລ່າງເສັ້ນທາງຢູ່ຊົນນະບົດໃຫ້ໄປ – ມາສະດວກຕະຫຼອດປີ, ເຊື່ອມຕໍ່ເສັ້ນທາງບ້ານຫາບ້ານ, ບ້ານຫາເມືອງ ແລະ ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງຕະຫຼາດ, ໂຮງຮຽນ, ສຸກສາລາ ແລະ ການບໍລິການໃນດ້ານຕ່າງໆໄດ້ສະດວກສະບາຍ.

ໄລຍະຜ່ານມາແຕ່ຕົ້ນປີ 2015 ແຂວງສາລະວັນ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານເຢຍລະມັນ ເພື່ອກໍ່ສ້າງເສັ້ນທາງຊົນນະບົດມີທັງໝົດ 7 ເສັ້ນ, ຍາວ 124 ກິໂລແມັດ ເຊິ່ງກວມເອົາ 2 ເມືອງຂອງແຂວງ ຄື: ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ. ໃນນັ້ນ, ປູຢາງ 74,5 ກິໂລແມັດ, ປູດິນແດງ 46,34 ກິໂລແມັດ, ປູດ້ວຍເບຕົງ 860 ແມັດ, ກໍ່ສ້າງຂົວ 29 ແຫ່ງ, ທໍ່ດາໂລ 56 ແຫ່ງ ລວມມູນຄ່າການຊ່ວຍເຫຼືອທັງໝົດ 11 ລ້ານກວ່າເອີໂຣ. ໃນນັ້ນ, ທຶນລັດຖະບານເຢຍລະມັນ 85%, ທຶນສົມທົບຈາກກະຊວງ ໂຍທາທິການ ແລະ ຂົນສົງ 10% ແລະ ແຂວງສາລະວັນ ສົມທົບທຶນ 5%.

( ຂ່າວ – ຮູບ: ວິໄລວອນ ສິດທິໄຊ )