ຮອງເຈົ້າແຂວງຄຳມ່ວນ ເນັ້ນຂະແໜງສຶກສາເອົາໃຈໃສ່ 5 ວຽກງານສຳຄັນ

95

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກີລາ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 15 – 16 ສິງຫາ 2019 ທີ່ພະແນກສຶກສາທິການ ແລະ ກີລາ ແຂວງຄຳມ່ວນ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງຄຳມ່ວນ, ທ່ານ ສີໄຮ ແກ້ວໄກຖິນ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງເຂົ້າຮ່ວມ.

ກອງປະຊຸມໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານການສຶກສາ ສົກປີ 2018 – 2019 ແລະ ວາງທິດທາງແຜນການໃນສົກປີຕໍ່ໜ້າ ພ້ອມທັງປະກາດການແຕ່ງຕັ້ງຕື່ມຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ໂດຍແມ່ນ ທ່ານ ຫົງທອງ ຈັນທະວົງ ຜູ້ອຳນວຍການສູນບໍລິການນັກສຶກສາ ກົມວິຊາການນັກສຶກສາກະຊວງສຶກສາທິການ ແລະ ກີລາ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຄຳມ່ວນ.

ໃນໂອກາດນີ້, ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງຄຳມ່ວນ ໄດ້ໂອ້ລົມ ແລະ ເນັ້ນໃຫ້ຂະແໜງສຶກສາ ແລະ ກີລາ ຕ້ອງເອົາໃຈໃສ່ 5 ວຽກງານທີ່ສຳຄັນ ຄື: 1. ຕ້ອງກຳແໜ້ນພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນໃນແຕ່ລະຂັ້ນ ເພື່ອການກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ, ສ້າງປະຖົມປັດໄຈເພື່ອກ້າວໄປສູ່ສັງຄົມນິຍົມ; 2. ເອົາໃຈໃສ່ຕໍ່ວຽກງານການເມືອງ – ແນວຄິດ ໂດຍການຖືເອົາວຽກງານການເມືອງ – ແນວຄິດເປັນສຳຄັນ ແລະ ພະນັກງານທຸກຄົນຕ້ອງໄດ້ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງເປັນປະຈຳ ແລະ ຢ່າງເປັນເຈົ້າການ ໂດຍບໍ່ລໍຖ້າແຕ່ຂັ້ນເທິງນຳເອົາເອກະສານຕ່າງໆລົງມາເຜີຍແຜ່ ພ້ອມທັງສົມທົບແໜ້ນລະ ຫວ່າງການນຳພາ ແລະ ການຄຸ້ມຄອງວຽກງານການເມືອງ – ແນວຄິດກັບການຄຸ້ມຄອງວິຊາສະເພາະໃຫ້ໄດ້ດີກວ່າເກົ່າ;        3. ເອົາໃຈໃສ່ຍົກສູງຄຸນນະພາບຂອງການສຶກສາ ເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ – ສັງຄົມ ແລະ ການຄຸ້ມຄອງຂອງລັດ, ຄຸ້ມຄອງສັງຄົມໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; 4. ເພີ່ມທະວີການຊີ້ນຳ – ນຳພາຂອງຄະນະພັກທຸກຂັ້ນຢ່າງໃກ້ຊິດຕິດແທດ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນດ້ານຕ່າງໆຕໍ່ວຽກງານການສຶກສາຕາມຄວາມຕ້ອງການ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃຫ້ເປັນໄປຕາມເປົ້າໝາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນ; 5. ສ້າງບັນຍາກາດໃຫ້ສັງຄົມໄດ້ມີຊີວິດຊີວາທີ່ສົດໃສ, ມີສຸຂະພາບທີ່ເຂັ້ມແຂງ ແລະ ແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ ໂດຍການປູກຈິດສຳນຶກໃຫ້ລູກຫຼານ, ສັງຄົມ ແລະ ປະຊາຊົນ ໄດ້ຕິດພັນກັບການຫຼິ້ນກີລາຢ່າງເປັນຂະບວນຟົດຟື້ນ.