5 ປີຜ່ານມາ ນວ ພັດທະນາສີມືແຮງງານກັບທີ່ໄດ້ 10 ພັນກວ່າຄົນ

87

ໃນ 5 ປີຜ່ານມາ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດກ່ຽວກັບວຽກພັດທະນາສີມືແຮງງານ ແລະ ຈັດຫາງານ ໂດຍຮ່ວມກັບພາກສ່ວນຕ່າງໆສາມາດພັດທະນາສີມືແຮງງານກັບທີ່ໄດ້ຈຳນວນ 10.042 ຄົນ ລື່ນຄາດໝາຍຂອງແຜນການ 5 ປີ 301,68%. ນອກນັ້ນ, ຍັງໄດ້ຂຶ້ນທະບຽນໃໝ່ໃຫ້ແຮງງານຕ່າງປະເທດ ທີ່ຖືກຕ້ອງຕາມກົດໝາຍ ຈຳນວນ 5.726 ຄົນ ແລະ ຕໍ່ບັດໃໝ່ ຈຳນວນ 5.514 ຄົນ.

ໃນກອງປະຊຸມສະຫຼຸບຕີລາຄາກ່ຽວກັບການຈັດຕັ້ງປະຕິບັດວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານ ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ຫົວຂໍ້: “ ສົ່ງເສີມການມີວຽກເຮັດງານທຳແບບມີຄຸນຄ່າ ” ໄດ້ຈັດຂຶ້ນໃນວັນທີ 19 ສິງຫາ 2019 ທີ່ພະແນກ ຮສສ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກ ຮສສ ແລະ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ນາງ ລຳພອຍ ສີອັກຄະຈັນ ກ່າວວ່າ: ເພື່ອປະກອບສ່ວນຈັດຕັ້ງປະຕິບັດມະຕິ VI ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ແຕ່ປີ 2015 – 2019 ແລະ ທິດທາງແຜນການ 5 ປີຕໍ່ໜ້າ ( 2020 – 2024 ). ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດກ່ຽວກັບວຽກພັດທະນາສີມືແຮງງານ ແລະ ຈັດຫາງານ ຄື: ໄດ້ປະສານສົມທົບກັບບັນດາສະຖາບັນພັດທະນາສີມືແຮງງານ, ບັນດາໂຮງຮຽນ, ບັນດາສູນຝຶກວິຊາອາຊີບ ທັງພາກລັດ ແລະ ເອກະຊົນ ແລະ ຫົວໜ່ວຍແຮງງານ ຈັດຕັ້ງພັດທະນາສີມືແຮງງານກັບທີ່ໄດ້ຈຳນວນ 10.042 ຄົນ ຍິງ 6.048 ຄົນ ເທົ່າກັບ 401,68% ລື່ນຄາດໝາຍຂອງແຜນການ 5 ປີ 1,68% ( 2.500 ຄົນ ) ແລະ ໄດ້ຈັດຝຶກອົບຮົມເຄື່ອນທີ່ໃຫ້ຊາວໜຸ່ມຜູ້ດ້ອຍໂອກາດບໍ່ມີເງື່ອນໄຂເຂົ້າຮຽນຢູ່ສະຖາບັນການສຶກສາຕ່າງໆທີ່ຢູ່ຫ່າງໄກສອກຫຼີກໄດ້ຈຳນວນ 454 ຄົນ ຍິງ 315 ຄົນ ເທົ່າກັບ 90,8% ຂອງແຜນການ 5 ປີ ( 500 ຄົນ ) ການພັດທະນາສີມືແຮງງານພາຍໃນ 5 ປີໄດ້ 10.496 ຄົນ ຍິງ 6.363 ຄົນ.

ນາງ ລຳພອຍ ສີອັກຄະຈັນ ກ່າວຕໍ່ວ່າ: ນອກນັ້ນ, ຍັງໄດ້ຂຶ້ນທະບຽນໃໝ່ໃຫ້ແຮງງານຕ່າງປະເທດ ທີ່ຖືກຕ້ອງຕາມກົດໝາຍ ຈຳນວນ 5.726 ຄົນ​ ຍິງ 1.383 ຄົນ. ໃນນີ້, ຂຶ້ນທະບຽນ 6 ເດືອນ ມີຈຳນວນ 569 ຄົນ ຍິງ 127 ຄົນ; ຂຶ້ນທະບຽນ 12 ເດືອນ ມີຈຳນວນ 5.157 ຄົນ ຍິງ 1.256 ຄົນ; ຕໍ່ບັດໃໝ່ຈຳນວນ 5.514 ຄົນ ຍິງ 1.383. ໃນນີ້, ຕໍ່ບັດ 6 ເດືອນ ມີ 433 ຄົນ ຍິງ 106 ຄົນ; ຕໍ່ບັດ 12 ເດືອນມີ 5.081 ຄົນ ຍິງ 1.277 ຄົນ. ສັງລວມແລ້ວແຮງງານຕ່າງປະເທດທີ່ມາຂຶ້ນທະບຽນ ແລະ ຕໍ່ບັດແຮງງານຖືກຕ້ອງຕາມກົດໝາຍຢູ່ໃນນະຄອນຫຼວງວຽງຈັນ ພາຍໃນ 5 ປີ ມີຈຳນວນ 11.240 ຄົນ ຍິງ 2.766 ຄົນ.

