ຮູບເງົາສັ້ນເລື່ອງ ບ້ານເກີດ ໄດ້ຮັບລາງວັນຊະນະເລີດການແຂ່ງຂັນຮູບເງົາເພື່ອຄວາມຮັກແພງ ລາວ-ຈີນ

50

ຫຼັງຈາກທີ່ໄດ້ດໍາເນີນການປະກວດມາແຕ່ຕົ້ນໆເດືອນພຶດສະພາ ສໍາລັບການແຂ່ງຂັນຮູບເງົາສາລະຄະດີ ແລະ ຮູບເງົາສັ້ນ ເພື່ອຄວາມຮັກແພງ ລາວ-ຈີນ ພາຍໃຕ້ຫົວຂໍ້ “ເລື່ອງເລົ່າເຈົ້າ ແລະ ຂ້ອຍ”

ໂດຍທາງກົມຮູບເງົາ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບສະຖານີວິທະຍຸສາກົນແຫ່ງປະເທດຈີນ ປະຈຳລາວ ໂດຍພາຍໃຕ້ການຊີ້ນຳຈາກ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສະຖານທູດ ສາທາລະນະລັດ ປະຊາຊົນຈີນ ປະຈຳສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈັດຂຶ້ນ.

ໄດ້ມີພິທີສະຫຼຸບຜົນການແຂ່ງຂັນແລ້ວໃນວັນທີ 19 ສິງຫາ 2019 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນໂດຍໄດ້ຜູ້ຊະນະດັ່ງນີ້:

ລາງວັນຊະນະເລີດອັນດັບໜຶ່ງປະເພດຮູບເງົາສັ້ນໄດ້ແກ່ ຮູບເງົາ ບ້ານເກີດ ໂດຍ ກ່າຊົງ, ອັນດັບ 2 ໄດ້ແກ່ຮູບເງົາເລື່ອງ Nihao ໂດຍ ທ້າວ ສອນປະສິດ ພັນພິລາ, ອັນດັບສາມ ໄດ້ແກ່ ຮູບເງົາເລື່ອງ ກັງຟູລ້ານຊ້າງ ໂດຍ ພິລາວັນ ຈັນທະກາລີ ແລະ ລາງວັນຊົມເຊີຍໄດ້ແກ່ເລື່ອງ ວັນແຫ່ງຄວາມເສົ້າ Sad day ໂດຍ ອານຸລັກ ສຸກແຮງເພັດ ແລະຮູບເງົາເລື່ອງ ໃຜຄືຄົນຈີນ ໂດຍ ນາງ ລັດສະໝີ ຈັນທະລັງສີ.

 

ລາງວັນຊະນະເລີດອັນດັບໜຶ່ງປະເພດຮູບເງົາສັ້ນໄດ້ແກ່ ຮູບເງົາສາລະຄະດີເລື່ອງ ໂດຍ, ອັນດັບ 2 ໄດ້ແກ່ຮູບເງົາສາລະຄະດີເລື່ອງ ພວກເຮົາ ໂດຍ ຟອງສະໝຸດ ພັນທະນຸວົງ, ອັນດັບສາມ ໄດ້ແກ່ ຮູບເງົາສາລະຄະດີເລື່ອງ ອຸດົມການ ນາງ ຈັນທະຈອນ ນາກມົງຄຸນ, ແລະ ລາງວັນຊົມເຊີຍໄດ້ແກ່ ຮູບເງົສາລະຄະດີເລື່ອງ ເລື່ອງລາວຈາກນ້ອງສາຍຝົນ ໂດຍ ອິນທະນົງສັກ ຂ່ຽມຄໍາ ແລະ ຮູບເງົາສາລະຄະດີເລື່ອງ ເມືອງກວັນວັັນນີ້ ໂດຍ ວົງເພັດ ໄໝທະວີເພັດ.

ການແຂ່ງຂັນຮູບເງົາພາຍໃຕ້ຫົວຂໍ້ “ເລື່ອງເລົ່າເຈົ້າ ແລະ ຂ້ອຍ” ໃນຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍໃນການສານສາຍສໍາພັນ ສ້າງຂະບວນການສະເຫຼີມສະຫຼອງປີທ່ອງທ່ຽວ ລາວ-ຈີນ ສົ່ງເສີມສາຍພົວພັນມິດຕະພາບລະຫວ່າງສອງປະເທດຜ່ານຊ່ອງທາງຮູບເງົາ, ພ້ອມນີ້ ຍັງເປັນການສ້າງເວທີໃຫ້ແກ່ນັກສ້າງຮູບເງົາລາວໄດ້ມີໂອກາດສະແດງຄວາມສາມາດ ແລະ ຜົນງານຂອງເຂົາເຈົ້າອອກສູ່ສາຍຕາສັງຄົມ ເຊິ່ງຈະເປັນການປະກອບສ່ວນທີ່ສຳຄັນໃນການຊຸກຍູ້ ແລະ ສົ່ງເສີມການຜະລິດຮູບເງົາໃນ ສປປ ລາວ ອີກດ້ວຍ.