ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະຖິິຕິໂລກ ຄັ້ງທີ 62 ທີ່ປະເທດມາເລເຊຍ

50

ຄະນະຜູ້ແທນຂັ້ນສູງສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ນໍາໂດຍ ທ່ານ ສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະຖິິຕິໂລກ ຄັ້ງທີ 62 ທີ່ປະເທດມາເລເຊຍ ເຊິ່ງຈັດຂຶ້ນລະຫວ່າງວັນທີ 18 – 23 ສິງຫາ 2019 ນີ້.

ໃນກອງປະຊຸມມີບັນດາອົງການສະຖິຕິແຫ່ງຊາດ, ຜູ້ວາງນະໂຍບາຍ, ນັກຄົ້ນຄວ້າທົ່ວໂລກເຂົ້າຮ່ວມປະມານ 2.500 ທ່ານ ແລະ ມີບົດນຳສະເໜີຫຼາຍກວ່າ 1.300 ຫົວຂໍ້ ເຊິ່ງໂອກາດທີ່ຈະເດີນທາງໄປນັ້ນ ທີ່ສະໜາມບິນສາກົນວັດໄຕ ທ່ານ MOHD AINI ATAN ເອກອັກຄະລັດຖະທູດມາເລເຊຍ ປະຈໍາ ສປປ ລາວ ກໍໄດ້ໃຫ້ກຽດໄປສົ່ງຄະນະຜູ້ແທນລາວ ແລະ ໄດ້ມີການພົບປະກັນ ໂດຍເປັນການສືບຕໍ່ເສີມສ້າງສາຍພົວພັນຮ່ວມມືທີ່ດີ ໂດຍສະເພາະແມ່ນການຮ່ວມມືວຽກງານສະຖິຕິໃນຂອບອາຊຽນ, ພາກພື້ນ ແລະ ໃນໂລກ.

[ ຂ່າວ: ສົມສະຫວິນ ]

[ ເນື້ອໃນ – ຮູບພາບ: ສູນສະຖິຕິແຫ່ງຊາດ ]