ເປັນທາງການ! ລາຍຊື່ແຮງງານລາວທີ່ເສຍຊີວິດ ເຫດລົດຕູ້ຕຳກັບລົດບັນທຸກ ທີ່ປະເທດໄທ

63

ຫຼັງຈາກສື່ໄທລາຍງານໃນວັນທີ 18 ສິງຫາ 2019 ຜ່ານມາ ເກີດອຸບັດຕິເຫດລົດຕູ້ປ້າຍເຫຼືອງ ເລກທະບຽນ 34-0405 ກຸງເທບມະຫານະຄອນ ຕຳລົດພວງ 18 ລໍ້ ເລກທະບຽນຕົວແມ່ 70-1234 ອຸດຕະລາດິດ ແລະ ລູກພວງເລກທະບຽນ 70-1235 ອຸດຕະລາດິດ ບໍລິເວນໜ້າທາງເຂົ້າທີ່ວ່າການເມືອງວັງສົມບູນ ແຂວງ ສະແກ້ວ (ປະເທດໄທ) ເບື້ອງຕົ້ນມີຜູ້ເສຍຊີວິດ 11 ຄົນ, ໄດ້ຮັບບາດເຈັບ 4 ຄົນ ເປັນຄົນລາວເສຍຊີວິດ 10 ຄົນ ແລະ ບາດເຈັບອີກ 3 ຄົນ.

ຫຼ້າສຸດ, ສະຖານທູດແຫ່ງ ສປປ ລາວ ປະຈໍາບາງກອກ ລາຊະອານາຈັກໄທ ໄດ້ແຈ້ງເປັນທາງການລາຍຊື່ຜູ້ເສຍຊີວິດ ຈຳນວນ 10 ຄົນ ແລະ ໄດ້ຮັບບາດເຈັບ 3 ຄົນ ຈາກອຸບັດຕິເຫດລົດຕູ້ຕໍາກັບລົດບັນທຸກ ທີ່ແຂວງສະແກ້ວ ປະເທດໄທ ໃນວັນທີ 18 ສິງຫາ 2019 ດັ່ງນີ້:

ນາງ ບົວເຄືອ ດວງມາລາ ອາຍຸ 31ປີ, ຖືໜັງສືເດີນທາງເລກທີ P 2092142, ແຂວງເກີດ ສາລະວັນ; ນາງ ສຸກ ພັນທະວົງສາ ອາຍຸ 21ປີ, ຖືໜັງສືເດີນທາງເລກທີ P A 0191286, ແຂວງເກີດ ສະຫວັນນະເຂດ; ນາງ ແສງເດືອນ ແກ້ວກຸນນະວົງ ອາຍຸ 32ປີ, ຖືໜັງສືເດີນທາງເລກທີ P 1829555, ແຂວງເກີດ ຈຳປາສັກ; ນາງ ໄກສອນ ອາຍຸ 37ປີ, ຖືໜັງສືເດີນທາງເລກທີ P 2139046, ແຂວງເກີດ ນະຄອນຫຼວງວຽງຈັນ.

ນາງ ລີວົງ ຍຸຍທະທັນ ອາຍຸ 38ປີ, ຖືໜັງສືເດີນທາງເລກທີ P 1131367, ແຂວງເກີດ ສາລະວັນ; ທ້າວ ສາຄອນ ອຸພະມີໄຊ ອາຍຸ 20 ປີ, ຖືໜັງສືເດີນທາງເລກທີ P 2150506, ແຂວງເກີດ ສະຫວັນນະເຂດ; ທ້າວ ຫັດທະສິນ ສີລິສັກ ອາຍຸ 19 ປີ, ຖືໜັງສືເດີນທາງເລກທີ P 21571539, ແຂວງເກີດ ຈຳປາສັກ; ທ້າວ ຂາວພອນ ພົນວິພັດ ອາຍຸ 25 ປີ, ຖືໜັງສືເດີນທາງເລກທີ P 1962861, ແຂວງເກີດ ສະຫວັນນະເຂດ; ນາງ ປະທຸມທອງ ອາຍຸ 41ປີ, ຖືໜັງສືເດີນທາງເລກທີ P 1721323, ແຂວງເກີດ ນະຄອນຫລວງວຽງຈັນ ແລະ ນາງ ສັ້ນ ອາຍຸ 25 ປີ, ຖືໜັງສືເດີນທາງເລກທີ P 1551940, ແຂວງເກີດ ສະຫວັນນະເຂດ.

ສ່ວນຄົນໄດ້ຮັບບາດເຈັບ ມີ: ນາງ ເກດສະໜາ ສີລິພອນ ອາຍຸ 28 ປີ, ຖືໜັງສືເດີນທາງເລກທີ P A 0287768, ແຂວງເກີດ ນະຄອນຫຼວງວຽງຈັນ; ທ້າວ ເລີນ ວົງມະຈິກ ອາຍຸ 30 ປີ, ຖືໜັງສືເດີນທາງເລກທີ P 2223921, ແຂວງເກີດ ສະຫວັນນະເຂດ ແລະ ທ້າວ ທັດ ພອນປະເສີດ ອາຍຸ 19 ປີ, ຖືໜັງສືເດີນທາງເລກທີ P 2073456, ແຂວງເກີດ ສະຫວັນນະເຂດ.

ປັດຈຸບັນ ຊາກສົບແມ່ນຖືກສົ່ງມາຊັນນະສູດຢູ່ສະຖາບັນນິຕິເວດ ໂຮງໝໍຕໍາຫຼວດ ທີ່ບາງກອກ. ສ່ວນຜູ້ໄດ້ຮັບບາດເຈັບ ພວມປິ່ນປົວຢູ່ໂຮງໝໍແຂວງສະແກ້ວ. ເຊິ່ງທາງສະຖານທູດລາວ ທີ່ບາງກອກ ໄດ້ປະສານປະເທດເຈົ້າພາບເພື່ອຊ່ວຍເຫຼືແຕ່ຫົວທີ ແລະ ໃນມື້ນີ້ ຄະນະນຳສະຖານທູດລາວ ຈະເດີນທາງໄປຢ້ຽມຢາມຜູ້ໄດ້ຮັບບາດເຈັບທີ່ນອນປິ່ນປົວຢູ່ໂຮງໝໍສະແກ້ວ ເພື່ອສືບຕໍ່ໃຫ້ການຊ່ວຍເຫຼືອຕໍ່ໄປ.

 

ທີ່ມາ: ປະເທດລາວ