ໄອເຟີນີເຈີ ເປີດສາຂາ 2 ຕອບໂຈດຄວາມສະດວກໃຫ້ລູກຄ້າ

114

ເພື່ອເປັນການຕອບສະໜອງຄວາມຮຽກຮ້ອງຕ້ອງການ, ອຳນວຍຄວາມສະດວກ ແລະ ເພື່ອເປັນການເພີ່ມທາງເລືອກໃໝ່ໃນການບໍລິການໄດ້ຢ່າງວ່ອງໄວທັນໃຈ ໂດຍສະເພາະແມ່ນກຸ່ມລູກຄ້າທີ່ນິຍົມສິນຄ້າທີ່ເປັນເຄື່ອງເຟີນີເຈີທີ່ງາມ, ຄຸນນະພາບດີ ແລະ ລາຄາກໍເໝາະສົມ.

ມາໃນວັນທີ 16 ສິງຫາ 2019 ຜ່ານມາ ໄອເຟີນີເຈີ ( I – furniture ) ໄດ້ເປີດຫ້ອງຂາຍແຫ່ງທີ 2 ຂຶ້ນຢ່າງເປັນທາງການ ທີ່ສູນການຄ້າ ເວີລ ເທຣດ ເຊັນເຕີ ( world trade center ) ໂດຍການເຂົ້າຮ່ວມຂອງ ທ່ານ ປ.ອ ຄຳຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດ ໂຄລາວ, ທ່ານ ສຸພາວັນ ສໍຣາງກຸນ ຜູ້ອຳນວຍການໃຫຍ່ ບໍລິສັດ   ໂອໂຕເວີນດ໌ ໂຄລາວດີວີລົບພິງ ຈຳກັດ, ທ່ານ ສະເຫຼີມໄຊ ທ່ຽງທຳ ອຳນວຍການໃຫຍ່ ບໍລິສັດ ໄອເຟີນີເຈີ ຈຳກັດ​ ພ້ອມດ້ວຍຕາງໜ້າຈາກກຸ່ມບໍລິສັດ ໂຄລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສະເຫຼີມໄຊ ທ່ຽງທຳ ອຳນວຍການໃຫຍ່ ບໍລິສັດ ໄອເຟີນີເຈີ ຈຳກັດ ໄດ້ກ່າວວ່າ: ການເປີດໂຕຫ້ອງຂາຍ  ໄອເຟີນີເຈີ ທີ່ສູນການຄ້າ ເວີລ ເທຣດ ເຊັນເຕີແຫ່ງນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວໃໝ່ທີ່ທ້າທາຍສໍາລັບທຸລະກິດໄອເຟີນີເຈີ, ດ້ວຍປັດໄຈ ແລະ ເຫດຜົນຫຼາຍໆຢ່າງທີ່ພວກເຮົາເລັ່ງເຫັນເຖິງຄວາມສໍາຄັນຂອງຈຸດຍຸດທະສາດແຫ່ງນີ້ ເຊິ່ງເປັນຈຸດໃຈກາງຂອງນະຄອນຫຼວງວຽງຈັນ, ການຈະລາຈອນຂອງຜູ້ຄົນບໍ່ວ່າຈະເປັນຄົນທ້ອງຖິ່ນ, ນັກທຸລະກິດ, ແມ່ຄ້າຊາວຂາຍ ແລະ ຄົນຕ່າງປະເທດຄັບຄາໜາແໜ້ນ ເຊິ່ງເປັນປັດໄຈຫຼັກທີ່ພວກເຮົາຕັດສິນໃຈກໍ່ຕັ້ງຫ້ອງຂາຍແຫ່ງທີ 2 ຂຶ້ນ ເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າເກົ່າ ແລະ ລູກຄ້າໃໝ່ຢ່າງທັນການ.