ໂອກາດດັ່ງກ່າວ ທ່ານ ສີຫຸນ ສິດທິລືໄຊ ໄດ້ເນັ້ນໃຫ້ຄະນະນຳແຕ່ລະຂັ້ນ, ພະນັກງານໃນຂະແໜງການແຮງງານ – ສະຫວັດດີການສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງສືບຕໍ່ປັບປຸງກົງຈັກການຈັດຕັ້ງຂະແໜງແຮງງານ – ສະຫວັດດີການສັງຄົມ ໃຫ້ມີຄວາມເຂັ້ມແຂງ, ກະທັດຮັດເບົາບາງ ແຕ່ມີປະສິດທິຜົນ ແລະ ແທດເໝາະກັບສະພາບຕົວຈິງ ພ້ອມທັງສືບຕໍ່ປັບປຸງກົນໄກການບໍລິຫານວຽກໃຫ້ສອດຄ່ອງກັບກົດໝາຍ; ສືບຕໍ່ສ້າງ ຄວາມຮັບຮູ້ – ຄວາມເຂົ້າໃຈ ເປັນເອກະພາບກ່ຽວກັບວຽກງານແຮງງານໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນນິຍາມການວ່າງວຽກ, ຄວາມໝາຍຂອງກຳລັງແຮງງານ ແລະ ອື່ນໆ; ສືບຕໍ່ແກ້ໄຂບັນຫາວຽກເຮັດງານທຳໃຫ້ດີຂຶ້ນ, ພັດທະນາສີມືແຮງງານລາວ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ປັບປຸງໂຄງລ່າງພື້ນຖານ ແລະ ກົນໄກການພັດທະນາສີມືແຮງງານ ໂດຍການມີສ່ວນຮ່ວມລະຫວ່າງພາກລັດ, ພາກເອກະຊົນ ແລະ ຫົວໜ່ວຍແຮງງານ, ສ້າງ ແລະ ພັດທະນາຖານຂໍ້ມູນ – ຂ່າວສານແຮງງານເປັນລະບົບ, ປັງປຸງ ແລະ ຂະຫຍາຍຈຸດບໍລິການຈັດຫາງານ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ, ຄຸ້ມຄອງແຮງງານລາວ ແລະ ແຮງງານຕ່າງປະເທດ ທີ່ເຮັດວຽກຢູ່ໃນນະຄອນຫຼວງວຽງຈັນ; ສືບຕໍ່ພັດທະນາ ແລະ ສ້າງວິຊາຊີບໃຫ້ໄປຕາມຄວາມຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ ແລະ ອະນາຄົດ, ເຮັດໃຫ້ນະຄອນຫຼວງວຽງຈັນ ສາມາດສ້າງວຽກເຮັດງານທຳໃຫ້ຜູ້ດ້ອຍໂອກາດ, ຜູ້ວ່າງວຽກ, ຜູ້ມີຄວາມສ່ຽງຕໍ່ການເຄື່ອນຍ້າຍແຮງງານ, ຜູ້ມີບັນຫາທາງສັງຄົມ ສາມາດປະກອບອາຊີບທີ່ໝັ້ນຄົງ, ທຸກຄົນມີລາຍຮັບທີ່  ດີ, ສັງຄົມມີຄວາມສະຫງົບ ແລະ ປອດໄພ ສາມາດນຳພາຄອບຄົວຫຼຸດພົ້ນອອກຈາກ ຄວາມທຸກຍາກ ແລະ ປະກອບສ່ວນໃຫ້ປະເທດຊາດຫຼຸດພົ້ນອອກຈາກການເປັນປະເທດພັດທະນາໜ້ອຍໃນປີ 2020.

( ຂ່າວ: ສົມລົດ; ຮູບ: ວິລະສັກ )