ການສອບເສັງລັດຖະກອນໃໝ່ຂະແໜງການເງິນປີ 2019 ຮັບປະກັນຄວາມໂປ່ງໃສ

41

ກະຊວງການເງິນໄດ້ຮັບໂກຕາລັດຖະກອນໃໝ່ ຈໍານວນ 25 ໂກຕາ. ໃນນີ້, ໄດ້ມີຜູ້ສະໝັກເຂົາສອບເສັງ ຈຳນວນ 900 ກວ່າຄົນ ໂດຍມີການສອບເສັງສອງຮອບ. ທັງນີ້ ກໍເພື່ອຮັບປະກັນຄວາມໂປ່ງໃສ, ຫຼີກລຽງຫາງສຽງສັງຄົມຈົ່ມວ່າເອົາລູກເຈົ້າຫຼານຂ້ອຍເຂົ້າບັນຈຸເປັນລັດຖະກອນໃໝ່.

ວັນທີ 17 ສິງຫາ 2019 ທີ່ກົມສ່ວຍສາອາກອນ ກະຊວງການເງິນ; ຄະນະຮັບຜິດຊອບສອບເສັງລັດຖະກອນໃໝ່ ກະຊວງການເງິນປີ 2019 ໄດ້ຈັດສອບເສັງຮອບ II ແລະ ສໍາພາດສຳລັບຜູ້ທີ່ເສັງຜ່ານໃນຮອບທີ I ໃນສາຂາວິຊາໄອທີ ຈໍານວນ 27 ຄົນ, ສາຂາວິຊາການເງິນ – ການບັນຊີ 84 ຄົນ ເພື່ອຄັດເລືອກເອົາຜູ້ທີ່ມີຄວາມຮູ້ – ຄວາມສາມາດປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຂະແໜງການເງິນ; ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ໂດຍສະເພາະໃນບັນດາແຂວງຕ່າງໆທີ່ມີຄວາມຕ້ອງການຕາມຄວາມເໝາະສົມ.

ໂດຍການເຂົ້າຮ່ວມຕິດຕາມການສອບເສັງຂອງ ທ່ານ ສິດທິສອນ ເທບພາສີ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບສອບເສັງລັດຖະກອນໃໝ່ຂອງກະຊວງການເງິນ, ມີ ທ່ານ ທຸມ ຄໍາພານິດ ຫົວໜ້າກົມກວດກາ ທັງເປັນຮອງຫົວໜ້າຄະນະຮັບຜິດຊອບສອບເສັງລັດຖະກອນໃໝ່ຂອງກະຊວງການເງິນປີ 2019, ມີຄະນະກຳມະການ, ຄະນະຮັບຜິດສອບການສອບເສັງ, ພະນັກງານວິຊາການເຂົ້າຮ່ວມ.

ສໍາລັບການປະກາດຮັບສະໝັກລັດຖະກອນໃໝ່ຂອງກະຊວງການເງິນປີ 2019 ແມ່ນໄດ້ປະກາດຫຼາຍຊ່ອງທາງໃນການຮັບສະໝັກສອບເສັງ ເຊິ່ງໄດ້ເລີ່ມພົວພັນ ແລະ ຮັບຄໍາຮ້ອງສະໝັກສອບເສັງແຕ່ວັນທີ 1 ກໍລະກົດ 2019 ແລະ ປິດຮັບຄໍາຮ້ອງໃນວັນທີ 5 ກໍລະກົດ 2019 ໂດຍມີຜູ້ເຂົ້າຮ່ວມສະໝັກສອບເສັງທັງໝົດ 903 ຄົນ, ໃນເງື່ອນໄຂຂອງຜູ້ສະໝັກຕ້ອງມີອາຍຸ   18 – 35 ປີ ເປັນຜູ້ທີ່ຮຽນຈົບລະດັບວິຊາສະເພາະຊັ້ນສູງຂຶ້ນໄປໃນສາຂາວິຊາການເງິນ – ການບັນຊີ ແລະ ສາຂາວິຊາໄອທີ ແລະ ໄດ້ຈັດສອບເສັງຮອບທີ I ໃນວັນທີ 13 ກໍລະກົດ 2019 ທີ່ຜ່ານມາ ທີ່ສະຖາບັນເສດຖະກິດ – ການເງິນ ( ດົງຄໍາຊ້າງ ) ແລະ ໄດ້ມີນັກສອບເສັງໄດ້ 50 ຄະແນນຂຶ້ນໄປ ຜ່ານເຂົ້າເສັງຮອບ II ໃນສາຂາວິຊາໄອທີ ຈໍານວນ 27 ຄົນ, ສາຂາວິຊາການເງິນ – ການບັນຊີ 84 ຄົນ.

ທ່ານ ສິດທິສອນ ເທບພາສີ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຮອງຫົວໜ້າຄະນະຮັບຜິດຊອບສອບເສັງລັດຖະກອນໃໝ່ຂອງກະຊວງການເງິນປີ 2019 ໃຫ້ຮູ້ວ່າ: ໃນການສອບເສັງໃນຄັ້ງນີ້ແມ່ນໄດ້ຄັດເລືອກເອົາສາຂາວິຊາການເງິນ – ການບັນຊີຈໍານວນ 20 ຄົນ ແລະ ສາຂາວິຊາໄອທີ ຈໍານວນ 5 ຄົນ. ທັງນີ້, ເພື່ອຄັດເລືອກໃຫ້ໄດ້ພະນັກງານທີ່ມີຄຸນນະພາບເພື່ອປະກອບເຂົ້າໃນການປະຕິບັດວຽກງານໃນຂົງເຂດການເງິນ ເຊິ່ງການສອບເສັງທັງພາກທິດສະດີທົ່ວໄປ ແລະ ສໍາພາດ ເມື່ອຜ່ານຮອບສໍາພາດສໍາເລັດແລ້ວ ແລະ ໄດ້ຕາມຕະຖານທີ່ຄະນະກຳມະການວາງໄວ້, ຖືວ່າບຸກຄົນດັ່ງກ່າວໄດ້ຖືກບັນຈຸເຂົ້າເປັນລັດຖະກອນຂອງກະຊວງການເງິນ ແລະ ຈະໄດ້ມີການສັບຊ້ອນໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່.

( ຂ່າວ – ຮູບ: ກະຊວງການເງິນ )