ອີກປັດໄຈໜຶ່ງ ກໍຄືປັດຈຸບັນຕົວເລກ GDP ຂອງປະເທດລາວ ເວົ້າລວມ ແລະ ສະເພາະກໍຄືຕົວເລກພາຍໃນນະຄອນຫຼວງວຽງຈັນ ເພີ່ມຂຶ້ນເປັນອັດຕາສູງໃນແຕ່ລະປີທຸລະກິດ ອາພາດເມັນ, ບ້ານຈັດສັນ ແລະ ອະສັງລິມະຊັບ ກໍຂະຫຍາຍຕົວຢ່າງເຫັນໄດ້ຊັດ. ສະນັ້ນ, ທາງ ບໍລິສັດ   ໄອເຟີນີເຈີ ຂອງພວກເຮົາ ໄດ້ເລັ່ງເຫັນຮູບແບບການດໍາລົງຊີວິດຂອງຄົນລາວ ທີ່ປ່ຽນໄປຈາກແຕ່ກ່ອນ ເຊິ່ງປັດຈຸບັນຜູ້ຄົນໄດ້ເອົາໃຈໃສ່ຄັດສັນ ແລະ ເລືອກໃຊ້ສິນຄ້າ ແລະ ບໍລິການທີ່ພຣີມຽມລະດັບສູງຂຶ້ນ, ມີຄຸນນະພາບ, ຕອບໂຈດໃຫ້ກັບວິຖີຊີວິດແບບໃໝ່ຂອງຄົນມີສະຕາຍ. ດ້ວຍເຫດນີ້ ໄອເຟີນີເຈີ ສາຂາໃໝ່ຂອງພວກເຮົາຈຶ່ງມີ ຄວາມຕັ້ງອົກຕັ້ງໃຈເປັນຢ່າງສູງໃນການນໍາເຂົ້າ ແລະ ຄັດສັນບັນດາຍີ່ຫໍ້ ແລະ ຮູບແບບເຟີນີເຈີ ທີ່ເຮັດແນວໃດໃຫ້ກຸ່ມລູກຄ້າຂອງພວກເຮົາ ເມື່ອເຂົ້າມາຫ້ອງຂາຍມີຄວາມປະທັບໃຈ ແລະ ເກັບພາບຄວາມຊົງຈໍາເລັກໆໜ້ອຍໆກັບບ້ານ.

ໄອເຟີນີເຈີ ໃສ່ໃຈໃນທຸກລາຍລະອຽດຂອງການຕົກແຕ່ງ ເຮັດແນວໃດໃຫ້ລູກຄ້າຮູ້ສຶກໄດ້ເຖິງອາລົມຂອງການຢູ່ເຮືອນເມື່ອມາຍ່າງເລາະທີ່ຫ້ອງຂາຍຂອງພວກເຮົາ ດ້ວຍຈຸດປະສົງຫຼັກຂອງພວກເຮົາ ຄືຕ້ອງການຢາກໃຫ້ລູກຄ້າຮູ້ສຶກຜ່ອນຄາຍ ແລະ ຮັບຮູ້ເຖິງໄອເດຍ Tips & Tricks ຂອງການຕົກແຕ່ງເຮືອນ ເມື່ອມາຫາພວກເຮົາ. ສະນັ້ນ, ທາງພວກເຮົາຈຶ່ງໄດ້ສຸມໃສ່ຄັດເລືອກຍີ່ຫໍ້ເຟີນີເຈີທີ່ດີ ແລະ ໄດ້ຮັບຄວາມນິຍົມອັນດັບຕົ້ນໆຂອງໂລກມາໄວ້ຢູ່ທີ່ນີ້ ບໍ່ວ່າຈະເປັນຍີ່ຫໍ້ Ashley ເຊິ່ງເປັນເຟີນີເຈີ ແລະ ເຄື່ອງຕົກແຕ່ງເຮືອນ ອັນດັບ 1 ທີ່ປະເທດສະຫະລັດອາເມຣິກາ; ຍີ່ຫໍ້ Livart ແບຣນເຟີນີເຈີ ອັນດັບໜຶ່ງຂອງປະເທດ ສ. ເກົາຫຼີ.

