ສານປະຊາຊົນສູງສຸດ ຮັບຮອງເອົາມະຕິຂອງກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 6

115

ສານປະຊາຊົນສູງສຸດ ໄດ້ເປີດກອງປະຊຸມເຊື່ອມຊຶມ ແລະ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X ແລະ ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 6 ສະໄໝທີ III ຂອງອົງຄະນະພັກສານປະຊາຊົນສູງສຸດ ຂຶ້ນໃນວັນທີ 14 ສິງຫາ 2019 ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 4 ຂອງສານປະຊາຊົນສູງສຸດ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພາ ແສງດາຣາ ເລຂາຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ;ເຊິ່ງມີຮອງເລຂາ, ສະມາຊິກພັກສົມບູນ, ຜູ້ພິພາກສາແພ່ງ ປະເພດ 4 ເຂົ້າຮ່ວມ 70 ກວ່າທ່ານ.

ກອງປະຊຸມໄດ້ຮັບຟັງມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X ເຊິ່ງມີບົດລາຍງານ ແລະ ຄົ້ນຄວ້າ, ການປຶກສາຫາລືເນື້ອໃນສຳຄັນໃນບາງຂົງເຂດວຽກງານ ຄື: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X, ການພັດທະນາຊົນນະບົດ, ການແບ່ງຂັ້ນຄຸ້ມຄອງໃນລະບົບອົງການບໍລິຫານງານລັດ, ການດຳເນີນຄະດີຕາມຂະບວນຍຸຕິທຳ ແລະ ກ່ຽວກັບໂຄງຮ່າງລາຍງານການເມືອງຕໍ່ກອງປະຊຸມ    ໃຫຍ່ ຄັ້ງທີ XI ຂອງພັກ.

ໄດ້ຜ່ານບົດລາຍງານການຊີ້ນຳ – ນຳພາຂອງອົງຄະນະພັກໃນທ້າຍ 5 ເດືອນ ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ, ກອງປະຊຸມໄດ້ຮັບເອົາການປະກອບຄຳເຫັນຢ່າງເປັນເອກະພາບ ໃຫ້ການຮັບຮອງເອົາມະຕິຂອງກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 6 ສະໄໝທີ III ເພື່ອໄປຈັດຕັ້ງຜັນຂະຫຍາຍໃຫ້ປາກົດຜົນເປັນຈິງ.

ໃນໂອກາດນີ້ ທ່ານ ຄຳພາ ແສງດາຣາ ຍັງຍົກໃຫ້ເຫັນການຊີ້ນຳຂອງສະຫາຍເລຂາທິການໃຫຍ່ ກ່ຽວກັບການດຳເນີນຄະດີໃຫ້ຄວາມຍຸຕິທຳຕາມຂະບວນການຍຸຕິທຳຢ່າງແທ້ຈິງ ແລະ ເພີ່ມທະວີວຽກງານການຊີ້ນຳ – ນຳພາຂອງພັກ, ປັບປຸງແຜນວິທີການເຮັດວຽກຂອງຄະນະພັກທຸກຂັ້ນຕໍ່ການດຳເນີນຄະດີໃຫ້ມີ ຄວາມໂປ່ງໃສ ແລະ ຍຸຕິທຳໃຫ້ມີຈັນຍາບັນ – ຈັນຍາທຳຕາມລະບຽບກົດໝາຍ.