ສຳລັບປະເພດສິນຄ້າ ແມ່ນພວກເຮົາມີນັບແຕ່ປະເພດເຄື່ອງໃຊ້ໃນຫ້ອງຄົວ, ປະເພດເຄື່ອງໃຊ້ໃນຫ້ອງນອນ, ປະເພດເຄື່ອງໃຊ້ຮັບແຂກ ລວມໄປເຖິງເຄື່ອງຮັບໃຊ້ຫ້ອງການ ເຊິ່ງພວກເຮົາມີຄົບຊຸດ. ສຳລັບລາຄາແມ່ນບໍ່ແພງດັ່ງທີ່ຄິດ ຫາກທ່ານໃດທີ່ເຄີຍໃຊ້ສິນຄ້າຍີ່ຫໍ້ເຫຼົ່ານີ້ມາກ່ອນແມ່ນຈະຮູ້ໄດ້ເລີຍວ່າ ລາຄາກັບຄຸນນະພາບແມ່ນເໝາະສົມກັນ ຫາກທ່ານໃດສົນໃຈກໍແວະເຂົ້າມາເບິ່ງ ຫຼື ມາສຳຜັດໄດ້ກ່ອນ ບໍ່ຊື້ບໍ່ເປັນຫຍັງ ສະຖານທີ່ສາຂາ 2 ນີ້ແມ່ນຢູ່ຊັ້ນ 4 ຂອງຕຶກເວີລ ເທຣດເຊັນເຕີ ( world trade center ) ຖະໜົນຄູວຽງ ນະຄອນຫຼວງວຽງຈັນ ເປີດໃຫ້ບໍລິການແຕ່ 10:00 ໂມງເຊົ້າ ເຖິງ 17:00 ໂມງແລງ ທີ່ສຳຄັນແມ່ນເປີດໃຫ້ບໍລິການທຸກໆມື້ນັບແຕ່ວັນຈັນ – ວັນອາທິດ ຫຼື ທ່ານທີ່ສະດວກສາມາດເຂົ້າໄປສາຂາ 1 ໄດ້ທີ່ບ້ານສົມຫວັງໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ນອກຈາກການບໍລິການຂາຍຕາມຫ້ອງຂາຍແລ້ວ ມີອີກຊ່ອງທາງເພື່ອໃຫ້ລູກຄ້າສາມາດເຂົ້າໄປເບິ່ງສິນຄ້າພວກເຮົາໄດ້ທີ່ ເພຈ: I – furniture Lao ໄດ້ ເຊິ່ງພວກເຮົາຈະມີການໂພສພາບສິນຄ້າ ແລະ ມີການຖ່າຍທອດສົດປະຈຳອາທິດ ຫາກທ່ານໃດຕ້ອງການຂໍ້ມູນເພີ່ມຕື່ມກໍສາມາດຕິດຕໍ່ໄດ້ຜ່ານເບີ: 021 813013; ສາຂາສອງໂທ: 021 228159

ທ່ານກ່າວຕື່ມວ່າ: ຕາງໜ້າ ບໍລິສັດ ໄອເຟີນີເຈີ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງ ສໍາລັບລູກຄ້າທຸກໆທ່ານຂອງພວກເຮົາ ທີ່ໃຫ້ການຕອບຮັບ ແລະ ຊົມໃຊ້ຜະລິດຕະພັນຂອງພວກເຮົາເປັນຢ່າງດີສະເໝີມາ ແລະ ຫວັງເປັນຢ່າງຍິ່ງວ່າການເປີດສາຂາໃໝ່ ແຫ່ງທີ 2 ຂອງພວກເຮົາຢູ່ທີ່ສູນການຄ້າ ເວີລ ເທຣດເຊັນເຕີ ຈະສາມາດອໍານວຍຄວາມສະດວກໃຫ້ແກ່ລູກຄ້າທຸກໆທ່ານຫຼາຍຂຶ້ນເປັນເທົ່າຕົວ ໃນການຈັບຈ່າຍ ຫຼື ເລືອກຊື້ເຄື່ອງ. ສ່ວນທາງ ໄອເຟີນີເຈີ ເຮົາຍິນດີຮັບຟັງທຸກຄອມເມັ້ນ  ແລະ ການຕິຊົມ ເພື່ອຈະນຳມາພັດທະນາປັບປຸງຂະບວນການ ແລະ ຂັ້ນຕອນການດໍາເນີນທຸລະກິດຂອງພວກເຮົາໃຫ້ດີຂຶ້ນໄປເລື້ອຍໆ.

ນອກນີ້, ພາຍໃນງານກໍໄດ້ມີການຈັບສະຫຼາກລຸ້ນຮັບຂອງລາງວັນຈາກ ບໍລິສັດ ໄອເຟີນີເຈີ ແກ່ລູກຄ້າ ແລະ ມວນຊົນທີ່ມາຮ່ວມງານໃນຄັ້ງນີ້ ເຊິ່ງມີດ້ວຍກັນ 3 ລາງວັນ ຄື: ລາງວັນທີ 1 ແມ່ນຊຸດໂຊຟາ; ລາງວັນທີ 2 ແມ່ນຕູ້ຊັກຜ້າ ແລະ ລາງວັນທີ 3 ແມ່ນກະເປົ໋າເດີນທາງ 1 ໜ່ວຍນຳ ອີກ.